ຕິດປ້າຍລົດໄດ້ 10 ພັນກວ່າຄັນ ໃນເດືອນພຶດສະພາປີ 2022

0
1125

ເດືອນພຶດສະພາ ຕໍາຫລວດຈະລາຈອນສາມາດຕິດປ້າຍລົດໄດ້ 10 ພັນກວ່າຄັນ

ທ່ານ ພັອ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ເມື່ອບໍດົນມານີ້ວ່າ: ໃນເດືອນ ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ສາມາດຕິດປ້າຍລົດໃນທົ່ວປະເທດໄດ້ 10.403 ຄັນ.

ໃນນີ້, ລົດ 2 ລໍ້ 5.982 ຄັນ, ລົດ 4 ລໍ້ 3.682 ຄັນ, ລົດ 6 ລໍ້ 737 ຄັນ ແລະ ລົດ 3 ລໍ້ 2 ຄັນ.ພ້ອມກັນນີ້, ສາມາດຂຶ້ນແຜນຜະລິດປ້າຍລົດ ໄດ້ທັງໝົດ 1.863 ຄັນ.

ໃນນີ້, ລົດ 2 ລໍ້ 454 ຄັນ, ລົດ 4 ລໍ້ 715 ຄັນ, ລົດ 6 ລໍ້ 694 ຄັນ ແລະ ຂຶ້ນແຜນຜະລິດປ້າຍເພີ່ມ 1.534 ຄັນ, ຂຶ້ນແຜນປ້າຍເປ່ເພ 72 ຄັນ, ປ້າຍຂ້າມ 178 ຄັນ (ນະຄອນຫລວງວຽງຈັນ 85 ຄັນ), ປ້າຍຕົກເຮ່ຍ 74 ຄັນ (ນະຄອນ ຫລວງວຽງຈັນ 50 ຄັນ), ປ້າຍອົງການຈັດຕັ້ງສາກົນ 4 ຄັນ ແລະ ປ້າຍທົດແທນ 1 ຄັນ.ທ່ານ ພັອ ກົງສີ ສຸວັນນະຕູ້ມ ໃຫ້ຮູ້ຕື່ມວ່າ: ສະເພາະແຂວງທີ່ຕິດປ້າຍໄດ້ຫລາຍກວ່າໝູ່ ແມ່ນນະຄອນຫລວງວຽງຈັນ ຕິດປ້າຍລົດໄດ້ທັງໝົດ 4.961 ຄັນ, ຈໍາປາສັກ 840 ຄັນ, ຫລວງພະບາງ 830 ຄັນ, ໄຊຍະບູລີ 678 ຄັນ, ສະຫວັນນະເຂດ 593 ຄັນ, ຄໍາມ່ວນ 561 ຄັນ ແລະ ແຂວງຫລວງນໍ້າທາ 513 ຄັນ.

ຂໍ້ມູນ: ໜັງສືພິມ ປກສ

LEAVE A REPLY

Please enter your comment!
Please enter your name here