ແຈ້ງການ! ການຈັດຕັ້ງປະຕິບັດ ການຊໍາລະຊື້-ຂາຍ ຍານພະຫະນະທາງບົກ

0
1803

ການຈັດຕັ້ງປະຕິບັດ ການຊໍາລະເງິນຊື້-ຂາຍ ຍານພາຫະນະທາງບົກ ຜ່ານລະບົບທະນາຄານ.

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອ ປະຕິບັດຕາມແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 08153/ຍທຂ.ຫກ ກ່ຽວກັບ ການຈັດຕັ້ງປະຕິບັດ ການຊໍາລະເງິນຊື້-ຂາຍ ຍານພາຫະນະທາງບົກ ຜ່ານລະບົບທະນາຄານ ແລະ ເພື່ອຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂເສດຖະກິດ-ການເງິນ ຕາມທິດຂອງລັດຖະບານ.

ສະນັ້ນ, ເລີ່ມແຕ່ວັນທີ 1 ມິຖຸນາ 2022 ເປັນຕົ້ນໄປ ການປະກອບເອກະສານ ຂໍອະນຸຍາດຂຶ້ນທະບຽນ, ໂອນກໍາມະສິດຍານພາຫະນະ ແມ່ນຕ້ອງປະກອບມີໃບຢັ້ງຢືນການຊໍາລະເງິນ ຊື້-ຂາຍ ຜ່ານລະບົບທະນາຄານ.

LEAVE A REPLY

Please enter your comment!
Please enter your name here