ໂຄງການກໍ່ສ້າງສວນສາທາລະນະເພື່ອການຮຽນຮູ້

0
1414

ການກໍ່ສ້າງສວນສາທາລະນະເພື່ອການຮຽນຮູ້ ຂອງມະຫາວິທະຍາໄລແຫ່ງຊາດ ຄາດວ່າຈະສຳເລັດ ໃນປີ 2025 ເພື່ອສາມາດຕອບສະໜອງຕໍ່ກິດຈະກໍາການສຶກສາໃຫ້ຄົບຖ້ວນຕາມ 5 ຫຼັກມູນທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ເພື່ອຕອບສະໜອງຕາມວິໄສທັດການພັດທະນາຮອດປີ 2030 ແລະ ແຜນຍຸດທະສາດການພັດທະນາປີ 2016 ຫາ 2025 ຂອງມະຫາວິທະຍາໄລແຫ່ງຊາດ ເພື່ອສ້າງເງື່ອນໄຂໃຫ້ແກ່ການຫັນການຮຽນການສອນລົງສູ່ພາກປະຕິບັດຕົວຈິງ ເຮັດໃຫ້ນັກສືກສາມີໂອກາດຮຽນຮູ້ຈາກພາກສະໜາມຫຼາຍຂື້ນ ແລະ ເພື່ອປະຕິບັດຕາມຄໍາຂວັນ 6 ສ ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດຕາມ ສ ສີຂຽວໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.ທ່ານ ສິນທະວອນ ດາລາວົງ ຄະນະບໍດີຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໃຫ້ສໍາພາດວ່າ:

ຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການສຶກສາຄວາມເປັນໄປໄດ້ໃນການອອກແບບ, ວາງແຜນ ແລະ ສ້າງໃຫ້ເຂດສວນປ່າສັກທີ່ຢູ່ໃນພື້ນທີ່ບໍລິເວນຄະນະສະຖາປັດຕະຍະກໍາສາດ ເພື່ອສ້າງໃຫ້ເປັນສວນສາທາລະນະເພື່ອການຮຽນຮູ້ ຫຼື ເອີ້ນວ່າ LEARNING PARK ໂດຍມີເນື້ອທີ່ທັງໝົດ 4 ເຮັກຕ້າກວ່າ.

ທ່ານ ສິນທະວອນ ດາລາວົງ ຄະນະບໍດີຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ ຍັງໃຫ້ຮູ້ຕື່ມວ່າ: ສວນສາທາລະນະເພື່ອການຮຽນຮູ້ແຫ່ງນີ້, ຈະປະກອບມີ ເຮືອນຊົນເຜົ່າທ້ອງຖິ່ນຕ່າງໆຂອງທຸກພາກໃນ ສປປລາວ, ປະດັບປະດາເອ້ຍ້ອງດ້ວຍສວນຕົ້ນໄມ້ ແລະ ດອກໄມ້ສາຍພັນຕ່າງໆ, ຈັດວາງທາງຍ່າງເຊື່ອມຕໍ່ກັບຈຸດຕ່າງໆພາຍໃນສວນທັງເປັນພື້ນທີ່ແລ່ນອອກກໍາລັງກາຍ ແລະ ເປັນບ່ອນໃຫ້ນັກສຶກສາຮຽນຮູ້ການອອກແບບ, ການນໍາໃຊ້ວັດສະດຸ ແລະ ການຈັດວາງທີ່ເໝາະສົມໃນແຕ່ລະພື້ນທີ່, ມີສາລາໃນຮົ່ມ ແລະ ຫໍມູນເຊື້ອຂອງມະຫາວິທະຍາໄລແຫ່ງຊາດທີ່ອອກແບບໃຫ້ມີລັກສະນະສະເພາະເປັນບ່ອນວາງສະແດງການກໍາເນີດ ແລະ ການຂະຫຍາຍຕົວຂອງມະຫາວິທະຍາໄລແຫ່ງຊາດຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ.

ສໍາລັບໂຄງການກໍ່ສ້າງສວນສາທາລະນະແຫ່ງນີ້ ແມ່ນເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2021 ຫາ 2022 ຄາດວ່າປີ 2024 ຫາ 2025 ຈະໃຫ້ສໍາເລັດ ເຊິ່ງມີມູນຄ່າການກໍ່ສ້າງໃນເບື້ອງຕົ້ນແມ່ນປະມານ 6 ຕື້ກີບ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here