ເມືອງຕົ້ນເຜິ້ງ ຈັດພິທີທຳລາຍສິນຄ້າໝົດອາຍຸ – ເສຍຄຸນ

0
903

ທ້າຍອາທິດຜ່ານມານີ້, ເມືອງ ຕົ້ນເຜິ້ງ ໄດ້ຈັດພິທີທຳລາຍອາຫານແຫ້ງ – ເຄື່ອງດື່ມໝົດອາຍຸ – ເສຍຄຸນ ແລະ ເຄື່ອງສໍາອາງຕ້ອງຫ້າມ ທີ່ຫ້ອງການສາທາລະນະສຸກເມືອງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານນາງ ສາຍຊົນ ອຸ່ນອົກ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆ ຕົ້ນເຜິ້ງ, ມີ ທ່ານ ທອງຄຸນ ໄຍສະຫວັນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະກຳມະການກວດກາອາຫານ ແລະ ຢາຂັ້ນເມືອງ, ບັນດາຫ້ອງການອ້ອມຂ້າງ ແລະ ອຳນາດການປົກຄອງບ້ານ ເຂົ້າຮ່ວມ.

ໃນພິທີ ວິຊາການໜ່ວຍງານອາຫານ ແລະ ຢາ ໄດ້ລາຍງານການລົງຈັດຕັ້ງປະຕິບັດຂອງທີມງານກວດກາຮ້ານຈໍາໜ່າຍອາຫານແຫ້ງ – ເຄື່ອງດື່ມໝົດອາຍຸ ແລະ ຮ້ານຂາຍເຄື່ອງສຳອາງຢູ່ພາຍໃນເມືອງ ຕົ້ນເຜິ້ງ ເຊິ່ງທາງທີມງານໄດ້ລົງກວດກາ ໃນລະຫວ່າງ ວັນທີ 24 – 27 ພຶດສະພາ 2022 ຢູ່ໃນຕະຫຼາດຂາຍເຄື່ອງຍົກ – ຍ່ອຍ, ຮ້ານອາຫານຕາມເທດສະບານເມືອງ, ເຂດສີເມືອງງາມ, ນໍ້າເກິ່ງ, ຂຸນບົງ, ບ້ານມອມ ແລະ ສີບຸນເຮືອງ. ຜ່ານການລົງກວດກາພົບວ່າຍັງມີອາຫານ, ເຄື່ອງດື່ມໝົດອາຍຸວາງຈໍາໜ່າຍຢູ່ຕາມຮ້ານຄ້າ, ຜູ້ປະກອບການບາງຮ້ານເວລາທີມງານກວດພົບເຄື່ອງໝົດອາຍຸ ແລະ ເສຍຄຸນແມ່ນບໍ່ຢາກໃຫ້ທາງທີມງານເກັບໄປທຳລາຍຖິ້ມ, ຜູ້ປະກອບການບໍ່ເອົາໃຈໃສ່ເບິ່ງ ວັນ, ເດືອນ, ປີ ໝົດອາຍຸໃນເວລາຊື້ເຄື່ອງເຂົ້າຮ້ານ ເຊິ່ງເຄື່ອງໝົດອາຍຸທີ່ກວດພົບສ່ວນໃຫຍ່ແມ່ນເຄື່ອງດື່ມປະເພດນໍ້າອັດລົມ, ນົມ, ໜີ່ສຳເລັດຮູບ, ຄີມທາໜ້າ ແລະ ອື່ນໆ ລວມທັງໝົດ 61 ລາຍການ ມູນຄ່າ 24,213,000 ກີບ. ໂອກາດນີ້ ທ່ານນາງ ສາຍຊົນ ອຸ່ນອົກ ຮອງເຈົ້າເມືອງໆ ຕົ້ນເຜິ້ງ ກໍ່ໄດ້ມີຄຳເຫັນຕໍ່ບັນຫາເຄື່ອງໝົດອາຍຸ ແລະ ເສຍຄຸນ ວ່າ:

ບັນຫາເຄື່ອງເປັນອາຍຸເປັນບັນຫາທີ່ພາກສ່ວນກ່ຽວຂ້ອງ, ອຳນາດການປົກຂັ້ນບ້ານ ແລະ ທຸກພາກສ່ວນໃນສັງຄົມຕ້ອງໄດ້ເປັນເຈົ້າການນໍາກັນທັງໃນເວລາລົງກວດກາຕົວຈິງຂອງຄະນະກຳມະການ ແລະ ໃນເວລາຊື້ເຄື່ອງອຸປະໂພກ – ບໍລິໂພກໃນຊີວິດປະຈໍາວັນ ເວລາຊື້ເຄືີ່ອງຕ້ອງໄດ້ກວດກາເບິ່ງ ວັນ, ເດືອນ, ປີ ໝົດອາຍຸໃຫ້ດີ ເນື່ອງຈາກຮ້ານຄ້າຈໍາໜ່ວຍໜຶ່ງຍັງມີການວາງຈໍາໜ່າຍສິນຄ້າທີ່ໝົດອາຍຸ ແລະ ເສຍຄຸນ ຍ້ອນເຫັນແກ່ຜົນກຳໄລຂອງຕົນເອງ ໂດຍບໍ່ຄຳນຶງເຖິງບັນຫາສຸຂະພາບຂອງຜູ້ບໍລິໂພກ ແລະ ບາງຄັ້ງຜູ້ບໍລິໂພກເອງກໍ່ບໍ່ໄດ້ເອົາໃຈໃສ່ກວດກາເບິ່ງ ວັນ, ເດືອນ,ປີ ໝົດອາຍຸ, ບາງຄັ້ງທັງທີ່ຮູ້ວ່າສິນຄ້າໃກ້ໝົດອາຍຸແຕ່ກໍຍັງຊື້ ຍ້ອນເຫັນແກ່ລາຄາທີ່ຖືກ ຍ່ອມເຍົາ ເຊິ່ງມັນຈະສົ່ງຜົນເສຍຕໍ່ສຸຂະພາບຜູ້ທີ່ບໍລິໂພກເຄື່ອງດັ່ງກ່າວທັງໄລຍະສັ້ນ ແລະ ໄລຍະຍາວ.

ຈາກນັ້ນ, ປະທານ ແລະ ບັນດາພາກສ່ວນທີ່ເຂົ້າຮ່ວມກໍ່ໄດ້ຮ່ວມກັນທຳລາຍອາຫານແຫ້ງ – ເຄື່ອງດື່ມໝົດອາຍຸ – ເສຍຄຸນ ແລະ ເຄື່ອງສໍາອາງຕ້ອງຫ້າມ ທີ່ເດີນຫ້ອງການສາທາລະນະສຸກ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper

LEAVE A REPLY

Please enter your comment!
Please enter your name here