ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ເລຂາຄະນະພັກນະຄອນໂຮ່ຈີມິນ

0
566

ໃນວັນທີ 26 ພຶດສະພາ 2022 ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ວັນ ເນນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີມິນ, ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 25-27 ພຶດສະພານີ້.​ ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງນະຄອນໂຮ່ຈີມິນ ສສ.ຫວຽດນາມ ເຊິ່ງການຢ້ຽມຢາມຄັ້ງນີ້ ເປັນການນຳເອົາໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງສະໜິດສະໜົມ ສະຫາຍອ້າຍນ້ອງມາສູ່ປະຊາຊົນລາວ ໃນໂອກາດປີສາມັກຄີມິດຕະພາບລາວ-ຫວຽດນາມ-ລາວ ໃນປີ 2022; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດການພົບປະລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ ເຊິ່ງເຫັນວ່າເປັນໂອກາດດີໃນການຕີລາຄາຄືນການພົວພັນ ແລະ ການຮ່ວມມືນໍາກັນໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລື ກ່ຽວກັບທິດທາງຮ່ວມມືນຳກັນໃນຕໍ່ໜ້າ; ການມາຢ້ຽມຢາມຄັ້ງນີ້ ຍັງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດທີ່ຫາຍາກ ລະຫວ່າງປະຊາຊົນ 2 ຊາດ ລາວ-ຫວຽດນາມ.

ຈາກນັ້ນ, ສະຫາຍ ຫງວຽນ ວັນ ເນນ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ, ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາຢ້ຽມ ຢາມ ສປປລາວ ກໍຄືນະຄອນຫລວງວຽງຈັນໃນຄັ້ງນີ້.

ພ້ອມໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການເຮັດວຽກຮ່ວມກັບອົງການປົກຄອງນະຄອນຫລວງວຽງຈັນ ທີ່ມີຫລາຍແຜນວຽກ ແລະ ຫລາຍກິດຈະກຳທີ່ສອງຝ່າຍໄດ້ຕົກລົງສືບຕໍ່ຮ່ວມມືກັນ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ນະຄອນຫລວງວຽງຈັນ ທີ່ມີມາດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຈະເລີນງອກງາມຍິ່ງໆຂຶ້ນໄປ.

ຂ່າວ ແລະ ພາບ ໂດຍ: ກົງທະນູຄຳ ພິພັດເສລີ

LEAVE A REPLY

Please enter your comment!
Please enter your name here