ກອງປະຊຸມໃຫຍ່ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP)

0
647

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP) .

ໃນລະຫວ່າງວັນທີ 23-27 ພຶດສະພາ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມຂອງອົງການສະຫະປະຊາຊາດ (ສປຊ)ປະຈໍາພາກພື້ນອາຊີ-ປາຊີຟິກ (UN-ESCAP) ທີ່ບາງກອກ, ລາຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ວາລະຮ່ວມເພື່ອເລັ່ງລັດສູ່ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ ແລະ ປາຊີຟິກ (A common agenda to advance sustainable development in Asia and the Pacific)”.

ສຳລັບກອງປະຊຸມໃນປີນີ້ຊຶ່ງກົງກັບວັນຄົບຮອບ 75 ປີຂອງການສ້າງຕັ້ງອົງການດັ່ງກ່າວ, ໄດ້ມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ, ປະເທດສັງເກດການ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ, ອົງຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 200 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືການຮ່ວມມືຂອງບັນດາປະເທດສະມາຊິກ ໃນຂອບວຽກງານການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ ອາຊີ-ປາຊີຟິກ ໂດຍສະເພາະໄດ້ມີການທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງອົງການ ສປຊ ໃນພາກພື້ນອາຊີ ແລະ ປາຊີຟິກ, ລວມທັງການຈັດຕັ້ງປະຕິບັດບັນດາເອກະສານສໍາຄັນຕ່າງໆ ທີ່ໄດ້ຖືກຮັບຮອງໃນໄລຍະຜ່ານມາແນໃສ່ສ້າງການຮັບປະກັນການຈັດຕັ້ງປະຕິບັດ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ແລະ ບັນຫາອື່ນໆທີ່ປິ່ນອ້ອມການພັດທະນາແບບຍືນຍົງເຊັ່ນ:

