ເຄື່ອນໄຫວຢ້ຽມຢາມ ເຮັດວຽກ ຢູ່ກອງພົນທີ2

0
1739

ຄະນະຜູ້ແທນຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ.ຣັດເຊຍ ເຄື່ອນໄຫວຢ້ຽມຢາມ ເຮັດວຽກ ຢູ່ກອງພົນທີ2

ໃນອາທິດທີ່ຜ່ານມານີ້, ສະຫາຍ ພັນເອກ ຄຳແປງ ບົວລະບັດ ຫົວໜ້າກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກກອງທັບ ໄດ້ນໍາພາ ສະຫາຍ ພົນຕີ ກຣາຍເຍັບ ເດມີຕີຣ ວາລາຕີມີໂຣວິຈ ຫົວໜ້າຫ້ອງການ ຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ປະຈໍາລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູກອງພົນທີ2, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2 ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຄຳດີ ໄຊຍະວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ການມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ2 ຂອງຄະນະຜູ້ແທນ ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ.ຣັດເຊຍ ໃນຄັ້ງນີ້ ພ້ອມທັງລາຍງານກ່ຽວກັບສະພາບ ຈຸດພິເສດ, ພາລະບົດບາດ, ການກຳເນີດເຕີບໃຫຍ່ຂອງກົມກອງ ແລະ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາກອງພົນ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ຮັກສາໄດ້ທາດແທ້ປະຕິວັດ ແລະ ມູນເຊື້ອອັນດີງາມຊາດ, ຂອງກອງທັບ ແລະ ກົມກອງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ, ມີສະຕິລະກຽມ ພ້ອມສູ້ຮົບ ເພື່ອຕອບຕ້ານທຸກເຫດການທີ່ຈະເກີດຂຶ້ນໃຫ້ທັນເວລາ, ຈາກນັ້ນທັງສອງຝ່າຍກໍໄດ້ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນຂົງເຂດການພົວພັນຮ່ວມມືກັນທັງສອງຝ່າຍ.

ໃນໂອກາດທີ່ເຄື່ອນໄຫວຢ້ຽມຢາມ ເຮັດວຽກຢູ່ກອງພົນທີ2 ໃນຄັ້ງນີ້ ຄະນະຜູ້ແທນຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ ກໍ່ໄດ້ລົງກວດກາພາຫະນະ, ອາວຸດຍຸດໂທ ປະກອນ ເຕັກນິກ ທີ່ໄດ້ຈາກການຊ່ວຍເຫຼືອຂອງສະຫະພາບໂຊວຽດ ເພື່ອພ້ອມກັນປັບປຸງສ້ອມແປງສິ່ງທີ່ເປ່ເພໃຫ້ກັບມານໍາໃຊ້ໄດ້ປົກກະຕິ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here