ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີ 2018 ໄດ້ຮັບທີ່ພັກອາໄສແລ້ວ

0
830

ພິທີມອບ-ຮັບ ໂຄງການຟື້ນຟູ ແລະ ກໍ່ສ້າງທີ່ພັກອາໄສໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີ 2018 ຄືນໃໝ່ຢູ່ເມືອງປາກແບງ ແຂວງອຸດົມໄຊ ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ບ້ານໄຊມຸງຄຸນ ເມືອງຮຸນ ແຂວງອຸດົມໄຊ ຊຶ່ງມີທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຫົວໜ້າຄະນະຊີ້ນຳຂັ້ນສູນກາງ, ມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ ເປັນໂຄງການຟື້ນຟູທີ່ພັກອາໄສໃຫ້ປະຊາຊົນ ຈຳນວນ 4 ບ້ານຄື: ບ້ານພູຫຼວງ, ບ້ານມົກພາງ, ບ້ານດອນສະອາດ, ບ້ານພູລາງ ເມືອງປາກແບງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີ 2018 ຜ່ານມາ. ດັ່ງນັ້ນ, ເພື່ອໃຫ້ປະຊາຊົນໄດ້ມີທີ່ພັກອາໄສຖາວອນ ທາງໂຄງການຈຶ່ງໄດ້ກໍ່ສ້າງເຮືອນຈໍານວນ 15 ຫຼັງ ເພື່ອສືບຕໍ່ມອບໃຫ້ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວ.

ໂຄງການນີ້ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກອົງການສະຫະປະຊາຊາດດ້ານເຄຫາສະຖານ ຢູເອັນຮາບີຕັດ (UN Habitat ). ສຳລັບການຊ່ວຍເຫຼືອທາງດ້ານພື້ນຖານໂຄງລ່າງຈັດສັນທີ່ຢູ່ອາ​ໄສຄື: ຕັດຜັງບ້ານມີເນື້ອທີ່ທັງໝົດ 32.27 ເຮັກຕາ, ສາມາດຈັດສັນໃຫ້ປະຊາຊົນໄດ້ 300 ຄອບຄົວ, ໃນເນື້ອທີ່ 20×20 ແມັດຕໍ່ 1 ຕອນ, ກໍ່ສ້າງເສັ້ນທາງ, ສ້າງນ້ຳລິນ, ຕິດຕັ້ງໄຟຟ້າ, ດຶງໄຟເຂົ້າເຮືອນປະຊາຊົນສຳເລັດ, ລວມມູນຄ່າສະເພາະວຽກພື້ນຖານໂຄງລ່າງ 7 ຕື້ 600 ລ້ານກ່ວາກີບ ຊຶ່ງອົງການຢູເອັນຮາບີຕັດ ໄດ້ຊ່ວຍກໍ່ສ້າງເຮືອນ 15 ຫຼັງ ໃຫ້ປະຊາຊົນໃນມູນຄ່າ 1 ຕື້ກວ່າກີບ, ນອກນີ້ຍັງມີເງິນບໍລິຫານໂຄງການ, ເງິນຝຶກອົບຮົມສີມືແຮງງານເພື່ອສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ, ໂຄງການດັ່ງກ່າວໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນປີ 2020 ໃຊ້ເວລາກໍ່ສ້າງ 3 ເດືອນຈຶ່ງສຳເລັດ ເປັນໂຄງການກໍ່ສ້າງເຮືອນກໍ່ຊັ້ນດຽວ ຊຶ່ງມີເນື້ອທີ່ 54 ຕາແມັດ, ມີ 1 ຫ້ອງນອນລວມ, 1 ຫ້ອງຄົວ ແລະ 1 ຫ້ອງນໍ້າ, ໂອກາດດັ່ງກ່າວເຈົ້າຂອງໂຄງການຈຶ່ງໄດ້ມອບເຮືອນຈຳນວນ 15 ຫຼັງໃຫ້ແກ່ແຂວງອຸດົມໄຊ ເພື່ອມອບຕໍ່ໃຫ້ປະຊາຊົນເປັນຜູ້ຄຸ້ມຄອງ ແລະ ນຳໃຊ້.

LEAVE A REPLY

Please enter your comment!
Please enter your name here