ຈັບຜູ້ຖືກສົງໄສ ໄດ້ 1 ຄົນ ຫຼັງຈາກຂະຫຍາຍຜົນໄດ້ຄົນຮ່ວມຂະບວນການຄ້າຂາຍຢາເສບຕິດ ພ້ອມຢາບ້າ 6000 ເມັດ

0
529

ຕາມການລາຍງານຂອງປ້ອງກັນຄວາທສະຫງົບໃຫ້ຮູ້ວ່າ: ປກສ ເມືອງສັງທອງ ຈັບຜູ້ຖືກສົງໄສ ໄດ້ 1 ຄົນ ຫຼັງຈາກຂະຫຍາຍຜົນໄດ້ຄົນຮ່ວມຂະບວນການຄ້າຂາຍຢາເສບຕິດ ພ້ອມຢາບ້າ 6000 ເມັດ.

ໃນວັນທີ 27 ພຶດສະພາ 2022 ເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສັງທອງ ປະສານກັບກຸ່ມຄົກເພີງ ເມືອງດັ່ງກ່າວ ເຂົ້າຈັບຕົວຜູ້ຖືກສົງໄສຄ້າຂາຍຢາເສບຕິດ ຊາບຊື່ຄື: ທ້າວ ທອງໄຫຼ ອາຍຸ 39 ປີ ອາຊີບ ເຮັດນາ ພ້ອມກັບຂອງກາງຢາບ້າ 340 ເມັດ.

ຜ່ານການສອບສວນເບື້ອງຕົ້ນ ຮອ ອານົງສັກ ພຸດທະວົງ ຫົວໜ້າໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຂໍ້ມູນຫຼັກຖານຮອດເວລາ 17:00 ໂມງ ວັນດຽວກັນ ຈິ່ງສືບຕໍໄລ່ຊອກໄລ່ລ່າຈັບທ້າວແສງເພັດ ອາຍຸ 44 ປີ ອາຊີບຄ້າຂາຍ ຢູ່ບ້ານອ່າງນ້ຳຫຸມ ເມືອງນາຊາຍທອງ ພ້ອມຂອງກາງຢາບ້າ 6000 ເມັດ ທີ່ຊຸກເຊື່ອງໄວ້ໃນລົດເກັງ ຍີ່ຫໍ້ໂຕໂຍຕ້າ ວີອອດ ສີຂາວ ປ້າຍທະບຽນ ຮສ 6111 ກຳແພງນະຄອນ ມາດຳເນີນຄະດີ.

ປັດຈຸບັນ ກອງບັນຊາການ ປກສ ເມືອງສັງທອງ ກຳລັງເປີດກວ້າງດຳເນີນຕາມຂັ້ນຕອນກົດໝາຍ.

LEAVE A REPLY

Please enter your comment!
Please enter your name here