ນຳເອົາຮູບຜູ້ອື່ນໄປຕົວະຕົ້ມ ຈົນເຮັດໃຫ້ເສຍຫາຍ!

0
4822

ປັດຈຸບັນ, ປາກົດການຂອງການຕົວະຕົ້ມຜູ້ອື່ນເພື່ອໃຫ້ໄດ້ມາຜົນປະໂຫຍດໃສ່ຕົນເອງນັບມື້ນັບຫຼາຍຂຶ້ນ, ບາງຄັ້ງກໍເຮັດໃຫ້ຄົນທີ່ບໍ່ກ່ຽວຂ້ອງໄດ້ຮັບການເຂົ້າໃຈຜິດໄປນຳ ຄືກັບເລື່ອງນີ້ ເຊິ່ງຈະມາຊອະທິບາຍ ແລະ ຊີ້ແຈງເພື່ອບໍ່ໃຫ້ສັງຄົມເຂົ້າໃຈຜິດ.

ອີງຕາມໜັງສືສະເໜີ ຂອງກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ນໍາໃຊ້ Facebook Santisouk Thepvongsa ແລະ ເບີໂທວັອດແອັບ 020 92678060 ເພື່ອຮັບແລ່ນ ແລະ ຕໍ່ເອກະສານ ປະເພດ ບັດປະຈໍາຕົວ, ໜັງສືຜ່ານແດນ Passport, ໜັງສືລົດຈັກ, ໃຫຍ່, ໃບຂັບຂີ່, ປື້ມສໍາມະໂນຄົວ ແລະ ອື່ນໆ ທີ່ສຳຄັນແມ່ນໄດ້ນໍາໃຊ້ຮູບພາບທ່ານ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮູບໜ້າປົກ WhatsApp.

ເຊິ່ງທາງກົມຂົນສົ່ງ ກໍໄດ້ຂໍ້ມູນຈໍານວນໜຶ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດ ພິຈາລະນາໃນການສືບສວນ-ສອບສວນ ດໍາເນີນຊອກ ຫາກຸ່ມຄົນບໍ່ດີມາດໍາເນີນຄະດີຕາມກົດໝາຍ.

ຂໍໃຫ້ທຸກທ່ານເບິ່ງໃຫ້ຄັກກ່ອນທີ່ຈະຕັດສິນໃຈໃຫ້ຄົນທີ່ບໍ່ເຄີຍເຫັນໜ້າແລ່ນເອກະສານໃຫ້ ເຖິງເຂົາຈະບອກວ່າເຂົາແມ່ນໃຜ ມີຕຳແໜ່ງຫຍັງ ເພາະບາງຄັ້ງເຂົາກໍເອົາຂໍ້ມູນ ແລະ ຮູບພາບຄົນອື່ນມາສວມຮອຍໄດ້.

ຫຼັກຖານບາງອັນ

LEAVE A REPLY

Please enter your comment!
Please enter your name here