ສາມາດເກັບລາຍຮັບ ຈາກນັກທ່ອງທ່ຽວພາຍໃນ ໄດ້ 52 ລ້ານກວ່າໂດລາ

0
1813

4 ເດືອນຕົ້ນປີ ສາມາດເກັບລາຍຮັບ ຈາກນັກທ່ອງທ່ຽວພາຍໃນ ໄດ້ 52 ລ້ານກວ່າໂດລາ.

ຕາມການລາຍງານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 8 ມິຖຸນາ 2022 ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ-ເມສາ2022 ນີ້, ສາມາດເກັບລາຍຮັບຈາກນັກທ່ອງທ່ຽວພາຍໃນ ໄດ້ທັງໝົດ 52ລ້ານກວ່າໂດລາສະຫະລັດ, ຂອງຈຳນວນ ນັກທ່ອງທ່ຽວທັງໝົດ 463.907 ເທື່ອຄົນ, ສະເລ່ຍໄລຍະພັກເຊົາ 2,5 ວັນ/ຄົນ, ລາຍຈ່າຍສະເລ່ຍຕໍ່ຄົນ/ມື້ 45 ໂດລາສະຫະລັດ.ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ອີກວ່າ:

ນັບແຕ່ລັດຖະບານ ໄດ້ປະ ກາດເປີດປະເທດ ເລີ່ມແຕ່ວັນທີ 9 ພຶດສະພາ ເປັນຕົ້ນມາ ອີງຕາມຂໍ້ມູນເບື້ອງຕົ້ນ, ນັບຕັ້ງແຕ່ ວັນທີ 9 ພຶດສະພາ ຫາວັນທີ 6 ມິຖຸນາ 2022 ມີຜູ້ເດີນທາງເຂົ້າ ສປປ ລາວ ຈໍານວນ 55.753 ຄົນ, ຜູ້ເດີນທາງອອກ ຈຳນວນ 56.325 ຄົນ, ຄຽງຄູ່ກັນນັ້ນ, ຂໍ້ມູນຂ່າວສານຕ່າງໆກ່ຽວກັບ ນະໂຍບາຍການເປີດຕ້ອນຮັບນັກທ່ອງທ່ຽວຂອງ ສປປ ລາວ ແມ່ນໄດ້ຮັບການໂຄສະນາໂດຍຜ່ານສື່ສັງຄົມຕ່າງໆທັງພາຍໃນ ແລະ ຕ່າງປະ ເທດ ຢ່າງກວ້າງຂວາງພໍສົມຄວນ. ບັນດາຊ່ຽວຊານທ່ອງທ່ຽວທີ່ເຮັດວຽກ ແລະ ດຳເນີນທຸລະກິດຢູ່ລາວ, ບັນດາບໍລິສັດທ່ອງທ່ຽວຢູ່ລາວ ໄດ້ແຈ້ງຂ່າວໃຫ້ແກ່ບໍລິສັດຄູ່ສັນຍາຢູ່ຕ່າງປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ ແລະ ໄດ້ຕີພິມບົດຄວາມອອກຂ່າວໃນວາລະສານທ່ອງທ່ຽວສາກົນຫລາຍສະບັບ ກ່ຽວກັບລະບຽບການເປີດປະເທດຂອງ ສປປ ລາວ.

ປັດຈຸບັນ ສາມາດຕີລາຄາໄດ້ວ່າ ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໄດ້ຮັບຮູ້ກ່ຽວກັບການເປີດປະເທດຂອງ ສປປ ລາວ ຫລາຍຂຶ້ນ ແລະ ບັນດາບໍລິສັດຄູ່ສັນ ຍາຢູ່ຕ່າງປະເທດ ແມ່ນໄດ້ຈອງລາຍການທ່ອງທ່ຽວກັບບັນດາບໍລິສັດຄູ່ສັນຍາ ຢູ່ພາຍໃນປະເທດ, ຄາດວ່າໃນໄລຍະເດືອນມິຖຸນາ ປີ 2022 ເປັນຕົ້ນໄປນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ຈະຄ່ອຍໆເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ຫລາຍຂຶ້ນ.ບັນດາບໍລິສັດທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ທີ່ນຳພານັກທ່ອງທ່ຽວເຂົ້າມາເປັນກຸ່ມ ແລະ ນັກທ່ອງທ່ຽວເດີນທາງເຂົ້າມາດ້ວຍຕົນເອງ ແລະ ຜູ້ທີ່ມີຊື່ສຽງ ຕ່າງກໍໄດ້ຖ່າຍຮູບ ແລະ ຖ່າຍທອດສົດຜ່ານ ສື່ສັງຄົມອອນໄລ(Social Medias) ເພື່ອລົງຂ່າວກ່ຽວກັບສະພາບ ການເດີນທາງ, ຮູບພາບສະຖານທີ່ທ່ອງທ່ຽວຕ່າງໆ ແລະ ຂຽນຂໍ້ຄວາມອະທິບາຍກ່ຽວກັບການເດີນທາງທ່ອງທ່ຽວຢູ່ ສປປ ລາວ ເປັນການບອກເລົ່າປາກຕໍ່ປາກ ແລະ ໄດ້ລົງຮູບພາບທີ່ປະທັບໃຈ ກ່ຽວກັບການເດີນທາງຕຜ່ານເສັ້ນທາງລົດໄຟ ລາວ-ຈີນ ໄປຍັງ ເມືອງວັງວຽງ, ເມືອງຫລວງພະບາງ ແລະ ແຂວງອື່ນໆເຊິ່ງ ສ່ວນຫລາຍແມ່ນມີຄວາມປະທັບໃຈ ຕໍ່ການເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ.ສຳລັບ ບັນຫາກ່ຽວກັບເງິນກີບອ່ອນຄ່າ ຖືວ່າເປັນບັນຫາລວມຂອງ ສປປ ລາວ, ແຕ່ ສປປ ລາວ ສາມາດຖືເອົາວິກິດທີ່ເງິນກີບອ່ອນຄ່າ ນີ້ເປັນກາລະໂອກາດໄດ້, ເປັນຕົ້ນ ນັກທ່ອງທ່ຽວທີ່ນຳເງິນຕາຕ່າງປະເທດເຂົ້າມາ ແລະ ແລກປ່ຽນເປັນເງິນກີບແມ່ນຈະໄດ້ເງິນກີບເປັນຈຳນວນຫລາຍຂຶ້ນ ແລະ ໃຊ້ຈ່າຍຄຸ້ມຄ່າກວ່າເກົ່າ, ເຖິງແມ່ນວ່າລາຄາສິນຄ້າ ແລະ ອາຫານການກິນຂ້ອນຂ້າງແພງຂຶ້ນ ແຕ່ຖ້າຈ່າຍເປັນເງິນກີບກໍຍັງຄຸ້ມຄ່າຫລາຍ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here