ຈັບລູກຊາຍ ຄ້າຢາ ຂະຫຍາຍຜົນໄດ້ພໍ່

0
1926

ໃນວັນທີ 6 ມິຖຸນາ 2022 ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ໄດ້ລົງປະຕິບັດໜ້າທີ່ຢູ່ກູ່ມບ້ານພັນຊໍາ ພໍເມືອຮອດຈຸດສົ້ນຂົວຫ້ວຍສະໜອງ ລະຫວ່າງກາງບ້ານພຽງດ້າຍ ຫາ ບ້ານສົບແກ້ມ ກູ່ມພັນຊໍາ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ພົບເຫັນຜູ້ຕ້ອງສົງໄສ ຈຳນວນ 2 ຄົນ ເຈົ້າໜ້າທີ່ຈື່ງໄດ້ເຂົ້າກວດຄົ້ນ, ຜູ້ທີ່1 ຊື່ ທ້າວຈື່ເນັ່ງ ປະຊາຊົນ ບ້ານເມືອງກວັນ ເມືອງກວັນ ແຂວງຫົວພັນ ແລະ ນາງ ປໍເຢ້ປະຊາຊົນ ບ້ານດ່ານໄຊ ເມືອງວຽງໄຊ ແຂວງຫົວພັນ ຜ່ານການກວດກາໄດ້ພົບເຫັນຢາບ້າຈໍານວນ 6 000 ເມັດ ແລະ ຢາຝິ່ນຈໍານວນ 1 ກ້ອນ ນ້ໍາໜັກ 2,4 ກລາມ, ເງິນກີບທະນາຄານຈໍານວນ 5 000 000 ກີບ, ໂທລະສັບມືຖື 2 ໜ່ວຍ, ລົດຈັກຢີ່ຫໍ່ຮອນດາ 2 ຄັນ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຈັບຕົວພວກກ່ຽວທັງສອງ ພ້ອມຂອງກາງ ເພື່ອມາດຳເນີນການສືບສວນ -ສອບສວນຂະຫຍາຍຜົນຕໍ່ໄປ.

ຈາກນັ້ນເວລາ 14 ໂມງ ຂອງວັນດຽວກັນເຈົ້າໜ້າທີ່ ໄດ້ປະສານສົບທົບກັນເຂົ້າກວດຄົ້ນເຮືອນຂອງທ້າວ ກ້າຍິ່ງມົວ ປະຊາຊົນ ຢູ່ບ້ານເມືອງກວັນ ເມືອງກວັນ ແຂວງຫົວພັນ ເຊິ່ງເປັນພໍ່ຂອງທ້າວຈື່ເນັ່ງ ຜ່ານການກວດ ຄົ້ນໄດ້ພົບເຫັນຢາບ້າ ຈໍານວນ 130 ເມັດ ແລະ ຢາຝິ່ນ 1 ຫໍ່ ນ້ໍາໜັກ 5,3 ກລາມ , ເງິນ 750 000 ກີບ ທີ່ຊຸກເຊື່ອງໄວ້ຢູ່ພື້ນເຮືອນຂອງຜູ່ກ່ຽວ. ຜ່ານການສືບສວນ-ສອບສວນຜູ່ກ່ຽວໄດ້ສາລະພາບວ່າ ຢາບ້າຈໍານວນ 130 ເມັດ ແລະ ຢາຝິ່ນ 1 ຫໍ່ ນ້ໍາໜັກ 5,3 ກລາມ, ເງີນ 750 000 ກີບ ແມ່ນຂອງຜູ່ກ່ຽວແທ້ ໄດ້ຊື້ນໍາບຸກຄົ້ນທີ່ບໍ່ຮູ້ຊື່ ເພື່ອມາເສບ ແລະ ຂາຍ.

ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈື່ງໄດ້ສົ່ງພວກກ່ຽວທັງ 3 ຄົນພ້ອມຂອງກາງສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງຫົວພັນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ຂໍ້ມູນຈາກ: ເຫດການບ້ານເມືອງ-Hedkanbarnmeuang

LEAVE A REPLY

Please enter your comment!
Please enter your name here