ປະທານປະເທດ ລົງຢ້ຽມ​ຢາມ ແລະ ຊຸກ​ຍູ້​ການ​ຜະ​ລິດ​ ຢູ່​ແຂວງວຽງ​ຈັນ

0
1023

ໃນວັນທີ 14 ມິຖຸນາ ນີ້ ​ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ເພື່ອເປັນການຊຸກຍູ້ພື້ນຖານການຜະລິດປູກຝັງ-ລ້ຽງສັດ, ສະຖານີບໍລິການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວຕາມເສັ້ນທາງວົງແຫວນ ເມືອງວັງວຽງ ແຂວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ມີທ່ານເຈົ້າເມືຶອງທຸລະຄົມ ພ້ອມຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ຄະ​ນະ​ໄດ້ໄປຢ້ຽມຢາມການລ້ຽງສັດຢູ່ຟາມງົວຊີ້ນ ນ້ຳເພັດຈະເລີນຊັບ ໂດຍການຕ້ອນຮັບຂອງ ທ່ານ ໂຕ່ຊີ້ງ ແສງພະຈັນ ປະທານບໍລິສັດ ນໍ້າເພັດຈະເລີນຊັບ, ໃນໂອກາດນີ້ທາງຄະນະຮັບຜິດຊອບຂອງບໍລິສັດດັ່ງກ່າວໄດ້ລາຍງານໃຫ້ຮູ້ວ່າ:

ຟາມລ້ຽງງົວຊີ້ນນ້ຳເພັດຈະເລີນຊັບ ແມ່ນ ຟາມລ້ຽງງົວພັນຊີ້ນສາຍເລືອດ 100%, ສ້າງຕັ້ງຂຶ້ນໃນປີ 2019 ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ.

ຟາມດັ່ງກ່າວຕັ້ງຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ມີເນື້ອທີ່ 12 ເຮັກຕາ, ໃນນີ້ໄດ້ແບ່ງອອກເປັນເນື້ອທີ່ຫ້ອງການ-ສຳນັກງານ, ເຮືອນຮົ່ມປູກຜັກອິນຊີແບບໂຮໂດຣໂປນິກ 18 ຫຼັງ, ໜອງປາ 8 ໜອງ, ປັດຈຸບັນ ຟາມລ້ຽງງົວຊີ້ນນ້ຳເພັດຈະເລີນຊັບ ມີງົວທັງໜົດ 288 ໂຕ, ດ້ານການລົງທຶນ ມີມູນຄ່າ 21 ຕື້ກີບ ແລະ ມີແຜນເພີ່ມ ໃຫ້ບັນລຸ 205 ຕື້ກີບ. ເພີ່ມເນື້ອທີ່ຈາກ 12 ເຮັກຕາ ໃນປັດຈຸບັນ ໃຫ້ບັນລຸ 120 ເຮັກຕາ; ເພີ່ມແມ່ພັນ 1.200 ແມ່ ຫຼື ສ້າງຝູງງົວຈາກທີ່ມີປັດຈຸບັນ ໃຫ້ບັນລຸ 2.700 ໂຕ;

ທອມງົວເພື່ອການຜະລິດຊີ້ນງົວຄຸນນະພາບສູງທົດແທນການນຳເຂົ້າ 2.000 ໂຕຕໍ່ປີ; ຈຳໜ່າຍພໍ່ພັນ, ແມ່ພັນງົວທີ່ດີບໍ່ຕ່ຳກວ່າ 800 ໂຕຕໍ່ປີ; ຜະລິດ ແລະ ຈຳໜ່າຍນ້ຳເຊື້ອງົວພັນດີ ສະໜອງໃຫ້ແກ່ ຊາວກະສິກອນທົ່ວປະເທດ ແລະ ຄາດຄະເນຈະສາມາດຜະລິດງົວໃນລະດັບ 29.428 ໂຕ ໃນ 10 ປີ, ຄິດເປັນນໍ້າຫນັກສັດບໍ່ຕໍ່າກວ່າ 20.500 ໂຕນ, ເປັນມູນຄ່າປະມານ 700 ຕື້ກີບ.

ໃນໂອກາດນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍຕໍ່ບໍລິສັດນໍ້າເພັດຈະເລີນຊັບ ທີ່ຕັດສິນໃຈລົງທຶນເຂົ້າໃສ່ວຽກງານກະສິກຳປູກຝັງ ແລະ ລ້ຽງສັດ ພ້ອມມີວິໄສທັດ ທີ່ສຳຄັນແມ່ນຄວາມມັກຮັກທີ່ຈະພັດທະນາ ໂດຍສະເພາະການຕັດສິນໃຈນຳງົວພັນຊີ້ນສາຍເລືອດ 100% ເຂົ້າມາລ້ຽງ ແລະ ຂະຫຍາຍພັນພາຍໃນຟາມ, ພ້ອມນັ້ນ ທ່ານປະທານປະເທດໄດ້ເນັ້ນໃຫ້ທາງບໍລິສັດເອົາໃຈໃສ່ສົ່ງເສີມປະຊາຊົນທີ່ຢູ່ອ້ອມຂ້າງໃຫ້ມີສ່ວນຮ່ວມໃນການປູກຝັງເຊັ່ນ: ການປູກຫຍ້າ, ປູກສາລີ, ປູກຜັກປອດສານພິດ ແລະ ເມື່ອການລ້ຽງສັດຂະຫຍາຍຕົວດີ ໃນອະນາຄົດໃຫ້ທາງບໍລິສັດເອົາໃຈໃສ່ສົ່ງອອກຜະລິດຕະພັນຊີ້ນງົວເປັນຫຼາຍຮູບແບບເພື່ອສ້າງມູນຄ່າເພີ່ມ.

