ປກສ ເມືອງຫາດຊາຍຟອງ ກວາດລ້າງກຸ່ມຂາຍຢາເສບຕິດ

0
1000

ປກສ ເມືອງຫາດຊາຍຟອງ ກວາດລ້າງກຸ່ມຂາຍຢາເສບຕິດຂາຍໜ້ອຍຂາຍຫຼາຍຈັບໝົດ

ຕາມການລາຍງານຂອງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ພັຕ ຄຳຈັນ ວິໄລ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນພຶດສະພາ 2022, ມີພົນລະເມືອງແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງວ່າ ມີກຸ່ມຄົນຈຳນວນໜຶ່ງຄ້າຂາຍຢາເສບຕິດຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ.

ເຈົ້າໜ້າທີ່ຈຶ່ງໄດ້ລົງເກັບກຳຂໍ້ມູນເຫັນວ່າແມ່ນຄວາມຈິງ. ວັນທີ 14 ມິຖຸນາ 2022 ເວລາ 10:30 ໂມງ, ເຈົ້າໜ້ທີ່ ປກສ ເມືອງຫາດຊາຍຟອງ ຈິ່ງໄດ້ເຂົ້າມ້າງກຸ່ມເປົ້າ ໝາຍດັ່ງກ່າວຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ຈັບຕົວຜູ້ຖືກຫາໄດ້ 3 ຄົນ ຍິງ 1 ຄື: ທ້າວ ສີສຸວັນ ອາຍຸ 41 ປີ ພ້ອມຂອງກາງຢາບ້າ 55 ເມັດ ແລະ ນາງ ວັນວິໄລ ຫຼື ຕິ່ງ ອາຍຸ 40 ປີ ພ້ອມຂອງກາງຢາບ້າ ຈຳນວນ 37 ເມັດ ( ທັງສອງເປັນຜົວ-ເມຍກັນ ) ອາຊີບກຳມະກອນ ຢູ່ບ້ານໂພນປ່າເປົ້າ ແລະ ທ້າວ ເກດສະໜາ ຫຼື ປໍ້າ ອາຍຸ 33 ປີ ຢູ່ບ້ານໂພນປ່າເປົ້າ ພ້ອມຂອງກາງຢາບ້າ 80 ເມັດ, ຢາໄອສ໌ 1 ຖົງນ້ອຍ.

ທ້າວ ສີສຸວັນ ສາລະພາບກັບເຈົ້າໜ້າທີ່ວ່າ: ຜູ້ກ່ຽວມີເຈດຕະນາຂາຍຢາເສບຕິດແທ້ ໂດຍຢາບ້າທີ່ຊື້ມາຂາຍແມ່ນຊື້ນຳທ້າວ ເກດສະໜາ ຄັ້ງລະ 200 ເມັດ ແລະ ແບ່ງໃຫ້ນາງ ວັນວິໄລ ຂາຍຄັ້ງລະ 50 ເມັດ.

ສຳລັບທ້າວ ເກດສະໜາ ສາລະພາບວ່າ: ໄດ້ເລີ່ມຂາຍຢາເສບຕິດມາແຕ່ປີ 2021 ໂດຍຊື້ຢາບ້ານຳຜູ້ຮ່ວມຂະ ບວນການຄັ້ງລະ 400 ເມັດ ຢູ່ແຖວຫຼັງວັດທາດຫຼວງກາງ, ຫຼັງຈາກໄດ້ຢາມາກໍຂາຍໃຫ້ທ້າວ ສີສຸວັນ ຄັ້ງລະ 200 ເມັດ ແລະ ຂາຍໃກ້ກຸ່ມມົ້ວສຸມຢາເສບຕິດຂອບເຂດບ້ານ ແລະ ບ້ານໃກ້ຄຽງ.

LEAVE A REPLY

Please enter your comment!
Please enter your name here