ແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ

0
1772

ເຈົ້າໜ້າທີ່ພາສີປະຈຳ ແຂວງບໍລິຄຳໄຊຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ

ອີງຕາມເຈົ້າໜ້າທີ່ພາສີ ປະຈໍາ ແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ໄມ້ເຖື່ອນຫລາຍປະເພດ (ໄມ້ໜູນ, ໄມ້ຄຳພີ, ໄມ້ດູ່, ໄມ້ແຕ້ຂ່າ) ລວມທັງໝົດ 68 ໂຕ ເທົ່າກັບ 2,37 ແມັດກ້ອນ.ຕາມການໃຫ້ສຳພາດຂອງ ທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ ໃຫ້ຮູ້ວ່າ:

ໃນທ້າຍເດືອນພຶດສະພາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີແຂວງບໍລິຄຳໄຊ ໄດ້ຮັບແຈ້ງຈາກພົນລະເມືອງດີ ມີລົດຂົນສົ່ງເຄື່ອນຍ້າຍໄມ້ຜິດກົດໝາຍຢູ່ເຂດເມືອງທ່າພະບາດ, ເຂດປາກກະດິງ ແລະ ຢູ່ເຂດເມືອງຄຳເກີດ, ເຈົ້າໜ້າທີ່ພາສີປະຈຳແຂວງໄດ້ເຄື່ອນໄຫວ, ຕິດຕາມຈຶ່ງພົບລົດເປົ້າໝາຍຢູ່ເຂດບ້ານປາກກະດັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ກຳລັງເດີນທາງລົງໄປຕາມເສັ້ນທາງເລກທີ 13 ໃຕ້, ເຈົ້າໜ້າທີ່ພາສີປະຈຳແຂວງບໍລິຄໍາໄຊ ທີ່ອອກປະຕິບັດໜ້າວຽກງານວິຊາສະເພາະ ໄດ້ຕິດຕາມຢ່າງໃກ້ສິດຈົນຮອດເຂດບ້ານນໍ້າທອນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ແລະ ໄດ້ຂໍອະນຸຍາດຈາກເຈົ້າຂອງພາຫະນະ ກວດກາສິນຄ້າພາຍໃນລົດ ເບື້ອງຕົ້ນບໍ່ພົບເຫັນສິນຄ້າຜິດກົດໝາຍ ແຕ່ດ້ວຍຄວາມສົງໃສຂອງເຈົ້າໜ້າທີ່ພາສີ ຈຶ່ງໄດ້ກວດຄົ້ນຢ່າງລະອຽດຍ້ອນຜູ້ກ່ຽວດັດແປງສະພາບພື້ນລົດ, ຈຶ່ງພົບໄມ້ຈຳນວນຫລາຍລາຍການປະກອບມີ: ໄມ້ໝູນຈໍານວນ 6 ໂຕ ເທົ່າກັບ 0,16 ແມັດກ້ອນ, ໄມ້ຄຳພີ 2 ໂຕເທົ່າກັບ 0,03 ແມັດກ້ອນ, ໄມ້ຄໍາພີ (ໄມ້ເສດ) 237 ກິໂລກຣາມ, ໄມ້ດູ່ 4 ໂຕ ເທົ່າກັບ 0,04 ແມັດກ້ອນ ແລະ ໄມ້ແຕ້ຂ່າ 38 ໂຕ ເທົ່າກັບ 2,13 ແມັດກ້ອນ ລວມທັງໝົດເທົ່າກັບ 2,37 ແມັດກ້ອນ ແລະ 237 ກິໂລກຣາມ.

ສຳລັບການກະທໍາຜິດໃນຄັ້ງນີ້, ຖືວ່າຜິດຕໍ່ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍປ່າໄມ້ ແລະ ຄຳສັງຂອງນາຍົກລັດຖະມົນຕີ ແຫ່ງສປປລາວ ເລກທີ 15/ນຍ, ປັດຈຸບັນ ຍັງຢູ່ໃນຂັ້ນຕອນຂະບວນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອດຳເນີນຄະດີຕໍ່ຜູ້ກະທໍາຜິດຕາມກົດໝາຍໃນຂັ້ນຕໍ່ໄປ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here