ຕັດສິນຄະດີລັກລອບຂົນກັນຊາ 90 ແທ່ງ ຈຳຄຸກ 7 ປີ

0
1236

ສານປະຊາຊົນແຂວງຄຳມ່ວນຕັດສິນ ຈຳເລີຍໃນສະຖານການຂົນສົ່ງກັນຊາແທ່ງຈຳຄຸກ 7 ປີ ພ້ອມທັງປັບໄໝ 10ລ້ານກີບ.

ທ້າວ ຈາມົວ ( ຈຳເລີຍ ) ອາຍຸ 27 ປີ ຢູ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແມ່ນໄດ້ຖືກຄະນະສານອາຍາ ແຂວງຄຳມ່ວນຕັດສິນຈຳຄຸກ 7 ປີ ພ້ອມທັງປັບໄໝ 10 ລ້ານກີບ ໃນສະຖານການຂົນສົ່ງກັນຊາແທ່ງ.

ໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຖະແຫຼງສໍານວນຄະດີຕໍ່ຄະນະສານໄດ້ຮັບຮູ້ໃນວັນທີ 13 ມິຖຸນາ ຜ່ານມາ, ເຊິ່ງຄະດີດັ່ງກ່າວເກີດຂຶ້ນ ໃນຄັ້ງວັນທີ 02 ພະຈິກ 2021 ໃນຂະນະທີ່ ທ້າວ ຈາມົວ ( ຈຳເລີຍ ) ໄດ້ຂັບຂີ່ລົດຮຸນໃດ ຍີ່ຫໍ້ ລີບີໂລ້ ສີຂາວ ປ້າຍທະບຽນ ກຂ 6032 ຈຳປາສັກ ໄປຮັບເອົາກັນຊາຢູ່ທີ່ ເຮືອນຂອງທ້າວ ເສີຊົງ ປະຊາຊົນ ເມືອງຄຳເກີດ ແຂວງບລິຄຳໄຊ ເພື່ອໄປສົ່ງກັນຊາ ໃຫ້ຜູ້ຮ່ວມຂະບວນການ ຢູ່ ທີ່ ທາງແບ່ງຫຼັກຊາວ, ພໍຜູ້ກ່ຽວຂັບຂີ່ ລົດມາຮອດ ຈຸດກວດກາ ທາງເຈົ້າໜ້າທີ່ຕຳຫຼວດ ຈະລາຈອນ ປກສ ເມືອງ ຄູນຄຳ ແຂວງຄຳມ່ວນ ຈື່ງໄດ້ຖືກເຈົ້າໜ້າທີ່ກັກ ແລະ ທຳການຂໍກວດກາລົດຄັນດັ່ງກ່າວ ພາຍຫຼັງກວດກາແລ້ວ ຈື່ງໄດ້ພົບເຫັນ ກັນຊາແຫ່ງ ຈຳນວນ 90 ແທ່ງ ນ້ຳໜັກ 69 ກິໂລກຼາມ ດັ່ງນັ້ນທາງເຈົ້າ ໜ້າທີ່ ຈື່ງໄດ້ກັກຕົວຜູ້ກ່ຽວ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ ຮອບດ້ານ ແລະ ພາວະວິໃສ່ເຫັນວ່າມີຂໍ້ມູນຫຼັກຖານໜັກແໜ້ນພຽງພໍທີ່ສາມາດຢັ້ງຢືນວ່າ : ທ້າວ ຈາມົວ (ຈຳເລີຍ) ແມ່ນມີເຈຕະນາກະທຳຜິດໃນສະຖານການຂົນສົ່ງກັນຊາແຫ່ງ ຕາມມາດຕາ 318 ວັກ 5 ຂອງປະມວນກົດໝາຍອາຍາ ຈຶ່ງເຫັນຄວນໃຫ້ຜູ້ກ່ຽວມີຄວາມຮັບຜິດຊອບທາງອາຍາ ຕາມລະບຽບກົດໝາຍ ແລະ ເພື່ອບໍ່ໃຫ້ຜູ້ກະທຳຜິດຫຼຸດພົ້ນຈາກການລົງໂທດ.

ສະນັ້ນສານຈຶ່ງເຫັນຄວນລົງໂທດຕັດອິດສະຫຼະພາບ ທ້າວ ຈາມົວ ( ຈຳເລີຍ ) ຈຳຄຸກ 7 ປີ ພ້ອມທັງປັບໄໝ 10.000.000 ກີບ. ສ່ວນຜູ້ຮ່ວມຂະບວນການປະຈຸບັນທາງເຈົ້າໜ້ທີ່ວິຊາສະເພາະພວມຂະຫຍາຍຜົນນຳຈັບຕົວພວກກ່ຽວມາດຳເນີນຄະດີ ຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ລາຍການຄວາມສະຫງົບແຂວງຄຳມ່ວນ

LEAVE A REPLY

Please enter your comment!
Please enter your name here