ຈາກນັ້ນ,​ ທ່ານ ທອງ​ລຸນ ສີ​ສຸ​ລິດ ພ້ອມຄະນະ ໄດ້ໄປຢ້ຽມຢາມຄອບຄົວຕົວແບບປູກໝາກແຕງເມລ້ອນ ຢູ່ບ້ານໄຮຢ່ອນ ຄຸ້ມສະຝື້ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງເປັນຄອບຄົວຂອງ ທ້າວ ວິໄລພອນ ອິນທະວົົງ ໄດ້ເລີ່ມທົດລອງປູກມາແຕ່ຕົ້ນປີ 2018 ດ້ວຍທຶນຕົນເອງ ເບື້ອງ​ຕົ້ນໃຊ້ເງິນ 2 ລ້ານກີບ ແລະ ທົດລອງປູກແບບໃຊ້ໄມ້ໄຜ່ເປັນໂຄງປູກ ແລະ ມາຮອດ ປີ 2021 ໄດ້ຂະຫຍາຍໂຮງເຮືອນ ອອກເປັນ 15 ຫຼັງ ສະເລ່ຍຫຼັງໜຶ່ງມີມູນຄ່າປະມານ 35 ລ້ານກີບ, ສ່ວນການຂາຍຜົນຜະລິດສະເລ່ຍ ເດືອນລະ 2 ພັນກິໂລກຣາມ ຂາຍສົ່ງກິໂລລະ 20.000 ກີບ, ປັດຈຸບັນໄດ້ມີ 3 ຄອບຄົວພາຍໃນເມືອງມາຖອດຖອນບົດຮຽນໃນການປູກໝາກແຕງເມລ້ອນ, ຈາກນັ້ນກໍໄດ້ໄປຢ້ຽມຢາມຊຸກຍູ້ ແລະ ໃຫ້ກຳລັງໃຈຜູ້ປະກອບການທຸລະກິດການປູກຝັງ-ລ້ຽງສັດ ທີ່ພູເພັດຟາມ, ຢ້ຽມຢາມສາງພັກສິນຄ້າ ແລະ ສະຖານີບໍລິການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວຕາມເສັ້ນທາງວົງແຫວນ ເມືອງວັງວຽງ ແຂວງວຽງຈັນ.ໃນໂອກາດຢ້ຽມຢາມ, ພື້ນຖານການຜະລິດ ຂອງຜູ້ປະກອບການ ແລະ ປະຊາຊົນ ຢູ່ເມືອງທຸລະຄົມ ແລະ ເມືອງວັງວຽງ ຄັ້ງ​ນີ້ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ, ເພື່ອຕອບສະໜອງການຊົມໃຊ້ ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະແມ່ນດ້ານສະບຽງອາຫານ ກໍຄືການຮັບໃຊ້ການທ່ອງທ່ຽວ ໃນເງື່ອນໄຂເປີດປະເທດ ປະກອບສ່ວນສໍາຄັນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ໃນປັດຈຸບັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດແຫ່ງຊາດໃນຕໍ່ໜ້າ. ພ້ອມ​ທັງຍັງໄດ້ຮຽກຮ້ອງໃຫ້ອົງການປົດຄອງແຂວງວຽງຈັນ ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ທີ່ມີທ່າແຮງຂອງແຂວງ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕ້ອງຂະຫຍາຍການຜະລິດ ເຮັດໃຫ້ທ່າແຮງບົ່ມຊ້ອນດ້ານດິນ, ແຫຼ່ງນໍ້າ ໃຫ້ກາຍເປັນຜະລິດຕະພັນຂອງຕົນ; ສ້າງເງື່ອນໄຂ, ອຳນວຍຄວາມສະດວກ ໃນການຜະລິດທຸລະກິດ, ການສະໜອງເຕັກນິກ, ທຶນຮອນ ແລະ ຕະຫຼາດ ທີ່ໝັ້ນຄົງ ເພື່ອຍົກລະດັບລາຍໄດ້ ແລະ ຄຸນນະພາບຊີວິດ ຂອງປະຊາຊົນຊາວແຂວງວຽງຈັນໃຫ້ສູງຂຶ້ນ;

ຕ້ອງເອົາໃຈໃສ່ໃຫ້ຜູ້ປະກອບການ ແລະ ປະຊາຊົນ ຮ່ວມສໍາພັນກັນ ເປັນຕ່ອງໂສ້ ໃນຂະບວນການຜະລິດ-ທຸລະກິດ ຂອງແຂວງວຽງຈັນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here