ໂຄວິດ-19 ສົ່ງກະທົບຕໍ່ຄຸນນະພາບການສຶກສາຂອງລາວ

0
836

ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການປັບປຸງຄຸນນະ ພາບການສຶກສາຢູ່ປະເທດເຮົາຫລາຍສົມຄວນ ແລະ ຄາດວ່າອາດໃຊ້ເວລາຫລາຍປີຄຸນນະພາບການສຶກສາລາວຈຶ່ງຈະດີຂຶ້ນ ເຊິ່ງບັນຫາດັ່ງກ່າວ, ໄດ້ຖືກຍົກຂຶ້ນມາລາຍງານຢູ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ພາຍຫລັງສະມາຊິກສະພາແຫ່ງຊາດຫລາຍເຂດມີຄວາມເປັນຫ່ວງຕໍ່ ການປັບປຸງຄຸນນະພາບການສຶກສາ ໂດຍສະເພາະໃນເຂດຊົນນະບົດຫ່າງໄກສອກຫລີກທີ່ມີ ບັນຫາການປະລະການຮຽນເພີ່ມຂຶ້ນ ແລະ ອັດຕາເຂົ້າຮຽນໃໝ່ຫລຸດລົງ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນທ້າຍອາທິດຜ່ານມານີ້ວ່າວ່າ: ບູລິມະສິດຫລັກຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ (2021-2025) ກໍຄື ແຜນປະຈໍາສົກຮຽນ 2021-2022 ແມ່ນສຸມໃສ່ການປັບປຸງຄຸນນະພາບການຮຽນ-ການສອນ ໃນທຸກຊັ້ນທຸກສາຍ ເພື່ອເຮັດໃຫ້ຜົນການຮຽນຂອງນັກຮຽນດີຂຶ້ນ ແລະ ເປັນພື້ນຖານໃຫ້ແກ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs). ແນວໃດກໍຕາມ, ການປັບປຸງຄຸນນະພາບຂອງການຮຽນ-ການສອນ ແມ່ນຕິດພັນກັບຫລາຍປັດໄຈ ເປັນຕົ້ນ ມີຄູສອນທີ່ມີຄວາມຮູ້ຄວາມສາມາດພຽງພໍ, ມີອຸປະກອນຮັບໃຊ້ການຮຽນ-ການສອນເໝາະສົມ, ມີສະພາບແວດລ້ອມເອື້ອອໍານວຍ, ມີງົບປະມານພຽງພໍໃນການບຳລຸງຄູ ກໍຄື ການພັດທະນາວິຊາຊີບຄູ ແລະ ຜູ້ອຳນວຍການໂຮງຮຽນ ແບບຕໍ່ເນື່ອງ ລວມທັງປັດໄຈໃນຕົວຂອງຜູ້ຮຽນເອງ. ນອກນັ້ນ, ຂະບວນການ ແລະ ວິທີການຈັດການຮຽນ-ການສອນ ແລະ ການຄຸ້ມຄອງການຮຽນ-ການສອນ ແມ່ນເປັນສິ່ງສຳຄັນຕໍ່ຄຸນນະພາບຂອງການບໍລິການການສຶກສາ.

ເພື່ອເຮັດໃຫ້ຄຸນນະພາບການສຶກສາດີຂຶ້ຶນ, ກະຊວງສຶກສາທິການ ແລະ ກິລາ ໄດ້ມີຫລາຍມາດຕະການ ເປັນຕົ້ນ: ມີຍຸດທະສາດ, ໂຄງການ, ແຜນງານທີ່ເນັ້ນໃສ່ການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ແລະ ການສ້າງພື້ນຖານປັດ ໄຈ ເພື່ອຮອງຮັບການສຶກສາໃນໄລຍະໃໝ່ ຄືການຫັນໄປສູ່ດີຈິຕອນ ເຊັ່ນ: ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ນີ້, ກະຊວງໄດ້ສົມທົບກັບທຸກພາກສ່ວນສຸມໃສ່ສ້າງເງື່ອນໄຂ ເພື່ອໃຫ້ນັກຮຽນກັບເຂົ້າມາຮຽນຄືນ ແລະ ຮຽນຢ່າງປອດໄພ, ພ້ອມທັງສະໜອງອຸປະກອນທີ່ຈໍາເປັນຈໍານວນໜຶ່ງໃຫ້ສະຖານການສຶກສາ ເຊັ່ນ: ສະບູ, ເຈວລ້າງມື, ຜ້າອັດປາກ-ດັງ, ເຄື່ອງແທກອຸນຫະພູມ, ຮາງລ້າງມື, ໂປສະເຕີໂຄສະນາການຮັກສາສຸຂະພາບ ແລະ ວິທີການລ້າງມື ແລະ ປັບປ່ຽນການຮຽນ-ການສອນໃຫ້ສອດຄ່ອງກັບສະພາບການດຳລົງຊີວິດປົກກະຕິໃໝ່.

