ການສົ່ງເສີມການຜະລິດພາຍໃນ ມີໜໍ່ແໜງເຂັ້ມແຂງດີຂຶ້ນ

0
1358

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນ ໃນວັນທີ 20 ມິຖຸນາ 2022 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍຍົກໃຫ້ເຫັນວ່າ: ການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງພື້ນຖານລາຍຮັບຍືນຍົງ ໄດ້ມີໜໍ່ແໜງເຂັ້ມແຂງດີຂຶ້ນ ໂດຍສະເພາະການຊຸກຍູ້ການຜະລິດ ແລະ ປຸງແຕ່ງສິນຄ້າທີ່ມີທ່າແຮງ ແລະ ຕະຫລາດຮອງຮັບເພື່ອສົ່ງອອກມີຄວາມຄືບໜ້າດີສົມຄວນ.ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ຮູ້ວ່າ:

ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາ, ລັດຖະບານ ໄດ້ພະຍາຍາມຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ຕິດພັນກັບການປຸງແຕ່ງ ແລະ ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ, ຊຶ່ງໃນ 6 ເດືອນຕົ້ນປີ 2022 ໄດ້ສົ່ງອອກສິນຄ້າກະສິກໍາ ມີມູນຄ່າຫຼາຍກວ່າ 870 ລ້ານໂດລາສະຫະລັດ ເທົ່າກັບ 72% ຂອງແຜນການ.

ໃນນີ້ ສົ່ງອອກພືດ ແລະ ຜະລິດຕະພັນພືດ ມີມູນຄ່າ ກວ່າ 824 ລ້ານໂດລາສະຫະລັດ, ການສົ່ງອອກສັດ ໄດ້ຈໍານວນ 1,72 ລ້ານໂຕ, ໃນນີ້ ຄວາຍ 18 ພັນກວ່າໂຕ, ງົວ 41 ພັນກວ່າໂຕ, ໝູ 36 ພັນກວ່າໂຕ, ແກະ-ແບ້ 5 ພັນກວ່າໂຕ ແລະ ສັດປິກ 1,6 ລ້ານກວ່າໂຕ ລວມມີມູນຄ່າຫລາຍກວ່າ 46 ລ້ານໂດລາສະຫະລັດ.

ສໍາລັບການສົ່ງອອກໄຟຟ້າໄປປະເທດໃກ້ຄຽງ ມີຈໍານວນກໍາລັງການຕິດຕັ້ງທັງໝົດ 6.437 ເມກາວັດ ແລະ ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາ ການສົ່ງອອກໄຟຟ້າ ເພີ່ມຂຶ້ນ 150 ເມກາວັດ. ໃນນີ້ ສົ່ງໄປໄທ 5.415 ເມກາວັດ, ສສ ຫວຽດນາມ 572 ເມກາວັດ, ກໍາປູເຈຍ 445 ເມກາວັດ ແລະ ມຽນມາ 5 ເມກາວັດ ແລະ ໃນກາງປີ 2022 ການສົ່ງອອກໄຟຟ້າໄປໄທ ຈະເພີ່ມອີກ 1 ໂຄງການ ມີກໍາລັງຕິດຕັ້ງ 514 ເມກາວັດ, ຈະສົ່ງໄປສິງກະໂປອີກ 100 ເມກາວັດ ໂດຍຜ່ານສາຍສົ່ງໄທ ແລະ ມາເລເຊຍ.

