ເພື່ອຕອບໂຕ້ກັບສະພາບການຂາດແຄນສະບຽງອາຫານທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ

0
869

ລັດຖະ​ບານ ​ຈຳ​ກັດການຫັນປ່ຽນທີ່ດິນກະສິກຳ ເປັນດິນປະເພດອື່ນ

ເພື່ອຮັບປະກັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ໂດຍສະເພາະແມ່ນການຕອບໂຕ້ກັບສະພາບການຂາດແຄນສະບຽງອາຫານທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ລັດຖະບານ ກໍຄື ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ດໍາເນີນ 4 ວຽກງານສໍາຄັນ ໃນການສະກັດກັ້ນການຫັນປ່ຽນທີ່ດິນກະສິກຳໄປເປັນດິນປະເພດອື່ນ.

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກປ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບວຽກງານຂອງຂະແໜງຕົນ ທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ ຜ່ານມາ.

ທ່ານ ເພັດ ພົມ​ພິ​ພັກ ກ່າວວ່າ: ກະຊວງ ປກ ໄດ້ດໍາເນີນການສະກັດກັ້ນການຫັນປ່ຽນທີ່ດິນກະສິກຳ ໄປເປັນດິນປະເພດອື່ນ, ການປົກປັກຮັກສາຄຸນນະພາບຂອງດິນກະສິກຳ ໄປຕາມທິດທາງແຜນການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງໄດ້ດຳເນີນ 4 ວຽກງານທີ່ສຳຄັນຄື:

1). ໄດ້ປະຕິບັດຕາມ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດການຈັດສັນທີ່ດິນແຫ່ງຊາດ ຊຶ່ງໄດ້ຈັດສັນທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ 70% ລວມທັງດິນບໍລິເວນນ້ຳ ທີ່ນອນໃນເຂດພື້ນທີ່ດັ່ງກ່າວ ຂອງເນື້ອທີ່ທົ່ວປະເທດ 16,5 ລ້ານເຮັກຕາ ກວມເອົາ 3 ປະເພດປ່າ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ແລະ ເນື້ອທີ່ດິນກະສິກຳ 4,5 ລ້ານເຮັກຕາ. ໃນນີ້, ດິນນາ 2 ລ້ານເຮັກຕາ (ປັດຈຸບັນເປັນດິນນາ 1.160.000 ເຮັກຕາ ຍັງຈະຂະຫຍາຍເພີ່ມຕື່ມ 840.000 ເຮັກຕາ), ເນື້ອທີ່ປູກພືດອາຍຸສັ້ນ 1 ລ້ານເຮັກຕາ (ປັດຈຸບັນນຳເຂົ້າໃນການຜະລິດແລ້ວ 760.000 ເຮັກຕາ ແລະ ຍັງຈະຂະຫຍາຍເພີ່ມຕື່ມອີກ ຈຳນວນ 240.000 ເຮັກຕາ), ເນື້ອທີ່ປູກພືດອາຍຸຍາວ/ໄມ້ໃຫ້ໝາກ 800.000 ເຮັກຕາ ປັດຈຸບັນມີ 610.000 ເຮັກຕາ ຍັງຈະຂະຫຍາຍເພີ່ມຕື່ມຈໍານວນ 190.000 ເຮັກຕາ), ເນື້ອທີ່ທົ່ງຫຍ້າທຳມະຊາດ 700.000 ເຮັກຕາ (ສໍາລັບປູກຫຍ້າລ້ຽງສັດ 164.466 ເຮັກຕາ). ມາຮອດປັດຈຸບັນ ແມ່ນສໍາເລັດໃນການເອກະພາບຈຸດພື້ນທີ່ ແລະ ​ໂຕເລກ ກັບທ້ອງຖິ່ນຂັ້ນແຂວງ ຈຳນວນ 16 ແຂວງ (ກໍາລັງສືບຕໍ່ເອກະພາບກັບແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ).

2. ກຳລັງດຳເນີນການໂຄງການຈັດສັນທີ່ດິນ ແລະ ປັກຫຼັກໝາຍເຂດສະຫງວນໃນການຜະລິດ ບັນດາພືດສິນຄ້າບຸລິມະສິດ ທີ່ໄດ້ມີຕະຫຼາດຮອງຮັບແລ້ວ ເພື່ອຕອບສະໜອງໃຫ້ແກ່ການລົງທຶນຂະ ໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່;

3. ໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຂອງການພັດທະນາໃນໄລຍະໃໝ່ ໂດຍສະເພາະແມ່ນດໍາລັດການຄຸ້ມຄອງທີ່ດິນກະສິກຳ ປັດຈຸບັນກຳລັງກະກຽມຜ່ານຮ່າງດຳລັດວ່າດ້ວຍທີ່ດິນກະສິກຳ;

4. ການປົກປັກຮັກສາຄຸນນະພາບຂອງດິນກະສິກຳ: ຜ່ານມາ, ໄດ້ສົ່ງທີມງານລົງປະສານສົມທົບກັບຜູ້ປະກອບການ, ຊາວກະສິກອນ ແລະ ອົງການຈັດຕັ້ງ ທີ່ເຮັດການຜະລິດກະສິກໍາ ເພື່ອປັບປຸງດິນໃຫ້ມີຄຸນນະພາບ ໂດຍການນຳໃຊ້ຝຸ່ນອົງຄະທາດ, ຊີວະພາບອົງຄະທາດ, ຝຸ່ນຂຽວ ແລະ ຝຸ່ນເຄມີ. ໃນນັ້ນ, ໄດ້ສຸມໃສ່ 10 ແຂວງຈຸດສຸມ ຂອງໂຄງການຄ້ຳປະກັນສະບຽງອາຫານ; ການຈັດການດິນ, ນ້ຳ, ຝຸ່ນ ແລະ ທາດອາຫານພືດ ໃນການປູກພືດໃນເຂດແຫ້ງແລ້ງ 6 ແຂວງ (ຄຳມ່ວນ, ສະຫວັນນະເຂດ ແລະ 4 ແຂວງພາກໃຕ້).

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here