ປກສ ສະຫວັນນະເຂດ ຈັບແກ້ງຄ້າຢາເສບຕິດ ພ້ອມຂອງກາງ

0
1443

ເຈົ້າໜ້າທີ່ ຈັບແກ້ງຄ້າຢາເສບຕິດ ພ້ອມຂອງກາງ 21.446 ເມັດ

ໃນວັນທີ 8 ມີຖຸນາ 2022, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ສື່ຂ່າວຂອງພວກເຮົາວ່າ: ໃນວັນທີ 1ມິຖຸນາ 2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິ ບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບ ເຂດນະຄອນໄກສອນພົມວິຫານ ໄດ້ກັກຕົວເປົ້າໜາຍຄ້າຂາຍຢາເສບຕິດ (ຢາບ້າ) ຈຳນວນ 2 ຄົນ ຄື:

1. ທ້າວ ຜ່ານ ອາຍຸ 60 ປີ ອາຊີບ ເຮັດນາ ບ້ານ ຍາງໂພສີ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງຢາບ້າ ຈຳນວນ 313 ເມັດ

2. ທ້າວ ຊານໄຊ ຫຼື ຊານ ອາຍຸ 34 ປີ ອາຊີບ ເຮັດນາ ບ້ານ ຍາງໂພສີ ນະ ຄອນ ໄກສອນ ພົມວິຫານ ພ້ອມຂອງກາງຢາບ້າ ຈຳນວນ 184 ເມັດ , ເຊິ່ງທັງສອງຄົນແມ່ນເປັນພໍ່ລູກກັນ. ຜ່ານການສອບສວນ, ທ້າວ ຊານໄຊ ຫຼື ຊານ ໄດ້ຮັບສາລະພາບວ່າ: ຢາບ້າທີ່ນຳມາຈຳໜ່າຍຂາຍ ແມ່ນໄດ້ຊື້ມາຈາກທ້າວ ລຸ້ງໂລດ ຫຼື ລຸ້ງ ບ້ານ ເລົ່າງາມ ນະຄອນ ໄກສອນ ພົມວິຫານ.ຮອດເວລາ 14 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ຈຶ່ງກັກຕົວ ທ້າວ ລຸ້ງໂລດ ຫຼື ລຸ້ງ ອາຍຸ 18 ປີ ອາຊີບເຮັດນາ ບ້ານເລົ່າງາມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຢູ່ເສັ້ນທາງຂອບເຂດ ບ້ານເລົ່າງາມ ພ້ອມຂອງກາງຢາບ້າ 2 ຖົງ ມີຈຳນວນ 290 ເມັດ.

ຜ່ານການສອບສວນ, ທ້າວ ລຸ້ງໂລດ ຫຼື ລຸ້ງ ໄດ້ຮັບສາລະພາບວ່າ: ຢາບ້າ ທີ່ເອົາມາຈຳໜ່າຍ-ຂາຍແມ່ນຊື້ນຳ ທ້າວ ພິດທະນູໄຊ ຫຼື ຕ່າຍ ບ້ານ ໂພນສະຫວ່າງໃຕ້ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ,ທ້າວ ອະນຸສອນ ຫຼື ຄິງ ບ້ານໃໜ່ໜອງຫວ້າ ເມືອງສອງຄອນ ແຂວງສະຫວັນນະເຂດ.ມາຮອດວັນທີ 2 ມິຖຸນາ 2022, ເວລາ 14 ໂມງ ທາງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຈຶ່ງໄດ້ກັກຕົວ ທ້າວ ອະນຸສອນ ຫຼື ຄິງ ອາຍຸ 23 ປີ ອາຊີບ ເຮັດນາ ບ້ານໃໜ່ໜອງຫວ້າ ເມືອງສອງຄອນ ແຂວງສະຫວັນະເຂດ ໄດ້ຢູ່ຂອບເຂດ ບ້ານເລົ່າງາມ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງຢາບ້າຈຳນວນ 3 ມັດ ເທົ່າກັບ 6.000 ເມັດ.

