ທາງດ່ວນຍັງເປີດບໍລິການປົກກະຕິ

0
5282

ອີງຕາມການລາຍງານ ຂອງ Vientiane-Vangvieng Express way ທາງດ່ວນ ວຽງຈັນ-ວັງວຽງ ໃຫ້ຮູ້ວ່າ: ໃນຕອນສວາຍຂອງ ວັນທີ 5 ມິຖຸນາ 2022 ທາງອອກປາກອຸໂມງມິດຕະພາບ ລາວ-ຈີນ ທິດທາງນະຄອນຫຼວງວຽງຈັນຫາວັງວຽງ, ມີເຫດການຍິງປືນເກີດຂຶ້ນໂດຍທີ່ບໍ່ຊາບສາເຫດ, ສາເຫດ ແລະ ຈຸດປະສົງຂອງເຫດການຄັ້ງນີ້ທາງເຈົ້າໜ້າທີ່ຕຳຫຼວດກຳລັງສຶບສວນ.

ທີມກວດທາງຂອງບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ເມື່ອໄດ້ຮັບແຈ້ງຊ່ວຍເຫຼືອ ກໍ່ເລີ່ມປະຕິບັດແຜນການກ່ຽວກັບການຮັບມືກັບເຫດສຸກເສີນທັນທີ, ພ້ອມທັງດຳເນີນການແຈ້ງເຫດຫາ ປກສ ໂພນໂຮງ ແລະ ຫີນເຫີບ ໃນເວລາທຳອິດທັນທີ, ປະກອບສ່ວນຊ່ວຍເຫຼືອເຈົ້າໜ້າທີ່ປິດທາງຂາອອກສະຖານີຫີນເຫີບ, ນຳ້ງື່ມ, ວັງວຽງ ສາມບ່ອນ.

ປະຈຸບັນ, ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ກຳລັງຮ່ວມມືກັບທາງເຈົ້າໜ້າທີ່ຕຳຫຼວດໃນການລົງເລິກສຶບສວນຢ່າງເຕັມສ່ວນ, ຂໍໃຫ້ບັນດາມວນຊົນປະຊາຊົນຍັງຄົງເລືອກໃຊ້ທາງດ່ວນທີ່ເປັນການສັນຈອນທີ່ສະດວກຄືທີ່ເດີມ.

ສິ້ນສຸດເຖິງເວລາ 17:35, ທາງດ່ວນບໍ່ໄດ້ຮັບການກະທົບ, ປອດໄພຕະຫຼອດທາງ ແລະ ດຳເນີນງານຕາມປົກກະຕິ. ຂໍໃຫ້ບັນດາມວນຊົນບໍ່ເຊື່ອຟັງຂ່າວລື, ບໍ່ສົ່ງຕໍ່ຂ່າວລື. ຂໍ້ມູນຕ່າງໆແມ່ນໃຫ້ອີງຕາມແຈ້ງການຈາກແຫຼ່ງຂ່າວທາງການທີ່ຖືກຕ້ອງ. ໜ່ວຍງານ ຫຼື ບຸກຄົນໃດທີ່ລົງຂ່າວສານທີ່ບໍ່ມີມູນຄວາມຈີງ ແລະ ການກະທຳໃສ່ຮ້າຍປ້າຍສີທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ທາງບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ຈະໄດ້ອີງຕາມກົດໝາຍໃນການຕາມຜູ້ກ່ຽວມາຮັບຜິດຊອບ. ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ວັນທີ 5 ມິຖຸນາ 2022

.

LEAVE A REPLY

Please enter your comment!
Please enter your name here