ເສບຢາບ້າຈົນເກີດພາບຫຼອນ ເຮັດໃຫ້ລົງມືໃຊ້ປືນຍິງຄົນເສຍຊີວິດ

0
705

ວັນທີ 29 ເມສາ ທີ່ຜ່ານມາ, ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຈໍາປາສັກ ໄດ້ຮັບ ການແຈ້ງເຫດວ່າ: ມີການຄາດຕະກໍາເກີດຂຶ້ນຢູ່ບ້ານຫ້ວຍໂກະ ເມືອງປະທຸມພອນ, ມີຜູ້ເສຍຊີວິດ, ທ້າວ ດວງ ອາຍຸ 28 ປີຢູ່ບ້ານນາແຫກ ນະຄອນປາກເຊ ຖືກຍິງດ້ວຍອາວຸດປືນແກັບໃສ່ບໍລິເວນຫົວເບື້ອງຫຼັງ 1 ນັດ ເຮັດໃຫ້ເສຍຊີວິດຄາທີ່.

ເຈົ້າຫນ້າທີ່ ປກສ ແຂວງຈໍາປາສັກ ເປີດເຜີຍວ່າ: ຜູ້ລົງມືກໍ່ເຫດໃນຄັ້ງນີ້ຊື່ ທ້າວ ກິກ ອາຍຸ 25 ປີ ບ້ານຫນອງນໍ້າຂາວ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ຜ່ານການສອບສວນຜູ້ກ່ຽວສາລະພາບວ່າ: ໄດ້ເສບຢາເສບຕິດມາຫຼາຍປີແລ້ວ ແລະ ໃນມື້ເກີດເຫດໄດ້ໄປຊື້ຢາບ້າ ຈໍານວນ 10 ເມັດ ນໍາໄວລຸ້ນບໍ່ຮູ້ຊື່ມາເສບກັບຫມູ່ຈົນຫມົດ; ພາຍຫຼັງເສບຢາບ້າແລ້ວ, ຜູ້ກ່ຽວກັບຫມູ່ໄດ້ຂີ່ລົດອອກໄປສວນຢູ່ບ້ານຫ້ວຍໂກະ.

ພໍໄປຮອດສວນໄດ້ເຫັນພໍ່-ແມ່ຂອງຕົນ ແລະ ມີທ້າວດວງ (ຜູ້ເສຍຊີວິດ) ຢູ່ສວນນໍາກັນຜູ້ກ່ຽວຈຶ່ງໄດ້ຂຶ້ນໄປເທິງຖຽງ ເມື່ອນອນພັກຜ່ອນ ຈົນຮອດເວລາ 13:00 ໂມງຂອງວັນທີ 29 ເມສາ, ຈຶ່ງຕື່ນນອນ ແລະ ເກີດມີອາການພາບຫຼອນ, ຫາດຫງິດຢາກຮ້າຍ ແລະ ຄິດວ່າ ທ້າວດວງ ຈະມາຂ້າພໍ່-ແມ່ຂອງຕົນ ຈຶ່ງໄດ້ຈັບ ເອົາປືນ ແກັບທີ່ຍັດລູກປະໄວ້ແລ້ວຍ່າງໄປຢູ່ທາງດ້ານຫຼັງຂອງທ້າວ ດວງ ທີ່ນອນຫຼັບຢູ່ອູ່ກ້ອງຕະລ່າງຖຽງຫ່າງປະມານ 3 ແມັດ ແລ້ວຍິງໃສ່ບໍລິເວນຫົວ 1 ນັດ ເຮັດໃຫ້ ທ້າວ ດວງ ເສຍຊີວິດຄາທີ່. ຈາກນັ້ນ, ຜູ້ ກ່ຽວ ກໍ່ໄດ້ຫຼົບຫນີເຂົ້າປ່າ, ມາຮອດວັນທີ 30 ເມສາ 2022, ຈຶ່ງໄດ້ເຂົ້າມາມອບຕົວຕໍ່ເຈົ້າຫນ້າທີ່.

ປັດຈຸບັນຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນສໍານວນ-ສໍາເນົາເອກະສານສົ່ງໃຫ້ໄອຍະການແຂວງສືບຕໍ່ ດໍາເນີນຕາມຂັ້ນຕອນຂອງກົດຫມາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here