ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77

0
658

ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77 ໄດ້ຮັບການເລືອກຕັ້ງໃນວັນທີ 7 ມິຖຸນາ 2022, ທ່ານ Csaba Kőrösi ຈາກປະເທດ ຮົງກາຣີ, ເຊິ່ງເປັນຕົວແທນຈາກ ພາກພື້ນເອີຣົບຕາເວັນອອກ ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77.

ກ່ອນຫນ້ານີ້, ທ່ານ Csaba Kőrösi ເຄີຍດໍາລົງຕໍາແໜ່ງເປັນອະທິບໍດີຮັບຜິດຊອບວຽກງານ ຄວາມຍືນຍົງດ້ານສິ່ງແວດລ້ອມ (Director for Environmental Sustainability) ປະຈໍາສໍານັກງານປະທານນາທິບໍດີ ຮົງກາຣີ.

ໃນລະຫວ່າງປີ 2010-2014, ທ່ານເຄີຍດໍາລົງຕໍາແຫນ່ງເປັນ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ຮົງກາຣີ ປະຈໍາ ອົງການ ສປຊ ທີ່ ນິວຢອກ ເຊິ່ງໃນໄລຍະດັ່ງກ່າວ ໄດ້ເຄີຍເຮັດໜ້າທີ່ເປັນ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 66 (2011-2012) ແລະ ປະທານຮ່ວມ ເພື່ອນໍາພາຂະບວນການເຈລະຈາ ເພື່ອກໍານົດເປົ້າໝາຍການພັດທະນາແບບຍືນຍົງ. ກ່ອນການເລືອກຕັ້ງ, ທ່ານ Csaba Kőrösi ໄດ້ຖະແຫຼງກ່ຽວກັບວິໄສທັດ ແລະ ບຸລິມະສິດ ໃນການເປັນປະທານສະມັດຊາໃຫຍ່ ສະໄໝທີ 77 ພາຍໃຕ້ຄຳຂວັນ “Solutions through Solidarity, Sustainability and Science” ເຊິ່ງປະກອບດ້ວຍ:

1) ຍຶດໝັ້ນຕໍ່ກັບຫຼັກການພື້ນຖານຂອງ ກົດບັດ ສປຊ; 2) ສ້າງຄວາມຄືບໜ້າເພື່ອການຫັນປ່ຽນສູ່ຄວາມຍືນຍົງ; 3) ແນໃສ່ແກ້ໄຂບັນຫາຢ່າງເປັນລະບົບ ແລະ ປະສານງານໃຫ້ສອດຄ່ອງ; 4) ສົ່ງເສີມບົດບາດຂອງວິທະຍາສາດ ເຂົ້າໃນຂະບວນການຕັດສິນບັນຫາ; ແລະ 5) ເພີ່ມທະວີຄວາມປອງດອງ ເພື່ອກຽມພ້ອມຮັບມືກັບບັນດາວິກິດການໃນອະນາຄົດ.ໃນໂອກາດນີ້, ທ່ານ António Guterres, ເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຍິນດີ ຕໍ່ປະທານສະມັດຊາໃຫຍ່ ຄົນຕໍ່ໄປ ແລະ ຍ້ຳຄືນບົດບາດສຳຄັນຂອງ ສະມັດຊາໃຫຍ່ ສປຊ ໂດຍສະເພາະ ໃນທ່າມກາງສະພາບການຂອງໂລກໃນປັດຈຸບັນ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຄຸ້ນເຄີຍໃນວຽກງານ ສປຊ, ຄວາມຊ່ຽວຊານໃນວຽກງານຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມໝາຍໝັ້ນໃນວຽກງານຫຼາຍຝ່າຍ, ທ່ານ ຈະສາມາດຂັບເຄື່ອນວຽກງານຂອງ ສປຊ ໄດ້ຢ່າງມີປະສິດທິພາບ. ທ່ານ Abdulla Shahid, ປະທານສະມັດຊາໃຫຍ່ ຄົນປັດຈຸບັນ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ ປະທານຄົນໃໝ່ ແລະ ຊີ້ແຈງກ່ຽວກັບບັນດາໜ້າວຽກທີ່ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ ກ່ອນຈະສິ້ນສຸດພາລະກິດ ໃນຖານະປະທານສະມັດຊາໃຫຍ່ ສະໄໝປັດຈຸບັນ.

ໃນໂອກາດດຽວກັນ, ສະມັດຊາໃຫຍ່ ໄດ້ເລືອກຕັ້ງຮອງປະທານ ສະໄໝທີ 77 ຈຳນວນ 21 ປະເທດ ເຊິ່ງປະກອບດ້ວຍ 6 ປະເທດ ຈາກພາກພື້ນອາຟຣິກາ, 5 ປະເທດ ຈາກພາກພື້ນອາຊີ-ປາຊິຟິກ, 3 ປະເທດ ຈາກພາກພື້ນ ອາເມຣິກາລາຕິນ-ຄາຣິບຽນ, 2 ປະເທດ ຈາກພາກພື້ນ ເອີຣົບຕາເວັນຕົກ ແລະ ອື່ນໆ ແລະ 5 ປະເທດ ສະມາຊິກຖາວອນຂອງ ສະພາຄວາມໝັ້ນຄົງ. ສະມັດຊາໃຫຍ່ ສປຊ ສະໄໝທີ 77 ແມ່ນຈະເລີ່ມປະຕິບັດວຽກງານເປັນໄລຍະເວລາ 1 ປີ ພາຍຫຼັງຈາກທີ່ຄະນະໃນປັດຈຸບັນ ສະໄໝທີ 76 ສິ້ນສຸດພາລະກິດ ໃນວັນທີ 12 ກັນຍາ 2022 ນີ້.

ຂໍ້ມູນຈາກ: Permanent Mission of the Lao PDR to the United Nations

LEAVE A REPLY

Please enter your comment!
Please enter your name here