ເຫດລັກລົດຈັກ

0
1335

ປກສ ກຸ່ມຫ້ວຍຈຽມ ໃຫ້ຮູ້ວ່າ: ໃນວັນທີ 30 ພຶດສະພາ 2022 ເວລາປະມານ 19:00 ໂມງ ປກສ ກຸ່ມຫ້ວຍຈຽມ ໄດ້ຮັບແຈ້ງຄວາມທາງໂທລະສັບ ຈາກການຈັດຕັ້ງບ້ານດຸ່ນອ່ຽນ ເມືອງໄຊທານີ ນະຄອນຫຼວງວຽງຈັນວ່າ: ເວລາປະມານ 19:00 ໂມງ ຂອງ ວັນທີ 30 ພຶດສະພາ 2022 ມີຄົນຮ້າຍລັກລົດຈັກຮອນດາເວບຮ້ອຍ ສີີຂຽວດໍາ ໝາຍເລກທະບຽນ ຕກ 7059 ກໍາແພງນະຄອນ ຂອງ ນາງ ຈັນຫອມ ອາຍຸ 41 ປີ ອາຊີບ ເຮັດນາ ຢູ່ບ່ານດຸ່ນອ່ຽນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ມື້ເກີດເຫດ ນາງຈັນຫອມ ໄດ້ຂັບຂີ່ລົດຈັກໄປຈູດຂີ້ເຫຍື້ອຢູ່ນາຕີນບ້ານ ແລ້ວຈອດລົດຈັກປະໄວ້ ຈາກນັ້ນ ກໍຍ່າງໄປຈູດຂີ້ເຫຍື້ອຢູ່ແຄມທົ່ງນາ ພາຍຫຼັງສຳເລັດແລ້ວ ຍ່າງກັບມາລົດທີ່ຈອດໄວ້ບໍ່ເຫັນ.

ຕົກມາຮອດ ເວລາ 09:10 ໂມງ ຂອງ ວັນທີ 31 ພຶດສະພາ 2022 ການຈັດຕັ້ງບ້ານດຸ່ນອ່ຽນ ແລະ ເຈົ້າຂອງລົດຈັກ ຕິດຕາມຊອກຫາລົດຈັກ ແລະ ພົບເຫັນຜູ້ຖືກສົ່ງໃສຢູ່ໃກ້ເຂດບໍລິເວນດັ່ງກ່າວ ຈິ່ງໄດ້ພົບເຫັນຢູ່ເຂດປ່າດົງ ລະຫວ່າງເຂດບ້ານຫາດວຽງຄໍາ ແລະ ບ້ານໂພນຂາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຊາບຊື່ພາຍຫຼັງ ທ້າວວິໄລ ອາຍຸ 42 ປີ ຫວ່າງງານ ບ້ານໂພນຂາມ ເມືອງປາກງື່ມ ນວ.
ປັດຈຸບັນ ຄະດີດັ່ງກ່າວ ໄດ້ສົ່ງມອບໃຫ້ກອງບັນຊາການ ປກສ ເມືອງປາກງື່ມດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ສ່ວນລົດຈັກ ໄດ້ມອບໃຫ້ເຈົ້າຂອງເປັນທີ່ຮຽບຮ້ອຍ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here