ຍົກລະດັບຄວາມຮູ້ດ້ານວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ

0
1083

ສະພາແຫ່ງຊາດ ຍົກລະດັບຄວາມຮູ້ດ້ານວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ.

ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ຄະນະກວດກາຮາກຖານພັກ ໃນວັນທີ 25 ພຶດສະພາ 2022 ໂດຍມີ ທ່ານ ສຸບັນ ສະວະບຸດ ຮອງປະທານກວດກາພັກ-ລັດ ສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານ ດາວບົວລະພາ ບາວົງເພັດ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເພື່ອຮັບຟັງການບັນຍາຍ ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາພັກ-ລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ແນໃສ່ຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງ ໃຫ້ບັນດາຄະນະກວດກາແຕ່ລະຂັ້ນ ພາຍໃນອົງຄະນະພັກສະພາແຫ່ງຊາດ ໄດ້ຮັບຮູ້ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ເກີດມີປະສິດທິພາບ ແລະ ປະສິດທິຜົນ.ທ່ານ ສຸບັນ ສະວະບຸດ ໄດ້ໃຫ້ຮູ້ວ່າ:

ການຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງ ຈັດຂຶ້ນເປັນຄັ້ງເທື່ອທໍາອິດ ນັບຕັ້ງແຕ່ກອງປະຊຸມອົງຄະນະພັກສະພາແຫ່ງຊາດ ຄັ້ງທີ IV ໄດ້ສໍາເລັດລົງ, ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ບ່ອນໃດມີການກວດກາ ສະແດງວ່າບ່ອນນັ້ນມີການນໍາພາ, ບ່ອນໃດບໍ່ມີການກວດກາ ບ່ອນນັ້ນກໍບໍ່ມີການນໍາພາ ເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກຳນົດວ່າ“ເພີ່ມທະວີການຕິດຕາມ, ກວດກາ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນພັກ”

ສິ່ງນີ້ຢັ້ງຢືນແລ້ວວ່າ ພັກໄດ້ຖືເອົາວຽກງານດັ່ງກ່າວ ເປັນເຄື່ອງມື ເພື່ອປັບປຸງຄຸນນະພາບການນຳພາ-ຊີ້ນຳ ຂອງພັກ. ສະນັ້ນ, ຄະນະພັກຂອງສະພາແຫ່ງຊາດ ຈຶ່ງຖືວຽກງານກວດກາພັກ-ລັດ ແມ່ນວຽກງານທີ່ສໍາຄັນ ເພື່ອຮັບປະກັນແກ່ການນຳພາຂອງຕົນ ໃນທຸກຂົງເຂດວຽກງານ ພາຍໃນສະພາແຫ່ງຊາດ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here