ກົມກົງສູນ ກະຊວງການຕ່າງປະເທດ ເລັ່ງແກ້ໄຂຄວາມແອອັດໃນການຕໍ່ແຖວເພື່ອເຮັດໜັງສືຜ່ານແດນ

0
1952

ກົມກົງສຸນ, ກະຊວງການຕ່າງປະເທດ ວາງມາດຕະການແກ້ໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະເພີ່ມຈຳນວນການຮັບເອກະສານຄຳຮ້ອງຂອງແຕ່ລະວັນຫລາຍຂຶ້ນກ່ວາເກົ່າ ເຊັ່ນຈາກສະພາບປົກກະຕິທີ່ມີຄວາມສາມາດຮັບພິຈາລະນາໄດ້ປະມານສູງສຸດ 300 ຄົນ ມາເປັນ 500 ກ່ວາຄົນ ຫລື ຫລາຍກ່ວານັ້ນ ເພື່ອແກ້ໄຂບັນຫາປະຊາຊົນຈໍໍານວນຫລາຍລຽນແຖວເຮັດຫນັງສືຜ່ານແດນໃນແຕ່ລະວັນ. ທ່ານ ສີສຸພັນ ມະນີວັນ, ຮອງຫົວໜ້າກົມກົງສຸນ ກະຊວງການຕ່າງປະເທດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດວ່າ:

ພາຍຫລັງລັດຖະບານແຈ້ງການເປີດປະເທດນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ, ສັງເກດເຫັນວ່າ ຈຳນວນປະຊາຊົນທີ່ມາຂໍເຮັດຫນັງສື ຜ່ານແດນມີຈຳນວນສູງຂຶ້ນ ແລະ ບວກກັບຫລາຍປະເທດກໍໄດ້ລຸດຜ່ອນມາດຕະການຕ່າງໆໃນການເຂົ້າ-ອອກເມືອງຂອງປະເທດຕົນ ແລະ ຫລາຍປະເທດກໍເລີ່ມເປີດປະເທດຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ຈຳນວນປະຊາຊົນລັ່ງໄຫລມາຂໍຫນັງສືຜ່ານແດນມີຈຳນວນເພີ່ມຂຶ້ນຫລາຍ ແລະ ມີລັກສະນະຮີບດ່ວນ.

ຕໍ່ບັນຫານີ້ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ຄົ້ນຄ້ວາເພື່ອຊອກຫາວິທີ ແລະມາດຕະການຕ່າງໆ ເພື່ອຮອງຮັບ ແລະແກ້ໄຂບັນຫາຢ່າງຮີບດ່ວນ ໃນສະເພາະຫນ້ານີ້ໄດ້ປຸກລະດົມຈິດໃຈພະນັກງານພາຍໃນກົມກົງສຸນ ໃຫ້ມີຄວາມເສຍສະຫລະເວລາຂອງຕົນ ເພື່ອມາບໍລິການຮັບໃຊ້ແກ່ປະຊາຊົນ ໂດຍໄດ້ຈັດຕັ້ງພະນັກງານຈຳນວນຫນຶ່ງ ມາຈັດຄວາມເປັນລະບຽບ ແລະ ກວດກາເອກະສານໃຫ້ປະຊາຊົນຢູ່ພາຍໃນກົມກົງສຸນ ກ່ອນໂມງລັດຖະການ, ເພີ່ມຈຳນວນການຮັບເອກະສານຄຳຮ້ອງຂອງແຕ່ລະວັນຫລາຍຂຶ້ນກ່ວາເກົ່າ ໂດຍໃຫ້ພະນັກງານກົມກົງສຸນດຳເນີນການສຳພາດໃຫ້ໝົດທຸກຄົນ ເຖິງວ່າຈະກາຍໂມງເລີກວຽກລັດຖະການແລ້ວກໍຕາມ ແລະມີແຜນສົ່ງພະນັກງານສຳພາດເພີ່ມຕື່ມ ໄປປະຈໍາຢູ່ແຕ່ລະສູນຮັບຄຳຮ້ອງຂໍຫນັງສືຜ່ານແດນທີ່ຕ່າງແຂວງ ເພື່ອເພີ່ມຂີດຄວາມສາມາດຮັບຄຳຮ້ອງໃນແຕ່ລະວັນໃຫ້ໄດ້ຫລາຍຂຶ້ນຕື່ມອີກ,

