ແຈກຢາຍອາຫານຫຼາຍກວ່າ 1 ລ້ານຄາບ ໃຫ້ແຮງງານທີ່ກັກໂຕ ໃນຊ່ວງການລະບາດຂອງໂຄວິດ-19

0
916

ກະຊວງສາທາລະນະສຸກ, ໂຄງການອາຫານໂລກ (WPF) ແລະ ອົງການສຸພະນິມິດສາກົນປະຈຳ ແຂວງສະຫວັນນາເຂດ ແລະ ສາລະວັນ ໄດ້ແຈກຢາຍອາຫານຫຼາຍກວ່າ 1 ລ້ານຄາບ ໃຫ້ແກ່ຜູ້ທີ່ເຂົ້າພັກຢູ່ສູນກັກກັນໃນຊ່ວງ ໂຄວິດ -19.

ທີ່ ສະຫວັນນາເຂດ, 26 ພຶດສະພາ 2022 ໃນວັນທີ 26 ພຶດສະພາ ທີ່ຜ່ານມານີ້, ພາກລັດຖະບານ ປະຈຳແຂວງ ສະຫວັນນາແຂດ ແລະ ແຂວງສາລະວັນ, ພ້ອມດ້ວຍ ອົງການສຸພະນິມິດ ແລະ ໂຄງການອາຫານໂລກ ຈາກອົງການສະຫະປະຊາຊາດ (WFP) ໄດ້ຈັດພິທີປິດ ໂຄງການຊ່ວຍເຫຼືອທາງດ້ານສະບຽງອາຫານ ທີ່ໄດ້ສະໜອງໃຫ້ແກ່ແຮງງານລາວຄືນຖິ່ນ ໃນໄລຍະ2ປີທີ່ຜ່ານມາ.

ຫຼັງຈາກເກືອບ 2 ປີທີ່ມີຂໍ້ຈໍ້າກັດ, ມາຮອດປະຈຸບັນ ສປປ ລາວ ໄດ້ເປີດຊາຍແດນຢ່າງເປັນທາງການແລ້ວ ໃນວັນທີ 9 ພຶດສະພາ ທີ່ຜ່ານມາ. ພ້ອມນັ້ນ, ສະຖິຕິຂອງຈໍານວນປະຊາກອນລາວທີ່ມີການຕິດເຊື້ອ ໂຄວິດ-19 ແມ່ນໄດ້ຫຼຸດລົງຢ່າງຫຼວງຫຼາຍໃນອາທິດທີ່ຜ່ານມາ. ໂດຍຂ່າວດີດັ່ງກ່າວນີ້ ເຮັດໃຫ້ກະຊວງສາທາລະນະສຸກ, ໂຄງການອາຫານໂລກ(WPF)ແລະ ອົງການສຸພະນິມິດ ໄດ້ລົງມະຕິ ໃນການຢຸດຕິການສະໜັບສະໜູນແກ່ສູນກັກກັນການລະບາດຂອງພະຍາດ ໂຄວິດ-19 ຢູ່ທີ່ແຂວງ ສະຫວັນນາເຂດ ແລະ ແຂວງສາລະວັນ ທີ່ໄດ້ຜ່ານການດໍາເນີນການມາເປັນເວລາ 646 ວັນ. ໂດຍພາກສ່ວນທີ່ກ່ຽວຂ້ອງທີ່ສຳຄັນຂອງໂຄງການ ໄດ້ມີການເຕົ້າໂຮມກັນໃນວັນພະຫັດ ຢູ່ທີ່ເມືອງ ໄກສອນ ເພື່ອປິດໂຄງການດັ່ງກ່າວນີ້ຢ່າງເປັນທາງການ.

ທ່ານນາງ ລິງທອງ ແສງຕາວັນ, ຮອງເຈົ້າແຂວງ ແລະ ຫົວໜ້າ ຄະນະສະເພາະກິດ ປະຈຳແຂວງ ສະຫວັນນາເຂດ, ທ່ານ ອຸໄທ ສີຫາລາດ, ຮອງຫົວໜ້າ ໂຄງການອາຫານໂລກ, ທ່ານ ອາຊິດ ກູມາ ຜູ້ອຳນວຍການ ຝ່າຍການເງິນ ແລະ ການສະໜັບສະໜູນ ຂອງອົງການ ສຸພະນິດມິດສາກົນ ປະຈຳ ສ ປ ປ ລາວ ແລະ ລວມໄປເຖິງ ບັນດາທ່ານ ຜູ້ຕ່າງໜ້າຈາກອົງການປົກຄອງ ແຂວງ ສາລະວັນ ກໍໄດ້ເຂົ້າຮ່ວມ ແລະ ຍັງໄດ້ມີໂອກາດໃນການແບ່ງປັນຜົນສໍາເລັດທີ່ສໍາຄັນຂອງການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຊ່ວຍຈໍາກັດການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຍັງຊ່ວຍຫຼຸດຜ່ອນຜົນກະທົບຕໍ່ເດັກທີ່ບອບບາງ ແລະ ຄອບຄົວຂອງພວກເຂົາ.

