ເປີດດຳເນີນທຸລະກຳຂົນສົ່ງສິນຄ້າຢ່າງເປັນທາງການ

0
962

ສະຖານີກາສີໄດ້ເປີດດຳເນີນທຸລະກຳຂົນສົ່ງສິນຄ້າຢ່າງເປັນທາງການໃນວັນທີ 13 ມິຖຸນາ ທີ່ຜ່ານມາ.

ສະຖານີກາສີ ເປັນສະຖານີແຫ່ງທີ 6 ຂອງທາງລົດໄຟລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຕໍ່ຈາກ ສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະສະຖານີນາເຕີຍ.

ສະຖານີກາສີ ມີລາງຮັບສົ່ງລົດໄຟໂດຍສານ 3ລາງ, ລາງສິນຄ້າ 1ລາງ, ລານຂົນສົ່ງສິນຄ້າມີເນື້ອທີ່ 4.215 ຕາແມັດ, ມີສະແຕັກເກີ1 ຄັນ ແລະ ເຄື່ອງຊັ່ງນໍ້ຳໜັກລົດບັນທຸກ 1ຈຸດ.

ໃນການດໍາເນີນທຸລະກຳຂົນສົ່ງສິນຄ້າເບື້ອງຕົ້ນແມ່ນນໍາໃຊ້ຕູ້ຄອນເທັນເນີຂະໜາດ40 (45) ຟຸດເປັນຫຼັກ, ສິນຄ້າທີ່ຂົນສົ່ງມາຮອດສ່ວນໃຫຍ່ແມ່ນປະເພດຂອງຊຳ ແລະເຄື່ອງໃຊ້ໃນຊີວິດປະຈໍາວັນທົ່ວໄປ.ນອກນີ້, ເພື່ອໃຫ້ບັນດາວິສາຫະກິດ ແລະ ປະຊາຊົນລາວໄດ້ເຫັນເຖິງໂອກາດ ແລະ ຜົນຕອບແທນທີ່ທາງລົດໄຟລາວ-ຈີນຈະນຳມາໃຫ້, ຊຸກຍູ້ໃຫ້ເສດຖະກິດລາວ ແລະ ພາກພື້ນມີຄວາມເຂັ້ມແຂງ ແລະ ຍືນຍົງ, ນອກຈາກທາງລົດໄຟລາວ-ຈີນ ໄດ້ເປີດດຳເນີນການຂົນສົ່ງສິນຄ້າບັນດາສະຖານີຕ່າງໆເຊັ່ນ: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະ ສະຖານີໂພນໂຮງ ແລະ ສະຖານີອື່ນໆແລ້ວ, ຍັງໄດ້ເຄື່ອນໄຫວສຳຫຼວດການຂົນສົ່ງທາງລົດໄຟສາກົນຮູບແບບໃໝ່ເຊັ່ນ:

“Lancang-Mekong Express Line + Cross-border E-commerce”, “”Laos-China Railway + China-Europe Railway Express”, “Laos-China Railway + Western Land-Sea New Corridor Express”ແລະ ການຂົນສົ່ງຮູບແບບໃໝ່ອື່ນໆ, ເພື່ອເພີ່ມທະວີຄວາມສາມາດໃນການສົ່ງອອກຂອງທາງລົດໄຟລາວ-ຈີນ ແລະ ການຂົນສົ່ງຂ້າມຊາຍແດນ;

ພ້ອມກັນນັ້ນ, ກໍຮັກສາຄ່າຂົນສົ່ງໃຫ້ມີຄວາມຄົງທີ່, ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອປັບປຸງຂັ້ນຕອນການການອະນຸມັດດ່ານພາສີໃຫ້ມີຄວາມຄ່ອງຕົວ ແລະ ເພືື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງ.

ຕາມການລາຍງານຂອງຜູ້ຮັບຜິດຊອບຝ່າຍບໍລິຫານການດຳເນີນການຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ, ບັນດາວິສາຫະກິດທີ່ມີຄວາມຕ້ອງການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ສາມາດຕິດຕໍ່ພົວພັນຫາບໍລິສັດເພື່ອດຳເນີນທຸລະກຳການຂົນສົ່ງສິນຄ້າ ຫຼື ໂທສອບຖາມຂໍ້ມູນລ່ວງໜ້າຜ່ານເບີໂທຂອງແຕ່ລະສະຖານີໂດຍກົງ, ຊຶ່ງການພົວພັນຫາສະຖານີເພື່ອຂົນສົ່ງສິນຄ້າຜ່ານທາງລົດໄຟແມ່ນການຂົນສົ່ງທີ່ປະຫຍັດ ແລະ ສະດວກທີ່ສຸດໃນປະຈຸບັນ.ຕາມລາຍງານໃຫ້ຮູ້ຕື່ມວ່າ, ນັບແຕ່ຕົ້ນປີ 2022ຫາວັນທີ 13 ມິຖຸນາເປັນຕົ້ນມາ, ທາງລົດໄຟລາວ-ຈີນໄດ້ມີການສົ່ງສິນຄ້າ643.000 ກວ່າໂຕນ, ໃນນັ້ນ 472.000ໂຕນແມ່ນການຂົນສົ່ງຂ້າມແດນ, ໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ, ແຮ່ເຫຼັກ, ຝຸ່ນຊີວະພາບ, ເຄື່ອງໃຊ້ໃນຊີວິດປະຈໍາວັນ ແລະ ອື່ນໆລວມກວ່າ 100 ຊະນິດ, ລົດໄຟຂົນສົ່ງສົນຄ້າແມ່ນເຊື່ອມຕໍ່ກັບ21ແຂວງຂອງຈີນ, ກວມເອົາການຂົນສົ່ງຜ່ານປະເທດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ປະເທດອື່ນໆເກືອບ 10 ກວ່າປະເທດ.

ສາຍດ່ວນຕິດຕໍ່ການຂົນສົ່ງສິນຄ້າທາງລົດໄຟລາວ:

  • ຈີນສະຖານີວຽງຈັນໃຕ້ 021-891259
  • ສະຖານີວັງວຽງ 021-891199
  • ສະຖານີນາເຕີຍ 021-891039
  • ສະຖານີຫຼວງພະບາງ 021-891129
  • ສະຖານີໂພນໂຮງ 021-891229
  • ສະຖານີກາສີ 021-891149

LEAVE A REPLY

Please enter your comment!
Please enter your name here