ເພີ່ມທະວີການເຜີຍແຜ່ຂໍ້ມູນກ່ຽວກັບການປະກອບເອກະສານ ແລະ ຂັ້ນຕອນການຍື່ນຄໍາຮ້ອງດ້ວຍຕົນເອງ ໃຫ້ປະຊາຊົນຮັບຮູ້ ແລະ ບໍ່ຫລົງເຊື່ອບັນດາກຸ່ມນາຍຫນ້າ ທີ່ອ້າງວ່າສາມາດຊ່ວຍແລ່ນເອກະສານໃຫ້ໄດ້, ສ່ວນມາດຕະການແກ້ໄຂບັນຫາໃນໄລຍະຍາວນັ້ນ ປະຈຸບັນກົມກົງສຸນ ກຳລັງຄົ້ນຄ້ວາ ແລະ ອອກແບບລະບົບແຈກບັດຄິວນັດສຳພາດໂດຍຜ່ານລະບົບອອນລາຍ ແລະ ໄດ້ສຳເລັດການຮ່າງ ກົດຫມາຍວ່າດ້ວຍຫນັງສືຜ່ານແດນ ແລະ ຜ່ານຂັ້ນຕອນການລົງທາບທາມຄຳເຫັນຢູ່ຂັ້ນສູນກາງ, ຢູ່ບັນດາແຂວງພາກເຫນືອ ແລະ ແຂວງພາກກາງແລ້ວ ແລະ ພາຍໃນອາທິດນີ້ກໍຈະໄດ້ລົງທາບທາມຄຳເຫັນຢູ່ບັນດາແຂວງພາກໃຕ້ ແລະຄາດວ່າຈະສົ່ງໃຫ້ສະພາແຫ່ງຊາດພິຈາລະນາໃນທ້າຍປີ 2022 ນີ້. ກົດຫມາຍສະບັບນີ້ແມ່ນມີຄວາມສໍາຄັນຫລາຍ ເພື່ອກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຫນັງ ສືຜ່ານແດນຂອງປະເທດເຮົາ ແລະ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄຫມ ແລະ ເປັນລະບົບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວ, ອໍານວຍຄວາມສະດວກໃຫ້ພົນລະເມືອງລາວໃນການເດີນທາງເຂົ້າ-ອອກປະເທດ, ພັກເຊົາ ຫລື ອາໄສຢູ່ຕ່າງປະເທດ.

ຕໍ່ສະພາບການທີ່ເກີດຂຶ້ນ ທ່ານ ສີສຸພັນ ມະນີວັນ ຕາງໜ້າໃຫ້ກົມກົງສຸນ ຂໍສະແດງຄວາມຂໍໂທດ ແລະ ຂໍອະໄພມາຍັງປະຊາຊົນທີ່ມາໃຊ້ບໍລິການ ແລະຂໍຄວາມຮ່ວມມືມາຍັງຜູ້ທີ່ຕ້ອງການເຮັດໜັງສືຜ່ານແດນ ນອກຈາກຢູ່ກົມກົງສຸນທີ່ນະຄອນຫລວງວຽງຈັນ, ຍັງມີສູນຮັບຄໍາຮ້ອງຂໍຫນັງສື ຜ່ານແດນຢູ່ ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

ໃນໄລຍະນີ້ປະຊາຊົນທີ່ຢູ່ແຂວງເຫລົ່ານີ້ ຫລື ຢູ່ບັນດາແຂວງໃກ້ຄຽງ ສາມາດໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການລຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ ທັງຫລຸດຜ່ອນຄວາມແອອັດຂອງປະຊາຊົນ ຢູ່ນະຄອນຫລວງວຽງຈັນ ແລະ ຂໍໃຫ້ມີສະຕິຢ່າຫລົງເຊື່ອບັນດານາຍຫນ້າ ທີ່ອ້າງຕົນວ່າຈະສາມາດພາໄປເຮັດ ຫລື ຊ່ວຍແລ່ນເອກະສານ ພ້ອມທັງເລັ່ງລັດຂັ້ນຕອນການອອກຫນັງສືຜ່ານແດນໃຫ້ຕົນໄດ້ໄວຢູ່ນະຄອນຫລວງວຽງຈັນ, ແຕ່ເຈົ້າຫນ້າທີ່ຈະພິຈາລະນາອຳນວຍຄວາມສະດວກອອກດ່ວນໃຫ້ສະເພາະກໍລະນີສຸກເສີນ ເຊັ່ນຄົນເຈັບ ທີ່ມີຄວາມຈໍາເປັນຕ້ອງເດີນທາງດ່ວນໄປຮັກສາປິ່ນປົວຢູ່ຕ່າງປະເທດ ໂດຍມີເອກະສານຢັ້ງຢືນຈາກໂຮງຫມໍເທົ່ານັ້ນ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here