ນັບແຕ່ວັນທີ 15 ມິຖຸນາ ທະນາຄານແຫ່ງ ສປປ ລາວ ຈະໄດ້ເປີດຈໍາໜ່າຍພັນທະບັດ

0
3952

ເປີດຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 1

ໃນວັນທີ 13 ມິຖຸນາ ນີ້ ທີ່ສໍານັກງານທະນາຄານແຫ່ງ ສປປ ລາວ (ທຫລ) ທ່ານ ເພັດສະຖາ ພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບການຈໍາ ໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ (ງວດທີ 1 ຄັ້ງວັນທີ 15 ມິຖຸນາ2022) ຢູ່ທະນາຄານຕົວແທນ 9 ແຫ່ງວ່າ:

  • ອີງ​ຕາມ​ ກົດ​ໝາຍ​ວ່າ​ດ້ວຍ​ທະ​ນາ​ຄານ​ແຫ່ງ ສ​ປ​ປ​ ລາວ (ສະ​ບັບປັບ​ປຸງ) ເລກ​ທີ 47/ສ​ພ​ຊ, ລົງວັນ​ທີ 19 ມິ​ຖຸ​ນາ 2018.
  • ອີງ​ຕາມ ​ຂໍ້​ຕົກ​ລົງວ່າ​ດ້ວຍ​ການ​ຈຳ​ໜ່າຍ​ພັນ​ທະ​ບັດ​ທະ​ນາ​ຄານ​ແຫ່ງ​ ສ​ປ​ປ​ ລາວ ສະ​ກຸນ​ເງິນ​ກີບ, ສະບັບເລກ​ທີ 409/ທ​ຫລ ລົງ​ວັນ​ທີ 7 ມິ​ຖຸ​ນາ 2022.

ຫ້ອງ​ການທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາປະຊາຊົນ, ພໍ່ຄ້າຊາວ ຂາຍ, ພະນັກງານ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ ຊາບວ່າ:

ນັບແຕ່ວັນທີ 15 ມິຖຸນາ 2022 ເປັນຕົ້ນໄປ ທະນາຄານແຫ່ງ ສປປ ລາວ ຈະໄດ້ເປີດຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 1 ໃນວົງເງິນຈຳໜ່າຍທັງໝົດ 5.000.000.000.000 ກີບ (ຫ້າພັນຕື້ກີບ). ​

ຈຸດປະສົງໃນ​ການ​ອອກ​ພັນ​ທະ​ບັດ ​ທ​ຫລ ສະ​ກຸນ​ເງິນ​ກີບ ໃນ​ຄັ້ງ​ນີ້​ແມ່ນເພື່ອໃຫ້ທຸກຊັ້ນຄົນໃນສັງຄົມໄດ້ມີໂອກາດລົງທຶນໃນປະເພດຫຼັກຊັບທີ່ມີຄວາມໝັ້ນຄົງ ແລະ ປອດໄພທີ່ສຸດ ແລະ ໃຫ້ຜົນຕອບແທນທີ່ດີ, ພ້ອມທັງ ເປັນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ, ປະ​ກອບ​ສ່ວນໃນ​ການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ​ເພື່ອ​ໃຫ້​ບັນ​ລຸໄດ້​ຄາດ​ໝາຍຂອງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແຫ່ງ​ຊາດ ກໍຄື​ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເງິນຕາຂອງປະເທດເຮົາ. ການຈຳ​ໜ່າຍພັນທະບັດ ທຫລ ​ໃນ​ຄັ້ງ​ນີ້ ໄດ້​​ດຳ​ເນີນ​ຜ່ານ​ທະນາຄານທຸລະກິດ 9 ແຫ່ງ ທີ່ເປັນ​​ທະ​ນາ​ຄານຕົວ​ແທນ​ຈຳ​ໜ່າຍ ດັ່ງ​ລາຍ​ຊື່ລຸ່ມ​ນີ້:

  • ທະ​ນາ​ຄານ ການ​ຄ້າ​ຕ່າງ​ປະ​ເທດ ລາວ​ ມະ​ຫາ​ຊົນ
  • ທະ​ນາ​ຄານ​ ພັ​ດ​ທະ​ນາ​ລາວ.ທະ​ນາ​ຄານ ​ສົ່ງ​ເສີມ​ກະ​ສິ​ກຳ.
  • ທະ​ນາ​ຄານ​ ຮ່ວມ​ພັດ​ທະ​ນາ. ທະນາຄານ ພົງສະຫວັນ
  • ທະນາຄານ ເອສທີ. ທະ​ນາ​ຄານ BIC.ທະ​ນາ​ຄານ ຮ່ວມທຸລະກິດ ລາວ-ຫວຽດ
  • ທະ​ນາ​ຄານອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າຈີນ (ICBC)