ນັບແຕ່ການເລິ່ມຕົ້ນໂຄງການໃນເດືອນ ສິງຫາ ປີ 2020 ຫາ ທ້າຍເດືອນ ພຶດສະພາ ປີ 2022, ໂຄງການໄດ້ມີການແຈກຢາຍອາຫານໃຫ້ແກ່ແຮງງານຄືນຖິ່ນທີ່ໄດ້ກັບມາຈາກປະເທດໄທ ແລະ ໄດ້ມາກັກໂຕຢູ່ທີ່ສູນກັກກັນ ເປັນຈຳນວນທັງໝົດ 1,145,470 ຄາບອາຫານ, ເຊິ່ງໃນນັ້ນມີ 951,640 ຄາບ ຢູ່ເມືອງ ໄກສອນ ແລະ 25,953 ຄາບ ຢູ່ເມືອງ ສອງຄອນ (ແຂວງ ສະຫວັນນາເຂດ) ແລະ 167,877 ຄາບ ຢູ່ເມືອງ ສາລະວັນ (ແຂວງ ສາລະວັນ).

ໂຄງການດັ່ງກ່າວ ແມ່ນໃຫ້ການສະໜັບສະໜູນແກ່ ແຮງງານລາວຄືນຖິ່ນ ທີ່ກັບມາຈາກຕ່າງປະເທດ ຈຳນວນ 39, 747 ຄົນ, ຍິງ 19,697 ຄົນ ແລະ ເດັກນ້ອຍ 5,701 ຄົນ ເຊິ່ງໄດ້ສະໜອງອາຫານທີ່ມີໂພຊະນາການ ແລະ ຍັງເປັນການສ້າງເງື່ອນໄຂທີ່ດີຂື້ນໃຫ້ແກ່ແຮງງານຄືນຖິ່ນ ທີ່ຖືກກັກໂຕຢູ່ທີ່ສູນກັກກັນໃນເວລາທີ່ພວກເຂົາກັບບ້ານ. ໃນນັ້ນ, ນາງ ເກີນ ອາຍຸ 27 ປີ, ໄດ້ເດີນທາງກັບມາຈາກປະເທດໄທ ໃນຊ່ວງທີ່ໂຮງງານຕັດຫຍິບທີ່ລາວເຮັດວຽກຢູ່ໄດ້ປິດກິດຈະການລົງໃນຊ່ວງການລະບາດຂອງພະຍາດ ໂຄວິດ-19 ເຊິ່ງນັ້ນລາວກຳລັງຖືພາໄດ້ 5 ເດືອນ. ໃນຂັ້ນຕອນໃນການກັບຄືນສູ່ບ້ານ ລາວໄດ້ມີຄວາມກັງວົນຫຼາຍ ໃນຂັ້ນຕອນຂອງການກັກໂຕ ເປັນເວລາ 14 ມື້ ຢູ່ໃນສູນກັກກັນ, ເນື່ອງຈາກວ່າຄອບຄົວຂອງລາວ ແມ່ນບໍ່ມີແຫຼ່ງລາຍຮັບ. ແນວໃດກໍຕາມ, ລາວໄດ້ຂອບໃຈມາຍັງໂຄງການທີ່ຊ່ວຍເຫຼືອໃນການກັບບ້ານຂອງລາວເປັນໄປດ້ວຍດີ. ໃນການກັກໂຕມື້ທີ 5, ລາວໄດ້ກ່າວວ່າ: “ຂ້ອຍຮູ້ສຶກປອດໄພ ແລະ ຍັງໄດ້ຮັບການເບິ່ງແຍງເປັນຢ່າງດີ ຍ້ອນວ່າ ພວກເຮົາໄດ້ຮັບອາຫານກິນ 3ຄາບ ຕໍ່ມື້ ແລະ ຍັງໄດ້ຮັບການຕິດຕາມສຸຂະພາບເປັນປະຈຳຈາກທ່ານໝໍອີກດ້ວຍ”.

ສູນກັກກັນນີ ໄດ້ມີບົດບາດທີ່ສຳຄັນໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນການຂ້າມແດນ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນ ກໍຄືລັດຖະບາດຝຣັ່ງ, ລັດຖະບານເຢຍລະມັນ (BMZ), ສະມາຄົມຍິປຸ່ນເພື່ອໂຄງການອາຫານໂລກ, ອົງການພັດທະນາ ແລະ ການຮ່ວມມືຂອງປະເທດລຸກຊຳບວກ, ສາທາລະນະລັດເກົາຫຼີ, ອົງການພັດທະນາ ແລະ ການຮ່ວມມືຂອງປະຊາຊົນສະວີສ, ອົງການອານາໄມໂລກ ແລະ ການຮ່ວມມືກັນຈາກຫຼາຍຝ່າຍໃນໂຄງການອາຫານໂລກ, ເຊັ່ນດຽວກັນກັບ ອົງການສຸພະນິມິດໄຕ້ຫວັນ, ເຊິ່ງທັງໝົດນີ້ແມ່ນມີສ່ວນຮ່ວມໃນການສະກັກກັ້ນການແຜ່ລະບາດຂອງໂລກລະບາດ ໂດຍຜ່ານການຮ່ວມແຮງຮ່ວມໃຈກັນ.

ໂຄງການອາຫານໂລກ ແລະ ອົງການສຸພະນິດມິດ ມີຄວາມພາກພູມໃຈຫຼາຍ ໃນການຮ່ວມມືກັນໃນເທື່ອນີ້ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອ ບັນດາແຮງງານຄືນຖິ່ນທີ່ມີຄວາມສ່ຽງ ໃນການກັກໂຕຂອງພວກເຂົາ, ໂດຍສະເພາະແມ່ນການເພິ່ມພູນໂພຊະນາການ ແລະ ຍັງເປັນການຫຼຸດຜ່ອນພາລະທາງດ້ານການເງິນຂອງເຂົາເຈົ້າ ໃນລະຫວ່າງສະຖານະການທີຫຍຸ້ງຍາກຕ່າງໆ.

LEAVE A REPLY

Please enter your comment!
Please enter your name here