ມອບເງິນຊວ່ຍເຫຼືອໃຫ້ກັບຄອບຄົວ ທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ

0
697

ມອບເງິນຊວ່ຍເຫຼືອໃຫ້ກັບຄອບຄົວ ທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ ແລະ ມອບເຄື່ອງໃຫ້ຄອບຄົວອານາຖາ.

ພິທີມອບເງີນຊວ່ຍເຫຼືອໃຫ້ກັບຄອບຄົວທີຖືກຜົນກະທົບໄພພິບັດນໍ້າຖວ້ມເຮືອນ ແລະ ຜົນຜະລິດຂອງພໍ່ແມ່ປະຊາຊົນຢູ່ສອງບ້ານຄື: ບ້ານປາງຄໍາ ແລະ ບ້ານນາກາງເມືອງປາກລາຍແຂວງໄຊຍະບູລີ ເຊິ່ງໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2022 ນີ້ ທີ່ຫໍປະຊຸມບ້ານປາງຄໍາ ໂດຍການໃຫ້ກຽດເຂົ້າຮວ່ມມອບເງີນດັ່ງກ່າວຂອງ ທ່ານ ບຸນພະລັງວິໄລສັກ ຮອງເຈົ້າເມືອງໆປາກລາຍ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂື້ນເມືອງ, ມີອົງການປົກຄອງບ້ານພໍ່ແມ່ປະຊາຊົນພ້ອມດວ້ຍຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮວ່ມ.

ທ່ານ ສົມເດດ ທອງຄໍາມີ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ລາຍງານ ໃຫ້ຮູ້ວ່າ: ໃນວັນທີ 18-19 ເມສາ 2022 ຜ່ານມາໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງເຮັດໃຫ້ນໍ້າຮວງ ແລະ ນໍ້າຫວ້ຍນ້ອຍຈໍານວນໜຶ່ງຂອບເຂດບ້ານປາງຄໍາ ແລະ ບ້ານນາກາງໄດ້ເກີດມີນໍ້າຖ້ວມເຮືອນ ແລະ ຜົນຜະລິດກະສິກໍາຂອງປະຊາຊົນຢ່າງກະທັນຫັນເຮັດໃຫ້ມີຜົນເສຍຫາຍ ຄື:

ບ້ານປາງຄໍາມີ 36 ຄອບຄົວ ແລະ ບ້ານນາກາງໄດ້ຮັບຜົນເສຍຫາຍມີ 9 ຄອບຄົວລວມມູນຄ່າເສຍຫາຍທັງໝົດ 462 ລ້ານກວ່າກີບ.

ດັ່ງນັ້ນ ເພື່ອເປັນການຟື້ນຟູຊີວິດຈິດໃຈ ແລະ ໃຫ້ກໍາລັງໃຈຕໍ່ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖວ້ມໃນຄັ້ງນີ້ ທາງອໍານາດການປົກຄອງເມືອງຈຶ່ງໄດ້ມອບເງິນຊວ່ຍເຫຼືອເບື້ອງຕົ້ນໃຫ້ກັບຄອບຄົວດັ່ງກ່າວລວມມູນຄ່າທັງໝົດ 7.500.000 ກວ່າກີບ

ຈາກນັ້ນ, ໃນວັນດຽວກັນ ທາງທີມງານຂອງທ່ານຮອງເຈົ້າເມືອງ ສົມພົບກັບຄະນະຫ້ອງການແນວລາວສ້າງຊາດເມືອງກໍ່ໄດ້ໄປມອບເຄື່ອງນຸ່ງຮົມ ແລະ ອຸປະກອນຮັບໃຊ້ໃນຄົວເຮືອນຈໍານວນໜຶ່ງໃຫ້ກັບຄອບຄົວທຸກຍາກອານາຖາຢູ່ບ້ານນາງຄະຍາງຈໍານວນ 17 ຄອບຄົວ ແລະ ຕິດຕາມເບິ່ງການກໍ່ສ້າງຕໍ່ເຕີມກຸດຕິຂອງບ້ານນາງຄະຍາງຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here