ຂໍໃຫ້ມີສະຕິລະວັງໂຕ ແລະ ຊັບສິນຂອງທ່ານ

0
2166

ຕ້ອງໄດ້ລະວັງແທ້ໆ ສະໄໝນີ້,​ ຫຼ້າສຸດ ເມືອງໂພນໂຮງ ແຂວງວຽງຈັນ ອອກແຈ້ງການ ເຖິງ: ພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ ທະຫານ ຕໍາຫຼວດ ຕະຫຼອດຮອດເຈົ້າຂອງກິດຈະການ, ເຈົ້າຂອງບ້ານພັກ, ໂຮງແຮມ, ຫ້ອງແຖວ, ຫ້ອງເຊົາ, ເຮືອນພັກ, ສໍານັກງານອົງການ,ໂຮງຮຽນ, ໂຮງຫມໍ, ຕະຫຼາດ, ໂຮງຈັກໂຮງງານ ແລະ ອື່ນໆ ທົ່ວເມືອງໂພນໂຮງ. ເລື່ອງ: ແຈ້ງເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ມ້ຽນມັດຊັບສິນຂອງຕົນເອງ.

ອີງຕາມ: ສະພາບປະກົດການຫຍໍ້ທໍ້ທີ່ເກິດຂຶ້ນຢູ່ເມືອງໂພນໂຮງ ໃນໄລຍະຜ່ານມາ ກໍ່ຄືປັດຈຸບັ, ໂດຍສະເພາະແມ່ນບັນຫາລັກຊັບ.

ອີງຕາມ: ການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ ທີ່ສວຍໂອກາດລັກຊັບຂອງພົນລະເມືອງ. – ເພື່ອເປັນການຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ ທີ່ເກິດຂື້ນຢູ່ເມືອງໂພນໂຮງ ໃນໄລຍະ ຜ່ານມາ ກໍ່ຄືປະຈຸບັນໃຫ້ມີຄວາມຫຼຸດຫນ້ອຍຖອຍລົງ ແລະ ເພື່ອເປັນການຄຸ້ມຄອງ, ກໍານົດໄດ້ບັນດາການ ເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ເມືອງ ໂພນໂຮງ.

ເຊີ່ງໄລຍະຜ່ານມາກໍ່ຄືປະຈຸບັນເຫັນວ່າ: ພໍ່ແມ່ປະຊາຊົນຈໍານວນຫນຶ່ງຍັງຖືເບົາເຊັ່ນ: ຈອດລົດຊະຊາຍ (ຈອດຫມົດມື້ ແລະ ປະກະແຈຄາລົດໄວ້), ປ່ອຍສັດ(ງົວ,ຄວາຍ) ຊະຊາຍ ເຮັດໃຫ້ກຸ່ມຄົນບໍ່ດີສວຍໂອ ກາດລັກ, ເກິດອຸປະຕິເຫດ ແລະ ອື່ນໆ. ່ ເຈົ້າເມືອງ-ເມືອງໂພນໂຮງ ຂໍຖືເປັນກຽດ ແຈ້ງການມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະ ຫານ, ຕໍາຫຼວດ, ພໍ່ຄ້າ-ຊາວຂາຍ, ຕະຫຼອດຮອດເຈົ້າຂອງກິດຈະການ, ເຈົ້າຂອງໂຮງແຮມ, ບ້ານພັກ, ເຮືອນພັກ, ຫ້ອງແຖວ, ຫ້ອງເຊົ່າ, ສໍານັກງານອົງການ, ໂຮງຮຽນ, ໂຮງຫມໍ, ຕະຫຼາດ, ໂຮງຈັກ-ໂຮງງານ ແລະ ສໍານັກງານອົງການອື່ນໆ ທີ່ຕັ້ງຢູ່ເມືອງໂພນໂຮງ ຊາບວ່າ:

.

LEAVE A REPLY

Please enter your comment!
Please enter your name here