ເວລາ 16:30 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ ໄດ້ເຂົ້າກັກຕົວ ທ້າວ ພິດທະນູໄຊ ຫຼື ຕ່າຍ ອາຍຸ 36 ປີ ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນພົມ ວິຫານ ພ້ອມຂອງກາງຢາບ້າ ຈຳນວນ 3 ມັດ ເທົ່າກັບ 6.000 ເມັດ, ທ້າວ ສົມສະໜຸກ ຫຼື ນຸດ ອາຊີບ ກຳມະກອນ ອາຍຸ 32 ປີ ບ້ານ ດົງດໍາດວນ ນະ ຄອນ ໄກສອນ ພົມວິຫານ ແຂວງສະຫວັນະເຂດ ພ້ອມຂອງກາງຢາບ້າ 1 ຖົງເທົ່າກັບ 200 ເມັດ,ລົດກະບະຍີຫໍ້ ນິສັນ ນາວາລາສີຂາວ ເລກທະບຽບ ກສ 3657 ສະຫວັນະເຂດ,ຜ່ານການສອບສວນ ທ້າວ ສົມສະນຸກ ຫຼື ນຸດ ໄດ້ຮັບສາລະພາບວ່າ:ຢາບ້າ ທີ່ນຳມາຈຳໜ່າຍ-ຂາຍ ແມ່ນຊື້ມາຈາກທ້າວ ຈອນນີ້ ຫຼື ຈອນ ບ້ານ ເຄືອເຂົາກາດ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນະເຂດ.

ມາຮອດວັນທີ 3 ມິຖຸນາ 2022, ເຈົ້າໜ້າທີ່ວິຊາສະເພາະ ໄດ້ສືບຕໍ່ຂະຫຍາຍຜົນແລ້ວ ໄດ້ກັກຕົວ ທ້າວ ຄຳເພັດ ໄຊສົມບັດ ຫຼື ເຕ້ ອາຍຸ 28 ປີ ບ້ານ ນາທາດ ເມືອງອຸທຸມພອນ ແຂວງສະຫວັນະເຂດ ພ້ອມຂອງກາງຢາບ້າຈຳ ນວນ 3 ມັດ ເທົ່າກັບ 6.000 ເມັດ, ຢູ່ຂອບເຂດບ້ານໜອງໂກ່ມ ນະຄອນ ໄກສອນ ພົມວິຫານ ແລະ ສ່ວນທ້າວ ຈອນນີ້ ຫຼື ຈອນ ແມ່ນ ໄດ້ຂັບລົດກະບະລີໂວ້ ສີຂາວ ເລກທະບຽນ 9699 ກຳແພງນະຄອນໄດ້ເອົາຕົວຫຼົບໜີ. ແລະຕົກມາຮອດເວລາ 11 ໂມງ ຂອງວັນດຽວກັນ ໄດ້ກັກຕົວ ທ້າວ ອານັນ ຫຼື ເທ້ ອາຍຸ 22 ປີ ອາຊີບ ເຮັດນາ ບ້ານເຄືອເຂົາກາດ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນະເຂດ ພ້ອມຂອງກາງຢາບ້າ ຈຳນວນ 10 ຖົງເທົ່າກັບ 2.459 ເມັດ,ຢາໄອສ໌ຈຳນວນ 1 ຖົງນ້ອຍ, ເງິນ 6 ລ້ານກີບແລະ ລົດຈັກ 1 ຄັນ ຢູ່ເຮືອນ ທ້າວ ຈອນນີ້ ຫຼື ຈອນ ບ້ານເຄືອເຂົາກາດ ນະຄອນ ໄກສອນ ພົມວິຫານ ແລະ ລວມເຄື່ອງຂອງກາງທັງໜົດມີ:

ຢາບ້າ ຈຳນວນ 9 ມັດ ກັບ 11 ຖົງ ເທົ່າກັບ 21.446 ເມັດ,ຢາໄອສ 1 ຖົງນ້ອຍ, ລົດໃຫຍ່ກະບະຢີຫໍ້ນິດສັນ ນາວາລ້າສີຂາວ ເລກທະບຽນ 3657 ສະຫວັນະເຂດ, ລົດຈັກຈຳນວນ 4 ຄັນ, ເງິນ 6 ລ້ານກີບ ແລະ ໂທລະສັບ 10 ໜ່ວຍ ແລະ ສໍາລັບຜູ້ກະທໍາຜິດແມ່ນຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

LEAVE A REPLY

Please enter your comment!
Please enter your name here