ໃນວັນທີ 15.06.2022 ເວລາ 14:44 ນາທີ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າ: ມີຄົນຕາຍໄຫຼນ້ຳມາຄ້າງຢູ່ບ້ານໂພນທອງ ເມືອງປາກທາ ແຂວງບໍ່ແກ້ວ, ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 01 ຄົນ:
![](https://tholakhong.com/wp-content/uploads/2022/06/fbgf.jpeg)
ຂໍ້ມູນເບື້ອງຕົ້ນ, ຜູ້ເສຍຊີວິດຊື່ ນາງ ເຫຼີຍຍິງ ອາຍຸ 23 ປີ ສັນຊາດຈີນ ບ້ານເກີດ: ເອີ້ນຢາງຊິນພົງເຈິ້ນ ເມືອງປາຈົງ, ແຂວງສື້ຊວນ ສປ ຈີນ ເຊິ່ງໄດ້ມາເຮັດວຽກຢູ່ໃນເຂດເສດຖະກິດສາມຫຼຽມຄຳ.
![](https://tholakhong.com/wp-content/uploads/2022/06/fgbfb.jpeg)
ສຳລັບສາເຫດແມ່ນຢູ່ໃນລະຫວ່າງການສັນນິສູດຂອງເຈົ້າໜ້າທີ່, ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວນຳສົບໄປທີ່ສະລຳພະມ້າເຂດເສດຖະກິດສາມຫຼຽມຄຳ ເພື່ອທຳພິທີທາງສາສະໜາ.
![](https://tholakhong.com/wp-content/uploads/2022/06/bggbf.jpeg)
ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