ຕ້ອນຮັບ ທີມງານຜູ້ແທນຈາກທະນາຄານໂລກ, ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້

0
1189

ໃນຄັ້ງວັນທີ່ 08-09 ມີຖຸນາ 2022 ກອງຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ໄດ້ມີຄວາມຍິນດີ ທີ່ໄດ້ຕ້ອນຮັບ ທີມງານຜູ້ແທນຈາກທະນາຄານໂລກ, ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ.ໃນລະຫວ່າງການປະຊຸມຊ່ວງເຊົ້າ ຢູ່ທີ່ ເມືອງຮ້ຽມ ໄດ້ມີການປຶກສາຫາລືກ່ຽວກັບວຽກງານການຄຸ້ມ​ຄອງ, ບັນຫາສິ່ງທ້າທາຍຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ແລະ ຄວາມຄືບໜ້າໂຄງການພູມີທັດ ແລະ ຊີວິດການເປັນຢູ່ຂອງ ສປປ ລາວ (LLL).

ພາຍຫຼັງສໍາເລັດກອງປະຊຸມ ຜູ້ເຂົ້າຮ່ວໄດ້ເດີນທາງໄປທີ່ບ້ານສົ້ນຂົວ ເມືອງຫົວເມືອງ ເພື່ອທ່ຽວຊົມແຫຼ່ງທ່ອງທ່ຽວລ່ອງເຮືອເບີ່ງສັດປ່າໃນຢາມກາງຄືນ ຢູ່ແມ່ນໍ້າເນີນ, ຢ້ຽມຢາມທີມງານລາດຕະເວນທີ່ປະຈໍາຢູ່ປ້ອມຍາມປ່າ ແລະ ເພື່ອປຶກສາຫາລືເພີ່ມກ່ຽວກັບວຽກງານການຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ແລະ ໂຄງການ LLL.ໃນລະຫວ່າງການລົງຢ້ຽມຢາມແຫຼ່ງທ່ອງທ່ຽວລ່ອງເຮືອເບີ່ງສັດປ່າໃນຢາມກາງຄືນ ຢູ່ແມ່ນໍ້າເນີນ ໃນຄັ້ງນີ້ ໄດ້ພົບເຫັນສັດປ່າຫຼາຍປະເພດຄື: ລີງລົມ(ສັດປ່າປະເພດໄກ້ຈະສູນພັນ), ກວາງ, ເຫງັນ, ຟານ, ແລນ ແລະ ນົກປະເພດຕ່າງໆ ເຊັ່ນ: ນົກເຕັ້ນຊີວ… ພວກເຮົາຂໍສະແດງຄວາມຂອບໃຈຢ່າງຊຸດຊື້ງມາຍັງຜູ້ເຂົ້າຮ່ວມທຸກໆທ່ານທີ່ໄດ້ມາຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຂອງພວກເຮົາ

LEAVE A REPLY

Please enter your comment!
Please enter your name here