ກະຊວງການເງິນສາມາດເກັບລາຍຮັບ ໃນ 5 ເດືອນຕົ້ນປີ 2022

0
1587

ໃນວາລາດຳເນີນກອງປະຊຸມສະໄໜສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ວ່າ: 5 ເດືອນຕົ້ນປີ 2022, ກະຊວງການເງິນສາມາດຈັດເກັບລາຍຮັບໄດ້ 10.633,89 ຕື້ກີບ ເທົ່າກັບ 33,66% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 23,71% ເປັນເງິນ, ເທົ່າກັບ 2.037,36 ຕື້ກີບ.

ຄາດຄະເນ 6 ເດືອນຕົ້ນປີ 2022 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 13.492,11 ຕື້ກີບ ເທົ່າກັບ 42,71% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 22% ເປັນເງິນເທົ່າກັບ 2.265,10 ຕື້ກີບ. ສໍາລັບລາຍຮັບ 6 ເດືອນທ້າຍປີ ຈະສູ້ຊົນໃຫ້ໄດ້ 18.101 ຕື້ກັບ, ຄາດຄະເນລາຍຮັບໝົດປີ 2022 ຈະສູ້ຊົນໃຫ້ໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ ຈຳນວນ 31.593 ຕື້ກີບ; ໃນນັ້ນ ລາຍຮັບພາຍໃນ 29.133,11 ຕື້ກີບ ແລະ ລາຍຮັບຊ່ວຍເຫລືອລ້າ 2.460 ຕື້ກີບ.ສຳລັບລາຍຈ່າຍງົບປະມານແຫ່ງລັດ 5 ເດືອນຕົ້ນປີ 2022 ສາມາດປະຕິບັດໄດ້ 8.849,47 ຕື້ກີບ ເທົ່າກັບ 27,24% ຂອງແຜນປີ. ຄາດຄະເນລາຍຈ່າຍໝົດປີ 2022 ຈະສູ້ຊົນຈັດຕັ້ງປະຕິບັດລາຍຈ່າຍທີ່ເປັນບູລີມະສິດຕົ້ນຕໍ ແລະ ລາຍຈ່າຍທີ່ຈໍາເປັນໃຫ້ສຳເລັດໂດຍພື້ນຖານ ທີ່ສະພາຮັບຮອງສູງສຸດບໍ່ເກີນ 34.691,39 ຕື້ກີບ ໃນ 6 ເດືອນທ້າຍປີ.

ສ່ວນການຊຳລະໜີ້ສິນສາທາລະນະ ແຜນຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ປີ 2022 ມີຈຳນວນທັງໝົດ 7.157 ຕື້ກີບ ແລະ 1.598 ລ້ານໂດລາສະຫະລັດ, ມາຮອດວັນທີ 31 ພຶດສະພາ 2022 ສາມາດປະຕິບັດໄດ້ ຄື: ໜີ້ສິນພາຍໃນຊໍາລະແລ້ວ 1.619 ຕື້ກີບ ເທົ່າກັບ 24,53% ຂອງແຜນການປີ, ໃນນີ້ ຕົ້ນທຶນພັນທະບັດ ຊຳລະແລ້ວ 1.381 ຕື້ກີບ ເທົ່າກັບ 27,08% ຂອງແຜນການປີ; ດອກເບ້ຍພັນທະບັດ ຊຳລະແລ້ວ 238 ຕື້ກີບ, ເທົ່າກັບ 15,88% ຂອງແຜນການປີ.

