ສສຊ ສະເໜີໃຫ້ລັດຖະບານ ແກ້ໄຂບັນຫານ້ຳມັນ-ອັດຕາແລກປ່ຽນ

0
2182

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີໃຫ້ລັດຖະບານ ແກ້ໄຂບັນຫາການຂາດແຄນນ້ຳມັນ ແລະ ອັດຕາແລກປ່ຽນ ຊຶ່ງເຫັນວ່າ ເງິນກີບອ່ອນຄ່າລົງນັບມື້, ໃນຂະນະດຽວກັນບັນຫາການຂາດແຄນນ້ຳມັນໄດ້ສົ່ງຜົນກະທົບຕໍ່ການຜະລິດຂອງຊາວກະສິກອນເປັນຈຳນວນຫຼວງຫຼາຍ.

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ປະກອບຄຳຄິດເຫັນ ໃສ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ໂດຍສະເພາະບັນຫາເງິນກີບອ່ອນຄ່າ, ບັນຫາການຂາດແຄນນ້ຳມັນ ແລະ ອັດຕາເງິນເຟີ້ ຊຶ່ງ ສສຊ ຫຼາຍທ່ານສະເໜີໃຫ້ລັດຖະບານເລັ່ງແກ້ໄຂບັນຫາດັ່ງກ່າວ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ທ່ານ ບຸນມີ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ສະເໜີໃຫ້ລັດຖະບານ ຄຸ້ມຄອງການແລກປ່ຽນເງິນຕາ ແລະ ຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕ່າງໆ ຢູ່ຂອບເຂດທົ່ວປະເທດ, ພ້ອມທັງໃຫ້ຊອກຫາວິທີທາງດຶງເອົາເງິນຕາຕ່າງປະເທດ ທີ່ເຄື່ອນໄຫວຢູ່ນອກລະບົບ ໃຫ້ເຂົ້າສູ່ລະບົບທະນາຄານ ທັງນີ້, ກໍເພື່ອແກ້ໄຂບັນຫາເງິນກີບອ່ອນຄ່າ.ໃນຂະນະທີ່ ສສຊ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ສະເໜີໃຫ້ລັດຖະບານແກ້ໄຂບັນຫາການຂາດແຄນເງິນຕາຕ່າງປະເທດ ເນື່ອງຈາກວ່າພວກເຮົາຮັບຮູ້ແລ້ວວ່າ ເງິນຕາຕ່າງປະເທດຢູ່ນອກລະບົບມີຫຼາຍ ແຕ່ໃນລະບົບທະນາຄານບໍ່ພຽງພໍກັບຄວາມຕ້ອງການE. ດັ່ງນັ້ນ, ລັດຖະບານຕ້ອງມີມາດຕະ ການ, ວິທີການ ແລະ ວິທະຍາສາດໃນການແກ້ໄຂບັນຫາດັ່ງກ່າວ.

ໃນຂະນະທີ່ບັນຫາການຂາດແຄນນ້ຳມັນ ຕ້ອງມີການຄຸ້ມຄອງຢ່າງຮັດກຸມ ເນື່ອງຈາກວ່າການຂາດແຄນນ້ຳມັນ ຈະສົ່ງຜົນກະທົບເປັນຕ່ອງໂສ້ ໂດຍສະເພາະການຜະລິດຂອງຊາວກະສິກອນ ຊຶ່ງປັດຈຸບັນ ເຫັນວ່າການຜະລິດຂອງປະຊາຊົນໃນລະດູການນີ້ ຊັກຊ້າ ເນື່ອງຈາກວ່າຫຼາຍທ້ອງຖິ່ນບໍ່ມີນ້ຳມັນໃສ່ລົດໄຖ ແລະ ເຄື່ອງກົນຈັກຕ່າງໆທີ່ຮັບໃຊ້ເຂົ້າໃນຂະບວນການຜະລິດ.ສ່ວນ ທ່ານ ຄຳຟອງ ອິນມະນີ ສສຊ ເຂດ 3 ຫຼວງນ້ຳທາ ສະເໜີໃຫ້ລັດຖະບານພະຍາຍາມຊີ້ນຳພາກສ່ວນກ່ຽວຂ້ອງ ເຮັດແນວໃດເພື່ອໃຫ້ປະຊາຊົນສາມາດຊື້ນ້ຳມັນໃສ່ລົດໄຖນາ ເນື່ອງຈາກໄລຍະນີ້ ແມ່ນກຳລັງຢູ່ໃນໄລຍະການຜະລິດລະດູຝົນ ເພື່ອໃຫ້ທັນຕາມລະດູການ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here