ກອງປະຊຸມລັດຖະມົນຕີອົງການ ການຄ້າໂລກ ຄັ້ງທີ 12

0
1185

ໃນລະຫວ່າງວັນທີ 12-15 ມິຖຸນາ ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການ ການຄ້າໂລກ (ອຄລ) ຄັ້ງທີ 12 ທີ່ ເຊີແນວ ປະເທດສະວິດ ໂດຍການເປັນປະທານຂອງທ່ານ ຕີມົວ ຊູເລເມນົບ (Timur Suleimenov) ລັດຖະມົນຕີປະຈໍາສໍານັກງານປະທານປະເທດກາຊັກສະຖານ.

ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືລະຫວ່າງບັນດາ​ລັດຖະມົນຕີຂອງ ອຄລ​ ເພື່ອ​ທົບທວນ​ຄືນ​ບັນດາວຽກງານຕ່າງໆທີ່ຕິດພັນກັບ ອຄລ, ຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ແລະ ໃຫ້ທິດຊີ້ນຳອັນຈຳເປັນໃນການຈັດຕັ້ງປະຕິບັດແຜນ​ວຽກ​ຂອງ ອຄລ ໃນ​ອະນາຄົດ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງຂອງເສດຖະກິດໂລກໃນປັດຈຸບັນ, ໂດຍສະເພາະຈະພິຈາລະນາບັນດາປະເດັນຕ່າງໆທີ່ເປັນສິ່ງທ້າທ້າຍ ທີ່ສົ່ງຜົນກະທົບຕໍ່ບັນດາສະມາຊິກ ອຄລ ຊຶ່ງຈະມີຫຼາຍຫົວຂໍ້ວາລະທີ່ຈະນຳເຂົ້າມາປຶກສາຫາລືໃນກອງປະຊຸມ ເປັນຕົ້ນ: ສິ່ງທ້າທາຍຂອງລະບົບການຄ້າຫຼາຍຝ່າຍໃນປັດຈຸບັນ; ການຮັບມືຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19; ຄວາມໝັ້ນຄົງດ້ານສະບຽນອາຫານ; ກະສິກຳ; ການຖົມຂຸມການປະມົງ; ການຄ້າທາງເອເລັກໂຕຣນິກ ແລະ ການປະຕິຮູບ ອຄລ.ກອງປະຊຸມຄັ້ງນີ້ ໄດ້ມີພິທີເປີດຢ່າງເປັນທາງການໃນວັນທີ 12 ມິຖຸນາ 2022 ຊຶ່ງປະກອບມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ, ປະເທດສັງເກດການ, ອົງກ​ານຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 400 ກວ່າຄົນ. ກອງປະຊຸມໄດ້ຈັດຂຶ້ນໃນໄລຍະທີ່ການດໍາເນີນງານຂອງອົງການຈັດຕັ້ງສາກົນ ກໍຄື ອຄລ ກໍາລັງພົບພໍ້ກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບເສດຖະກິດໂລກມີຄວາມທົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ພາຍຫຼັງພິທີເປີດກອງປະຊຸມ ແລະ ສືບຕໍ່ວາລະຄົບຄະນະຂອງມື້ດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວຄໍາເຫັນຕໍ່ກອງປະຊຸມ ໂດຍຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ມີຂໍ້ຕົກລົງຮ່ວມກັນໃນບັນຫາທີ່ໄດ້ປຶກສາຫາລືກັນເປັນເວລາດົນນານເຊັ່ນ: ການຖົມຂຸມການປະມົງ; ການແກ້ໄຂຕໍ່ການລະບາດຂອງພະຍາດໂຄວິດ-19; ບັນຫາກະສິກຳ; ແລະ ການປະຕິຮູບ ອຄລ ເປັນຕົ້ນ.

ພ້ອມນັ້ນ ກໍຮຽກຮ້ອງໃຫ້ມີຄວາມຄືບໜ້າໃນການເຈລະຈາບັນຫາຕ່າງໆເຊັ່ນ: ຂົງເຂດກະສິກໍາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ; ມາດຕະການເພື່ອຮັບປະກັນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ລະບົບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງຂອງ ອຄລ. ນອກຈາກນີ້ ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມຂອງວາລະຫົວຂໍ້ກ່ຽວກັບ “ບັນຫາສິ່ງທ້າທ້າຍຂອງລະບົບການຄ້າຫຼາຍຝ່າຍ” ຊຶ່ງເປັນແກນຫຼັກສຳຄັນຂອງກົດໝາຍການຄ້າສາກົນ ເພື່ອສະແດງໃຫ້ເຫັນວ່າ ລະບົບການຄ້າຫຼາຍຝ່າຍ ສາມາດເປັນສ່ວນໜຶ່ງໃນການແກ້ໄຂບັນຫາ, ສະໜັບສະໜູນ ແລະ ຟື້ນຟູ ອຄລ ໃຫ້ມີຄວາມໜ້າເຊື່ອຖື. ສະນັ້ນ, ບັນດາປະເທດສະມາຊິກ ອຄລ ຕ້ອງສະແດງໃຫ້ເຫັນວ່າ ລະບົບການຄ້າຫຼາຍຝ່າຍ ສາມາດບັນລຸໄດ້ຂໍ້ຕົກລົງທີ່ເຫັນດີເປັນເອກະພາບຮ່ວມກັນໃນຫຼາຍບັນຫາທີ່ເຄັ່ງຮ້ອນ ແລະ ຮີບດ່ວນ ທີ່ທົ່ວໂລກກໍາລັງປະເຊີນໜ້າຢູ່ໃນປັດຈຸບັນ ເພື່ອຮັກສາລະບົບການຄ້າຫຼາຍຝ່າຍ ແລະ ສ້າງໂລກແຫ່ງການເຊື່ອມໂຍງເສດຖະກິດ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ຍັງຈະສືບຕໍ່ເຂົ້າຮ່ວມກອງປະຊຸມໃນວາລະສຳຄັນອື່ນໆ ໃນໄລຍະທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຂ່າວ: ກະຊວງອຸດສາຫະກຳ ແລະ ການຄ້າ

LEAVE A REPLY

Please enter your comment!
Please enter your name here