ເຮັດບົດບັນທຶກ ສຶກສາອົບຮົມ ກຸ່ມແກ້ງຂັບຂີ່ລົດໄວກວນເມືອງ, ດັດແປງລົດ

0
1148

ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ກອງບັນຊາການປກສ ເມືອງປາກລາຍ ເຮັດແທ້ ກວດລ້າງ ກຸ່ມແກ້ງ, ຂັບຂີ່ລົດໄວກວນເມືອງ, ດັດແປງສະພາບເຕັກນິກລົດ.

ໃນວັນທີ່ 25 ພຶດສະພາ 2022 ຢູ່ທີ່ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ແຈ້ງເຊີນໃຫ້ບັນດານັກຂັບຂີ່ ແລະ ພໍ່-ແມ່ ຜູ້ປົກ, ມາເຮັດບົດບັນທຶກ ສຶກສາອົບຮົມ, ກ່າວເຕືອນ ຕໍ່ຜູ້ລະເມີດກົດລະບຽບຈະລາຈອນ ໃນຕົວເມືອງປາກລາຍ,ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ພັທ ພູໄຊ ເມກຕະກຸນ ຄະນະພັກຮາກຖານ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງປາກລາຍ ຜູ່ຊີ້ນຳ ວຽກງານ ພະແນກຕຳຫຼວດ ມີບັນທ່ານ ພັທ ອານໂພທິໄຕ ຮອງພະແນກຕຳຫຼວດ ຜູ່ຊີ້ນຳ ກອງຕຳຫຼວດ ຈະລາຈອນ,ມີພະນັກງານວິຊາການ ຕຳຫຼວດຈະລາອນ, ກຸ່ມບ້ານສຸວັນນະພູມ ປກສ ເມືອງປາກລາຍ, ແລະ ພໍ່-ແມ່ ຜູ່ປົກຄອງ, ນັກຂັບຂີ່ຜູ່ກະທຳຜິດເຂົ້າຮ່ວມຢ່າງພ້ອມພຽງ.

ຈາກນັ້ນ ຮທ ໂຈ້ ສີວິໄລ ຮອງກອງຈະລາຈອນ ປກສ ເມືອງ ປາກລາຍ ໄດ້ຂຶ້ນຜ່ານຜົນຂອງການຈັດຕັ້ງປະຕິບັດລົງເກັບກຳຕິດຕາມກວດກາຕົວຈິງ ຂອງເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ແຈ້ງໃຫ້ຮູ້ວ່າ:ອີງຕາມຂໍ້ຕົກລົງ ຂອງກອງບັນຊາການ ປກສ ເມືອງປາກລາຍ ເລກທີ່ 419/ ປກສ.ມປລ ລົງວັນທີ່ 30 ເມສາ 2022 ແລະ ອີງຕາມແຜນວຽກປະຈຳອາທິດ,ອີງຕາມການລົງກວດກາຕົວຈິງໃນ ວັນທີ່ 30 ເມສາ 2022 ທີ່ຜ່ານມານີ້ ເຈົ້າໜ້າທີ່ ຕຳຫຼວດຈະລາຈອນ,ໄດ້ສົມທົບ ປກສ ກຸ່ມບ້ານ,ປກສ-ປກຊ ບ້ານ ໃນເຂດບ້ານ ສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ກວດກາພົບເຫັນນັກຂັບຂີ່ ບໍ່ເຖິງກະສຽນອາຍຸ ແລ່ນລົດໄວ,ໃຊ້ສຽງເນືອງນັນ,ດັດແປງສະພາບເຕັກນິກລົດ(ດັດແປງທໍ່ອາຍເສຍ), ຢາງນ້ອຍບໍ່ໄດ້ມາດຖານ,ບໍ່ມີເອກະສານລົດ, ບໍ່ມີໃບອານຸຍາດຂັບຂີ່ ແລະ ຂັບຂີ່ລົດໄວເປັນກຸ່ມແກ້ງ,ກວດກາພົບເຫັນມີຜູ້ລະເມີດທັງໝົດຈຳນວນ 15 ຄົນ,ມີຈຳນວນ 15 ຄັນ,ຈຶ່ງກັກໄວ້ຊົ່ວຄາວ ແລະ ຂຽນໃບສັ່ງຕາມການກະທຳຜິດ ຂອງນັກຂັບຂີ່ ເພື່ອແກ້ໄຂຕາມລະບຽບລັກການ.ລົດຈຳນວນ ດັ່ງກ່າວ ທາງເຈົ້າໜ້າທີ່ ຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ເຮັດບົດບັນທຶກແກ້ໄຂຄະດີ ກ່າວເຕືອນ ຕາມຮູບການຂອງຜູ່ຂັບຂີ່ກະທຳຜິດ ພ້ອມດ້ວຍ ກັບພໍ່ແມ່ ຜູ່ປົກຄອງ ພ້ອມທັງໃຫ້ເຈົ້າຂອງລົດເອົາອຸປະກອນເດີມຂອງລົດມາປ່ຽນໃນສະພາບເດີມ ແລະ ປັບໃໝ ຕາມລະບຽບລັກການ ດຳລັດເລກທີ່ 188/ ນຍ.ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຈຶ່ງປ່ອຍອອກໄປໄດ້.

ໃນຕອນທ້າຍ ຍັງໄດ້ຮັບການໂອ້ລົມ ຂອງ ທ່ານ ພັທ ພູໄຊ ເມກຕະກຸນ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ກ່ອນອື່ນທ່ານຍັງໄດ້ເປັນຫ່ວງເປັນໄຍ ຕໍ່ພໍ່-ແມ່ ຜູ່ປົກຄອງ ແລະ ລູກຫຼານຂອງຕົນເອງ, ທີ່ຈະຕ້ອງພ້ອມກັນເອົາໃຈໃສ່ ໃນການຂັບຂີ່, ເປັນເຈົ້າການຮັກສາ ຄວາມບໍ່ສະຫງົບໃນສັງຄົມ,ເປັນຕົ້ນແມ່ນ ດື່ມສິ່ງມືນເມົາແລ້ວຂັບຂີ່ລົດໄວ,ໃຊ້ສຽງດັງກາຍໂມງ ໃນຍາມກາງຄືນທີ່ໄດ້ກຳນົດ,ຂັບຂີ່ລົດເປັນກຸ່ມແກ້ງ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເພື່ອເຫຼີກລ້ຽງປາສະຈາກບໍ່ໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ.

ແຫຼ່ງຂ່າວ: ສະຖານີວິທະຍຸ FM98,00 ເມືອງປາກລາຍຂ່າວສານ ແລະ ບັນເທີງ

LEAVE A REPLY

Please enter your comment!
Please enter your name here