ຈັບໂຕຜູ້ຄ້າຂາຍຢາເສບຕິດ ຂອງກາງຢາບ້າຈໍານວນ 206 ເມັດ

0
1238

ເຈົ້າໜ້າທີ່ ປກສ ເມືອງແອດຈັບໂຕຜູ້ຄ້າຂາຍຢາເສບຕິດ ຂອງກາງຢາບ້າຈໍານວນ 206 ເມັດ

ເຈົ້້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ໄດ້ຮັບແຫຼ່ງຂໍ້ມູນຈາກພົນລະເມືອງດີວ່າ ມີບຸກຄົນເຄື່ອນໄຫວ ຄ້າຂາຍຢາເສບຕິດຢູ່ໃນຂອບເຂດບ້ານພຽງລູ້ ເມືອງແອດ ແຂວງຫົວພັນ.

ສະນັ້ນເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງຕິດຕາມເກັບກໍາຂໍ້ມູນພິສູດແຫຼ່ງຂ່າວຕົວຈິງ ເຫັນວ່າມີຂໍ້ມູນຄວາມຈິງແທ້ ມາຮອດເວລາ 11 ໂມງ 30 ນາທີ ຂອງວັນທີ 8 ມິຖຸນາ 2022, ເຈົ້າໜ້າທີ່ ປກສ ເມືອງແອດໄດ້ນໍາກໍາລັງ ສົມທົບກັບ ກອງບັນຊາການ ທະຫານ ເມືອງ, ໄອຍາການ ເຂດII ປະຈໍາເມືອງແອດ, ປກສ ກຸ່ມ ບ້ານດ່ານ, ອໍານາດການປົກຄອງບ້ານ ພ້ອມດ້ວຍ ປກສ ບ້ານພຽງລູ້ ເຂົ້າກວດຄົ້ນເຄຫາສະຖານ ເຮືອນຂອງເປົ້າໝາຍດັ່ງກ່າວ ຊື່ ນາງ ຢ້ຽນ ອາຍຸ 60 ປີ, ຊົນເຜົ່າ ອີ້ວມຽນ ເຊິ່ງເປັນ ປະຊາຊົນຢູ່ບ້ານ ພຽງລູ້ ເມືອງແອດ ແຂວງຫົວພັນ, ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ສະເພາະກິດ ໄດ້ພົບເຫັນຂອງກາງ ປະເພດຢາບ້າ ຈໍານວນ 1 ຖົງ ມີ 206 ເມັດ, ໂທລະສັບຢູນີເທວ 1 ເຄື່ອງ, ເງິນກີບທະນາຄານ 1,500,000 ກີບ ( ໜຶ່ງລ້ານຫ້າແສນກີບ ); ທີ່ຊຸກເຊື່ອງໄວ້ຢູ່ໃນກະຕ່າເຄື່ອງ ທີ່ຫ້ອງນອນຂອງຜູ້ກ່ຽວ,

ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງໄດ້ຍຶດຂອງກາງຈໍານວນດັ່ງກ່າວ ພ້ອມທັງຈັບຕົວຜູ້ກ່ຽວມາດໍາເນີນການສືບສວນ-ສອບສວນ ຫາກຸ່ມແກ້ງຮ່ວມຂະບວນການ ເພື່ອມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ຫ້ອງການ ຖວທ ເມືອງແອດ

LEAVE A REPLY

Please enter your comment!
Please enter your name here