ຂະນະດຽວກັນ ຈະສົ່ງໄປມຽນມາ ອີກ 30-35 ເມກາວັດ ແລະ ຈະສົ່ງໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານ ຜ່ານລະບົບສາຍສົ່ງ 115 ກິໂລໂວນ. ພິເສດ ສາມາດເຈລະຈາເພີ່ມການສະໜອງໄຟຟ້າໄປໄທ ຈາກ 9.000 ເປັນ 10.500 ເມກາວັດ ເພື່ອຮອງຮັບການສົ່ງອອກ ພະລັງງານໄຟຟ້າຂອງໂຄງການຂະໜາດໃຫຍ່; ໄດ້ທົດລອງຂຸດຄົ້ນແຮ່ທາດ ຈໍານວນ 50 ບໍລິສັດ ແລະ ຍັງອີກ 7 ບໍລິສັດ ທີ່ຍັງບໍ່ທັນເຊັນສັນຍາ ແຕ່ໄດ້ມີການຖອກພັນທະໃຫ້ລັດຖະບານແລ້ວ ເຊິ່ງສາມາດ ເກັບລາຍຮັບທີ່ໄດ້ຈາກເງິນມັດຈໍາ 52,65 ລ້ານໂດລາສະຫະລັດ ແລະ 321,68 ຕື້ກີບ.

ປັດຈຸບັນ ມີ 18 ບໍລິສັດທີ່ໄດ້ສະເໜີແຜນຈໍາໜ່າຍຜະລິດຕະພັນແຮ່ເຫລັກ ປະຈໍາປີ 2022 ລວມຈໍານວນ 9,9 ລ້ານກວ່າໂຕນ. ໃນນີ້ ມີ 9 ບໍລິສັດ ໄດ້ສະເໜີສົ່ງອອກຜະລິດຕະພັນແຮ່ເຫລັກ ລວມທັງໝົດ 515 ພັນໂຕນ ຈະສົ່ງໄປ ສສ ຫວຽດນາມ ແລະ ສປ ຈີນ.

ພ້ອມນີ້, ກໍໄດ້ສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ແລະ ເປີດຮັບນັກທ່ອງທ່ຽວຈາກຕ່າງປະເທດ ຕາມສະພາບຕົວຈິງຂອງການລະບາດພະຍາດໂຄວິດ-19 ເປັນແຕ່ລະໄລຍະ ແລະ ໄດ້ເປີດປະເທດເຕັມຮູບແບບ ນັບແຕ່ວັນທີ 9 ພຶດສະພາ 2022 ເຮັດໃຫ້ການທ່ອງທ່ຽວມີບັນຍາກາດດີຂຶ້ນ, ໃນ 6 ເດືອນຕົ້ນປີ ມີນັກທ່ອງທ່ຽວພາໃນຫຼາຍກວ່າ 463.907 ເທື່ອຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ ມີ 56.986 ເທື່ອຄົນ, ສາມາດສ້າງລາຍຮັບຈາກການທ່ອງທ່ຽວ ໄດ້ 52 ລ້ານກວ່າໂດລາສະຫະລັດ.ສໍາລັບການສົ່ງເສີມການຜະລິດ ແລະ ບໍລິການ ຕາມແລວເສດຖະກິດພາຍໃນ ແລະ ພາກພື້ນ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງຕ່າງໆ ອັນພົ້ນເດັ່ນ ໄດ້ເປີດນໍາໃຊ້ທາງລົດໄຟລາວ-ຈີນ, ຍົກລະດັບເສັ້ນທາງຫລວງແຫ່ງຊາດ ເລກ 13 ແລະ 11, ທັງສຸມໃສ່ພັດທະນາເຂດໂລຈີສຕິກ ແລະ ປັດຈຸບັນ ໄດ້ເປີດນໍາໃຊ້ທ່າບົກສະຫວັນນະເຂດ, ທ່າບົກຈໍາປາສັກ ແລະ ທ່າບົກທ່ານາແລ້ງ, ເຊິ່ງໄລຍະ 5 ເດືອນຕົ້ນປີ ສາມາດສ້າງລາຍຮັບໃຫ້ລັດຈາກທ່າບົກໄດ້ປະມານ 30,81 ຕື້ກີບ ແລະ ໃນ 6 ເດືອນຕົ້ນປີ 2022 ສາມາດດຶງດູດການລົງທຶນຈາກ ພາຍໃນ ແລະ ຕ່າງປະເທດ ໃນເຂດເສດຖະກິດພິເສດ ໄດ້ 53 ບໍລິສັດ ແລະ ສາມາດສົ່ງອອກໄດ້ 112,14 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here