ກອງປະຊຸມລະດັບສູງ ເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຖະແຫຼງການທາງການເມືອງ

0
831

ໃນວັນທີ 09 ມິຖຸນາ 2022, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມລະດັບສູງ ເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຖະແຫຼງການທາງການເມືອງ ວ່າດ້ວຍວຽກ ງານຕ້ານພະຍາດ HIV/AIDS ທີ່ໄດ້ຖືກຮັບຮອງໃນ ວັນທີ 08 ມິຖຸນາ 2021 ຜ່ານມາ. ວຽກງານຕ້ານ HIV/AIDS ແມ່ນສ່ວນໜຶ່ງຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ເປົ້າໝາຍທີ 3 ວ່າດ້ວຍ “ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ”, ທັງເປັນການຮັບປະກັນໃຫ້ປະຊາຄົມໂລກ ກັບຄືນສູ່ທິດທາງເພື່ອສາມາດສູ້ຊົນຕ້ານກັບພະຍາດ AIDS ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ສຸຂະພາບ ໃຫ້ໄດ້ພາຍໃນປີ 2030.

ພາຍຫລັງ ປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76 ໄດ້ກ່າວເປີດກອງປະຊຸມ, ພາກອະພິປາຍທົ່ວໄປ ໄດ້ສືບຕໍ່ດໍາເນີນ ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງຫນໍ່ແກ້ວ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ເພື່ອຮັບຟັງການປະກອບຄໍາຄິດເຫັນ ຈາກບັນດາປະເທດສະມາຊິກອົງການ ສປຊ ແລະ ຕາງໜ້າໃຫ້ແກ່ກຸ່ມປະເທດຕ່າງໆ, ຊຶ່ງສ່ວນໃຫຍ່ແມ່ນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນລະດັບສາກົນ ເພື່ອສະໜັບສະໜູນຄວາມພະຍາຍາມເພື່ອບັນລຸເປົ້າໝາຍ ແລະ ສິ່ງທ້າທາຍດ້ານສຸຂະ ພາບ ກໍຄືຄວາມພະຍາຍາມໃນການຕ້ານພະຍາດ AIDS ໃຫ້ສຳເລັດໃນປີ 2030.

ສິ່ງທ້າ ທາຍໃນການປະຕິບັດຕົວຈິງເຫັນວ່າ ຍັງມີຊ່ອງວ່າງ ແລະ ຄວາມແຕກໂຕນກັນ ໃນການສະ ໜອງທຶນເຂົ້າໃສ່ວຽກງານດັ່ງກ່າວ ແລະ ການຊຸກຍູ້ສົ່ງເສີມດ້ານເຕັກໂນໂລຊີການແພດ, ການປັບປຸງການເຂົ້າເຖິງຢາປິ່ນປົວ ຢູ່ບັນດາປະເທດກຳລັງພັດທະນາ, ການສ້າງຂີດຄວາມສາມາດ, ການຄົ້ນຄວ້າ ແລະ ພັດທະນາດ້ານການແພດ. ອີງຕາມຂໍ້ມູນຂອງອົງການ UNAIDS ຍັງພົບວ່າ ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດເອດ ຍັງມີອັດຕາຫຼຸດລົງບໍ່ຫຼາຍ ແລະ ການບັນລຸເປົ້າໝາຍດັ່ງກ່າວໃນປີ 2030 ຍັງເປັນສິ່ງທ້າທາຍ.

ດັ່ງນັ້ນ, ບັນດາປະເທດໃນໂລກ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ຄວາມຮັບຜິດຊອບຮ່ວມກັນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຕົກລົງກັນ ໃນຖະແຫຼງການທາງການເມືອງດັ່ງກ່າວ, ໂດຍສະເພາະ ການເອົາໃຈໃສ່ເລັ່ງລັດການຄົ້ນຄວ້າຊອກຫາ ວັກຊີນ ແລະ ການປິ່ນປົວ, ເພີ່ມການລົງທຶນໃສ່ວຽກງານຄົ້ນຄ້ວາ, ການພັດທະນາທາງວິທະຍາສາດ ແລະ ປະດິດສ້າງຕ່າງໆ ເພື່ອເຮັດໃຫ້ປະຊາຄົມໂລກ ມີສຸຂະພາບແຂງແຮງຂຶ້ນ ແລະ ຮັບປະກັນບໍ່ມີໃຜຖືກປະຖິ້ມໄວ້ທາງຫຼັງ. ສະນັ້ນ, ຖ້າຫາກບັນດາປະຊາຊາດໃນໂລກ ສາມາດແບ່ງປັນຄວາມຮັບຜິດຊອບ ໃນການເພີ່ມທະວີການຈັດສັນຊັບພະຍາກອນຢ່າງສະເໝີພາບ ແລະ ຍົກລະດັບການແກ້ໄຂຮ່ວມກັນ, ພວກເຮົາ ຈິ່ງຈະສາມາດເອົາຊະນະພະຍາດ AIDS ໄດ້. ອົງການ ສປຊ ໄດ້ກໍານົດໃຫ້ ວັນທີ 1 ທັນວາ ໃນທຸກໆປີ ເພື່ອສະເຫລີມສະຫລອງ ວັນສາກົນຕ້ານ AIDS.

ແຫຼ່ງຂ່າວ: Permanent Mission of the Lao PDR to the United Nations

LEAVE A REPLY

Please enter your comment!
Please enter your name here