ການຮັບມືຕໍ່ຜົນກະທົບຂອງໄພທຳມະຊາດ; ບັນຫາພະລັງງານ; ການຄົມມະນາຄົມ-ຂົນສົ່ງ; ນະໂຍບາຍຕໍ່ກັບເສດຖະກິດມະຫາພາກ, ການລຶບລ້າງຄວາມທຸກຍາກ ແລະ ສະໜອງທຶນເພື່ອການພັດທະນາ; ການຄ້າ ແລະ ການລົງທຶນ; ເຕັກໂນໂລຊີ ແລະ ການສື່ສານ, ເຕັກນິກວິທະຍາສາດ ແລະ ນະວັດຕະກໍາ ລວມທັງຂໍ້ມູນ ແລະ ສະຖິຕິ ເປັນຕົ້ນ.ໃນໂອກາດດັ່ງກ່າວ ທ່ານ ທອງຜ່ານ ສະຫວັນເພັດ ໃນນາມຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ຮັບກຽດຈາກຄະນະຈັດກອງປະຊຸມ ໃຫ້ເປັນປະທານໃນວາລະທີ 2 ຂອງກອງປະຊຸມໃນພາກອະພິປາຍທົ່ວໄປ ໃນຫົວຂໍ້: ກອງປະຊຸມໂຕະມົນລະດັບສູງ ທີ 1ໃນຫົວຂໍ້: ການສ້າງຄວາມເຂັ້ມແຂງໃນການກຽມຄວາມພ້ອມ ແລະ ຕອບສະໜອງດ້ານສາທາລະນະສຸກ(High-Level Thematic roundtable 1: Strengthening health responses and preparedness). ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ຂື້ນກ່າວຄຳເຫັນຕໍ່ກອງປະຊຸມລະດັບສູງທີ 2 ໃນພາກອະພິປາຍ: ການຮັບປະກັນຕ່ອງໂສ້ການສະໜອງ ແລະ ການເຊື່ອມຈອດ (High-Level Thematic roundtable 2: Ensuring resilient supply chains and connectivity) ໂດຍໃນເນື້ອໃນບາງຕອນ, ທ່ານໄດ້ກ່າວຊົມເຊີຍຕໍ່ການສ້າງຕັ້ງ ອົງການ UN-ESCAP ຄົບຮອບ 75 ປີ ແລະ ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການຮ່ວມມືແບບຫຼາຍຝ່າຍໃນຂອບUN-ESCAP ຊື່ງເປັນກະແຈສໍາຄັນເຮັດໃຫ້ບັນດາປະເທດໃນຂົງເຂດອາຊີ-ປາຊິຟິກ ບັນລຸເປົ້້າໝາຍສຳຄັນຕ່າງໆທີ່ຜ່ານມາ ແລະ ວາລະທີ່ສຳຄັນຂອງສາກົນໃນປະຈຸບັນ ໂດຍສະເພາະໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ການຮັບມື ແລະ ການຟື້ນຟູ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດ COVID-19, ການເຊື່ອມຈອດ ແລະ ເຊື່ອມໂຍງກັບບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ. ພ້ອມກັນນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວາລະ 2030 ຂອງສາກົນດັ່ງກ່າວ ຢູ່ ສປປ ລາວ ແລະ ຄວາມພະຍາຍາມຂອງ ສປປ ລາວ ໃນການນໍາພາປະເທດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ ໃນປີ 2026 ຕາມການປະເມີນ ແລະ ຂໍ້ສະເໜີແນະຂອງ ອົງການ ສປຊ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໃນໄລຍະຜ່ານມາ ແລະ ຫວັງວ່າການຮ່ວມມື ແລະ ຊ່ວຍເຫຼືອດັ່ງກ່າວຈະຍັງຄົງສືບຕໍ່ໃນອະນາຄົດ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວຍັງໄດ້ພົບປະແບບສອງຝ່າຍກັບປະເທດເພື່ອນມິດຕ່າງໆ; ເຂົ້າຮ່ວມ ແລະ ປະກອບຄໍາເຫັນຕໍ່ກອງປະຊຸມປິ່ນອ້ອມໃນຫົວຂໍ້ຕ່າງໆເຊັ່ນ: ວາລະພິເສດ ກ່ຽວກັບບັນດາ ບັນດາປະເທດດ້ອຍພັດທະນາ, ບັນດາປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ບັນດາປະເທດກຳລັງພັດທະນາທີ່ເປັນເກາະດອນເປັນຕົ້ນ. ໃນຕອນທ້າຍກອງປະຊຸມ, ປະເທດສະມາຊິກ ໄດ້ຮ່ວມກັນຮັບຮອງເອົາຖະແຫຼງການBangkokdeclaration commemorating the 75th Anniversary of the United Nations Economic and Social commission for Asia and the Pacific: A common agenda to advance sustainable development in Asia and the Pacific ແລະ ຮ່າງຍັດຕິ ແລະ ມະຕິຂອງກອງປະຊຸມຈໍານວນ 14 ສະບັບ ຢ່າງເປັນເອກະສັນ.

ກອງປະຊຸມດັ່ງກ່າວໄດ້ດຳເນີນໄປພາຍໃຕ້ບັນຍາກາດທີ່ສ້າງສັນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ. ຄະນະກຳມາທິການ UNESCAP ແມ່ນອົງກອນດ້ານການພັດທະນາຂອງອົງການ ສປຊ ປະຈຳພາກພື້ນອາຊີ-ປາຊິຟິກ, ເຊິ່ງໄດ້ຖືກກໍ່ຕັ້ງຂື້ນໃນປີ 1947 ໂດຍມີສຳນັກງານໃຫ່ຍຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ, ປະກອບມີສະມາຊິກ 53 ປະເທດ. ຄະນະກໍາມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນຂອງບັນດາປະເທດສະມາຊິກໃນການແກ້ໄຂບັນຫາສິ່ງທ້າທາຍທາງດ້ານການສ້າງນະໂຍບາຍເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ.ກອງປະຊຸມປະຈຳປີຂອງຄະນະກໍາມາທິການUNESCAPຖືເປັນຂີດໝາຍອັນດີໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືແບບຫຼາຍຝ່າຍຂອງບັນດາປະເທດໃນຂົງເຂດອາຊີ-ປາຊິຟິກໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດທັງເປັນໂອກາດອັນດີໃຫ້ແກ່ບັນດາປະເທດຕ່າງໆໃນພາກພື້ນເພື່ອແລກປ່ຽນບົດຮຽນ ແລະ ຮ່ວມມືກັນເພື່ອຈັດຕັ້ງປະຕິບັດວາລະຮ່ວມເພື່ອກ້າວສູ່ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ ແລະ ປາຊີຟິກ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here