ພັນທະບັດ ທະນາຄານແຫ່ງ ສປປ ລາວ ທີ່ອອກຈຳໜ່າຍມີ​ຄຸ​ນ​ລັກ​ສະ​ນະ​ຕົ້ນ​ຕໍ ດັ່ງນີ້: ຮູບແບບເອເລັກໂຕ​ຣນິກ (ບໍ່ເປັນພັນທະບັດໃບ​ເຈ້ຍ, Script less) ທີ່​ມີ​ການ​ເກັບ​ຮັກ​ສາ​ໄວ້ນຳ ສູນຮັບຝາກຫຼັກຊັບຂອງຕະຫຼາດຫຼັກຊັບລາວ. ຜູ້ຊື້​ພັນ​ທະ​ບັດ ຈະໄດ້ຮັບໃບຢັ້ງຢືນ​ການ​ຖື​ຄອງ​ພັນ​ທະ​ບັດ​​ ຫຼື ເອີ້ນວ່າ (BOL Bill Certificate) ຈາກ​ທະ​ນາ​ຄານ​ທຸ​ລະ​ກິດທີ່​ເປັນ​ຕົວ​ແທນ​ຈຳ​ໜ່າຍ (ແບບຕົວຢ່າງ​ໄດ້​ຄັດ​ຕິດ​ມາ​ພ້ອມ​ນີ້).ພັນທະບັດ ທຫລ ແມ່ນ ມີອາຍຸຄົບກໍານົດ 6 ເດືອນ, ບໍ່​ສາ​ມາດ​ປ່ຽນ​ມື​ໄດ້.

ອັດຕາດອກເບ້ຍ 20% ຕໍ່ປີ, ຊຳ​ລະ​ດອກ​ເບ້ຍ ແລະ ​ຕົ້ນ​ທຶນ​ຄັ້ງ​ດຽວ ເ​ມື່ອຄົບ​ກຳ​ນົດ​ອາ​ຍຸ​ໄຖ​ຖອນ.ມູນ​ຄ່າ​ຈຳ​ໜ່າຍ​ພັນ​ທະ​ບັດ​ຕ່ຳ​ສຸດ ແມ່ນ 100.000 ກີບ (ໜຶ່ງແສນ​ກີບ), ບຸກ​ຄົນ​ສາ​ມາດ​ຊື້​ໄດ້​ສູງ​ສຸດບໍ່​ເກີນ 2.000.000.000 ກີບ (ສອງຕື້​ກີບ); ນິ​ຕິ​ບຸກ​ຄົນ​ສາ​ມາດ​ຊື້​ໄດ້​ສູງ​ສຸດບໍ່​ເກີນ 10.000.000.000 ກີບ (ສິບຕື້​ກີບ).

  • ຜູ້​ມີ​ເງື່ອນ​ໄຂ​ຊື້​ພັນ​ທະ​ບັດ ແມ່ນບຸກຄົນ, ນິຕິບຸກຄົນ ທັງ​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ ທີ່ມີພູມ​ລຳ​ເນົາຢູ່ ສປປ ລາວ ນັບ​ແຕ່ 1 ປີຂຶ້ນໄປ;
  • ບໍ່​ອ​ະນຸ​ຍາດ​ໃຫ້ ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບເງິນຝາກ ທີ່ເຄື່ອນໄຫວທຸລະກິດຢູ່ ສປປ ລາວ ຊື້​ພັນ​ທະ​ບັດ​ດັ່ງ​ກ່າວ.
  • ໄລຍະເວລາຈຳໜ່າຍພັນທະບັດ ທຫລ: ນັບ​ແຕ່​ວັນ​ທີ 15 ມິ​ຖຸ​ນາ 2022 ເປັນ​ຕົ້ນ​ໄປ, ຕາມ​ເວ​ລາ​ໃຫ້​ບໍ​ລິ​ການ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ ທີ່ເປັນ​ຕົວ​ແທນ​ຈຳ​ໜ່າຍຢູ່​ທຸກ​ສາ​ຂາ ແລະ ໜ່ວຍ​ບໍ​ລິ​ການ ​ຂອງ​ທະ​ນາ​ຄານ​ຕົວ​ແທນໃນ​ຂ​ອບ​ເຂດ​ທົ່ວ​ປະ​ເທດ.
  • ດັ່ງນັ້ນ, ຈຶ່ງຂໍແຈ້ງ​ມາ​ຍັງ​ທ່ານ ເພື່ອຊາບ ແລະ ຂໍເຊີນຊວນບັນດາທ່ານຜູ້ທີ່ມີຄວາມສົນໃຈ ເຂົ້າມາພົວ​ພັນນໍາທະນາຄານທຸລະກິດທີ່​ເປັນ​ຕົວ​ແທນ​ຈໍາ​ໜ່າຍ ຕາມວັນເວລາ​ດັ່ງ​ກ່າວ​ດ້ວຍ.

.

.

ຂ່າວ: ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ

LEAVE A REPLY

Please enter your comment!
Please enter your name here