ສຳລັບການຈັດຕັ້ງປະຕິບັດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍການອອກພັນທະບັດລັດຖະບານ ວົງເງິນ 10 ພັນຕື້ກີບ ສາມາດຈັດຕັ້ງປະຕິບັດໄດ້ 9.577 ຕື້ກີບ ເທົ່າກັບ 95,78% ຂອງແຜນການ, ໃນນັ້ນ ພັນທະບັດອວ່າຍໜີ້ສາມແຈ ປະຕິບັດໄດ້ 3.818 ຕື້ກີບ ເທົ່າກັບ 93,55% ຂອງແຜນການ ແລະ ພັນທະບັດຊໍາລະໜີ້ສິນໂຄງການລົງທຶນຂອງລັດ ປະຕິບັດໄດ້ 5.759 ຕື້ກີບ ເທົ່າກັບ 97,32% ຂອງແຜນການ ແລະ ຍັງມີຍອດເຫລືອ 423 ຕື້ກີບ, ໃນນັ້ນ: ພັນທະບັດອວ່າຍໜີ້ສາມແຈ 264 ຕື້ກີບ ແລະ ພັນທະບັດຊຳລະໜີ້ສິນໂຄງການລົງທຶນຂອງລັດ 159 ຕື້ກີບ. ນອກຈາກນີ້ ຍັງມີໜີ້ສິນຕ່າງປະເທດຊຳ ລະແລ້ວ 137,90 ລ້ານໂດລາສະຫະລັດ ເທົ່າກັບ 8,62% ຂອງແຜນການປີ, ໃນນີ້ ຕົ້ນທຶນເງິນກູ້ ຊຳລະແລ້ວ 81,72 ລ້ານໂດລາສະຫະລັດ ເທົ່າກັບ 6,92% ຂອງແຜນການປີ; ດອກເບ້ຍເງິນກູ້ ຊຳລະແລ້ວ 56,17 ລ້ານໂດລາສະຫະລັດ ເທົ່າກັບ 13,46% ຂອງແຜນການປີ.

ລັດຖະບານ ກໍຄື ກະຊວງການເງິນ ຈະພະຍາຍາມບໍລິຫານໜີ້ສິນສາທາລະນະ ໂດຍສະເພາະ ແຜນການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ໃນ 7 ເດືອນທ້າຍປີ 2022 ຮັບປະກັນໃຫ້ໄດ້ຕາມແຜນ ແລະ ຈະປະຄັບປະຄອງການແກ້ໄຂໜີ້ສິນສາທາລະນະ ໃຫ້ຮັບປະ ກັນປະຕິບັດໄດ້ໂດຍພື້ນຖານ ເດັດຂາດບໍ່ໃຫ້ປະເທດຕົກເປັນປະເທດບໍ່ສາມາດຊຳລະໜີ້ສິນໄດ້.ທ່ານ ບຸນໂຈມ ອຸບົນປະເສີດ ຍັງໃຫ້ຮູ້ອີກວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ 2022 ດຳເນີນໃນສະພາບການສືບຕໍ່ແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ທີ່ສະສົມມາຍາວນານ, ບັນຫາໜີ້ສິນສາທາລະນະທີ່ມີຄວາມກົດດັນສູງສົມຄວນ ແລະ ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ແກ່ຍາວ ບວກກັບສະພາບຂອງພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສະລັບສັບຊ້ອນ ທີ່ພາໃຫ້ສະພາບລາຄາພະລັງງານ ມີການເໜັງຕີງແຮງ, ໄພເງິນເຟີ້ຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວ, ລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນສູງໃນຮອບຫລາຍສິບປີ, ມີຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຫຍຸ້ງຍາກສົມຄວນ.

ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຍັງມີທ່າແຮງບົ່ມຊ້ອນ ແລະ ກາລະໂອກາດຈຳນວນໜຶ່ງ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ເປັນຕົ້ນ ແມ່ນມາດຕະການທີ່ກຳນົດໄວ້ໃນທ້າຍປີ 2021 ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໄດ້ລື່ນແຜນການ ໃນປີ 2021 ເຮັດໃຫ້ການຮັບມື ກໍຄື ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ວາງໄວ້ໄດ້ຮັບຜົນເປັນຈິງຫລາຍດ້ານ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here