ເພື່ອຄຸ້ມຄອງການເໜັງຕີງ ຂອງລາຄາສິນຄ້າ

0
2537

ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກໍານົດຫລາຍນິຕິກໍາ ແລະ ວາງມາດຕະການຕ່າງໆອອກມາເປັນແຕ່ລະໄລຍະ ເຮັດໃຫ້ສະພາບລາຄາສິນຄ້າໃນທ້ອງຕະ ຫລາດ ຢູ່ຂອບເຂດທົ່ວປະເທດບໍ່ໃຫ້ມີການເໜັງຕີງແຮງ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍຈະນຳໃຊ້ກອງທຶນຄັງແຮເຂົ້າເພື່ອແຊກແຊງລາຄາເຂົ້າສານ ຫລື ຂາຍໃນລາຄາແຊກແຊງ ໃນເວລາທີ່ລາຄາເຂົ້າສານມີການເໜັງຕີງຂຶ້ນສູງ ເກີນເພດານທີ່ລັດກໍານົດໃຫ້;

ພ້ອມທັງ ຕິດຕາມ, ກວດກາ ລາຄາສິນຄ້າ ຕາມທ້ອງຕະຫລາດເປັນປະຈຳວັນ ເພື່ອຮັບປະກັນການເໜັງຕີງຂອງລາຄາ ໃຫ້ໄປຕາມກົນໄກຕະຫລາດ ແລະ ປ້ອງກັນການສວຍໂອກາດທຸກຮູບແບບ.

ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ນີ້ວ່າ:

ສຳລັບ ມາດຕະການຄຸ້ມຄອງ, ກວດກາ ແລະ ແກ້ໄຂສະພາບການເໜັງຕີງລາຄາສິນຄ້າ ໃນປະຈຸບັນ, ລັດຖະບານ ໄດ້ກຳນົດໂຄງປະກອບລາຄາຂາຍຍົກ-ຂາຍ ຍ່ອຍ; ດັດສົມການສະໜອງ ແລະ ຄວາມຕ້ອງການ ຫລື ແຜນດຸ່ນດ່ຽງ ເພື່ອໃຫ້ການສະໜອງພຽງພໍກັບຄວາມຕ້ອງການ ຂອງສັງຄົມ, ທັງປ້ອງກັນບັນຫາສິນຄ້າຂາດແຄນ ແລະ ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ;

ນຳໃຊ້ເຄື່ອງມືດ້ານນິຕິກຳ ເປັນຕົ້ນແມ່ນນໍາໃຊ້ມາດຕະການພາຍໃຕ້ ດຳລັດ474/ນຍ, ລົງວັນທີ 18 ພະຈິກ 2010 ເຊິ່ງເປັນເຄື່ອງມືທາງດ້ານນິຕິກຳ ທີ່ສຳຄັນໃນການຄຸ້ມຄອງລາຄາສິນ ຄ້າ.

ສຳລັບ ມາດຕະການ ແລະ ວິທີແກ້ໄຂໃນຕໍ່ໜ້າກະຊວງອຸດສາຫະກຳ ແລະ ການຄ້າ ສະເໜີ ໃຫ້ຂະແໜງການທີກ່ຽວຂ້ອງ ໂດຍສະເພາະ ຂະແໜງກະສິກຳ ແລະ ປ່າໄມ້ ຕ້ອງເປັນເຈົ້າການໃນການກຳນົດຕົ້ນທຶນ ແລະ ຄຸ້ມຄອງລາຄາການຜະລິດ ໂດຍສະເພາະ ຕົ້ນທຶນການຜະລິດ ທີ່ຕິດພັນກັບການປູກ ແລະ ການລ້ຽງສັດ;

ທຸກຂະແໜງການ ທີ່ຢູ່ໃນຄະນະ 71/ນຍ ຕ້ອງເປັນເຈົ້າການໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ນອນຢູ່ໃນບັນຊີຄວບຄຸມລາຄາ(ບັນຊີ ກ) ແລະ ຊີ້ນຳສາຍຕັ້ງຂອງຕົນ ເປັນປົກກະຕິ; ກຳນົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ ລາຍການສິນຄ້າທີ່ນອນໃນບັນຊີຄວບຄຸມລາຄາ(ບັນຊີ ກ) ເຊິ່ງຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການກຳນົດສິນຄ້າປະເພດນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ສ່ວນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ແມ່ນໄດ້ກໍານົດໂຄງປະກອບລາຄາສິນຄ້າປະເພດເຂົ້າກິນ, ໝູ ແລະ ປານິນ.

ພ້ອມນັ້ນ, ຈະໄດ້ສືບຕໍ່ຄົ້ນຄວ້າກຳນົດໂຄງປະກອບລາຄາໄຂ່ໄກ່ ແລະ ສິນຄ້າອື່ນທີ່ເຫັນວ່າມີຜົນກະທົບຕໍ່ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ.

ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມກອງເລຂາຂອງຄະນະ 71/ນຍ ຈະໄດ້ສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງ ທີ່ຢູ່ໃນຄະນະ ໃຫ້ສືບຕໍ່ຄົ້ນຄວ້າການກຳນົດໂຄງປະກອບລາຄາສິນຄ້າລາຍການສິນຄ້າບັນຊີ(ກ) ໃນຂະແໜງການຂອງຕົນ ເນື່ອງຈາກຫລາຍຂະແໜງການມີລາຍການສິນຄ້າຄວບຄຸມລາຄາແລ້ວ, ແຕ່ຍັງບໍ່ສາມາດກຳນົດໂຄງປະກອບລາຄາໄດ້.

ພ້ອມນັ້ນ, ຍັງຈະ ຕິດຕາມ, ກວດກາ ລາຄາສິນຄ້າຕາມທ້ອງຕະຫລາດ ແລະ ຫ້າງຮ້ານທົ່ວໄປ ໃນຍາມບຸນປະເພນີ ຫລື ວັນສຳຄັນຕ່າງໆ ແລະ ໃນກໍລະນີມີວິກິດການຢ່າງໃກ້ຊິດ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here