ພົບຄົນເສຍຊີວິດ 1 ຄົນ ໃນແຄ້ມກຳມະກອນແຄມຂອງ

0
4295

ໃນວັນທີ 26/05/2022 ເວລາ 21:50 ນາທີ ໜ່ວຍກູ້ໄພສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ໄດ້ຮັບແຈ້ງຜ່ານເບີສຸກເສີນ 02054000089 ວ່າມີຄົນເສຍຊີວິດ.

ຈຸດເກີດເຫດຢູ່ ແຄ້ມກຳມະກອນແຄມຂອງ, ຈາກນັ້ນທາງໜ່ວຍກູ້ໄພອອກກວດສອບເຫດພົບເຫັນ ຜູ້ເສຍຊີວິດ 1 ຄົນ, ບາດແຜທີ່ພົບເຫັນເບື້ອງຕົ້ນ:ມີບາດແຜເປີດ ໃຫຍ່ຢູ່ແຂນຂວາແລະ ມີຮອຍຂີດຢູ່ຂາຊ້າຍ.

ຜູ້ເສຍຊີວິດ ແມ່ນ ເພດຊາຍ ເປັນຄົນອາຟຣິກາໃຕ້ (ຕາມບັດປະຈຳໂຕ), ສຳລັບສາເຫດຍັງບໍ່ຮູ້ຊັດເຈນ.

ດັ່ງນັ້ນໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ຈື່ງໄດ້ເກັບຫໍ່ມ້ຽນສົບແລ້ວນຳສົ່ງໄປຝາກທີ່ວັດມູນນິທິຈີນ.

ຖ້າມີຂໍ້ມູນເພີ່ມເຕີມ ເຮົາຈະແຈ້ງໃຫ້ຊາບ.

LEAVE A REPLY

Please enter your comment!
Please enter your name here