ນອກນີ້ ໄດ້ປັບຫລັກສູດຊັ້ນປະຖົມ ແລະ ມັດທະຍົມສຶກສາ ໂດຍຫລຸດເວລາການສອນ ແລະ ຈໍານວນວິຊາຮຽນລົງ ແຕ່ຍັງຮັກສາສະມັດຖະພາບການຮຽນຮູ້ພື້ນຖານໄວ້, ຝຶກອົບຮົມຄູ-ຜູ້ບໍລິຫານການສຶກສາ ໃນການນຳໃຊ້ວິທີການສອນແບບເຊິ່ງໜ້າ, ທາງໄກ ແລະ ແບບປະສົມປະສານ ໂດຍນໍາໃຊ້ລະບົບການຮຽນ-ການສອນແບບທາງໄກຕ່າງໆ, ພ້ອມທັງໄດ້ພັດທະນາສື່ການຮຽນ-ການສອນເອເລັກໂຕຣນິກ ລວມທັງສ້າງຖານຂໍ້ມູນເພື່ອການຮຽນທາງໄກ (ຄັງປັນຍາລາວ), ສ້າງລາຍການໂທລະພາບສຶກສາ-ກິລາ ອອກອາກາດຜ່ານທາງໂທລະພາບສຶກສາ-ກິລາ ຜ່ານດາວທຽມລາວແຊັດ, ພັດ ທະນາລາຍການໂທລະພາບສໍາລັບການສຶກສາກ່ອນໄວຮຽນ “ເຮືອນຂອງຂ້ອຍ” ແລະ ອື່ນໆ.

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວອີກວ່າ: ເຖິງວ່າໄດ້ມີຄວາມພະຍາຍາມ ເພື່ອປັບປຸງຄຸນນະພາບການສຶກສາ ແຕ່ພວກເຮົາບໍ່ສາມາດບັນລຸໄດ້ຕາມຄວາມປະສົງ, ຍ້ອນການລະບາດຂອງພະຍາດໂຄວິດ-19 ມີລັກສະນະຮຸນແຮງ ເຮັດໃຫ້ຄວາມພ້ອມໃນການຮັບມື ແລະ ມີຄວາມສ່ຽງສູງຕໍ່ຜູ້ສອນ ແລະ ຜູ້ຮຽນ ທັງມີຜົນກະທົບທາງດ້ານຈິດຕະສາດຕໍ່ຜູ້ສອນ, ຜູ້ຮຽນ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ-ນັກສຶກສາ, ການເປີດຮຽນບໍ່ເປັນປົກກະຕິ, ເຮັດໃຫ້ການຈັດການຮຽນ-ການສອນ ແລະ ການປະຕິບັດກິດຈະກຳອື່ນໆບໍ່ຄົບຕາມຫລັກສູດ ໂດຍສະເພາະແມ່ນເຂດຊົນນະບົດຫ່າງໄກສອກຫລີກ, ການຮຽນທາງໄກ ບໍ່ຮັບປະກັນໄດ້ທາງດ້ານຄຸນນະພາບ ເນື່ອງຈາກຄູ-ອາຈານ ຂາດປະສົບການໃນການນຳໃຊ້ສື່ການຮຽນ-ການສອນແບບທາງໄກ, ພໍ່ແມ່ບໍ່ສາມາດຕອບສະໜອງເຄື່ອງມືການຮຽນ ເຊັ່ນ: ສະມາດໂຟນ ຫລື ແທບເລັດ, ໂຮງຮຽນຫລາຍແຫ່ງບໍ່ມີອຸປະກອນທີ່ອໍານວຍຄວາມສະດວກໃນການຮຽນ-ການສອນ ທາງອອນລາຍ, ສັນຍານອິນເຕີເນັດບໍ່ກວມເອົາເຂດຫ່າງໄກສອກຫລີກ, ຄ່າບໍລິການອິນເຕີເນັດສູງ ແລະ ຜູ້ບໍລິຫານໂຮງຮຽນຈໍານວນໜຶ່ງ ຍັງບໍ່ທັນໄດ້ເອົາໃຈໃສ່ໃນການຕິດຕາມ ແລະ ຊຸກຍູ້ຄູ ໃນການຈັດຕັ້ງການຮຽນການສອນເທົ່າທີ່ຄວນ ແລະ ບັນຫາອື່ນໆ.

ຈາກຜົນກະທົບດັ່ງກ່າວ ເຮັດໃຫ້ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາ ກ່ອນໄວຮຽນສະເລ່ຍໃນທົ່ວປະເທດຫລຸດລົງຢູ່ລະດັບ 79,9% (ຄາດໝາຍ 83% ຂຶ້ນໄປ), ອັດຕານັກຮຽນເຂົ້າໃໝ່ ປ1 ທຽບໃສ່ເດັກ 6 ປີ ຫລຸດລົງຢູ່ລະດັບ 97,9% (ຄາດໝາຍ 98,6% ຂຶ້ນໄປ), ອັດຕາປະລະການຮຽນຂອງນັກຮຽນ ປ1 ເພີ່ມຂຶ້ນຢູ່ລະດັບ 6,5% (ຄາດໝາຍໃຫ້ຕໍ່າກວ່າ 5,3%), ອັດຕາເລື່ອນຊັ້ນປ5 ຂຶ້ນ ມ1 ຫລຸດລົງຢູ່ລະດັບ 82,4% (ຄາດໝາຍ 85% ຂຶ້ນໄປ), ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມເພີ່ມຂຶ້ນຢູ່ລະ ດັບ 5% (ຄາດໝາຍໃຫ້ຕໍ່າກວ່າ 4%), ອັດຕາເຂົ້າຮຽນໃໝ່ລວມ ມ4 ຫລຸດລົງຢູ່ລະດັບ 68% (ຄາດໝາຍບໍ່ໃຫ້ຫລຸດ 70%), ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນເພີ່ມຂຶ້ນຢູ່ລະດັບ 11% (ຄາດໝາຍບໍ່ໃຫ້ເກີນ 10%) ແລະ ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບຫລຸດລົງຢູ່ລະດັບ 2% (ຄາດໝາຍບໍ່ໃຫ້ຫລຸດ 3,5%).

ຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here