ອັນຕະລາຍແທ້ໆ! ໃຜເຮັດວຽກໜັກຜັກຜ່ອນບໍ່ພຽງພໍ

0
3377

#ຂໍອະນຸຍາດແຊສຕໍ່ ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ອອກມາແຊສຜົນຮ້າຍທີ່ເກີດຂຶ້ນກັບຕົນເອງຈາກການເຮັດວຽກໜັກຈົນເກີນໄປ ພັກຜ່ອນບໍ່ພຽງພໍ ກິນເຂົ້າບໍ່ຕົງເວລາ ເຊິ່ງໃນໂພສມີເນື້ອໃນດັ່ງນີ້:

ນ້ອຍຈະມາແຊຣຜົນກະທົບທີ່ຮ້າຍແຮງກ່ຽວກັບການເຮັດວຽກໜັກແລະພັກຜ່ອນບໍ່ພຽງພໍມັນຮ້າຍແຮງສຳໃດຈົນມາເຈີ້ກັບໂຕເອງຫາກໍ່ສິມາຮູ້ວ່າການພັກຜ່ອນບໍ່ພຽງພໍຈະຮ້າຍແຮງເຖິງຂະໜາດນີ້ ຍ້ອນຄິດມາຕະຫຼອດວ່າໂຕເອງແຂງແຮງໂຕເອງຍັງໄຫວ.

ຈົນມາມື້1 ຮ່າງກາຍນ໋ອກລົ້ມຫົວຟາດຟື້ນບໍ່ໄດ້ສະຕິຈົນເຂົ້າ ICU ເພາະຫົວໃຈຢຸດເຕັ້ນ2ເທື່ອໃນຂະນະນັ້ນຄືທຸກຄົນຄິດວ່າຂ້ອຍບໍ່ລອດແລ້ວພາກັນໄຫ້ໄວ້ຖ້າຢູ່ທາງນອກດີແຕ່ບຸນຍັງບໍ່ຮອດຄາວໄປຈຶ່ງໄດ້ສະຕິກັບມາໝໍປ້ຳຫົວໃຈທັນຈຶ່ງຄ່ອຍມີສະຕິກັບມາແຕ່ອາການກໍ່ຍັງບໍ່ໂອເຄຄືໝໍປຸກໃຫ້ຕື່ນຕະຫຼອດຫ້າມຫຼັບເດັດຂາດຂ້ອຍເຂົ້າໃຈເລີຍວ່າຄົນໄກ້ຈະຕາຍເປັນແນວໃດຂ້ອຍພະຍາຍາມຕໍ່ສູ້ກັບຮ່າງກາຍບໍ່ໃຫ້ໂຕເອງຫຼັບແຕ່ມັນກໍ່ເຮັດໄດ້ຍາກແຮງເພາະຕອນນັ້ນຂ້ອຍເພຍແລະຫຼ່ອຍໄປໝົດຫູອື້ຕາມົວແຕ່ເຫັນໝໍລາງໆ, ໃນຂະນະຕອນນັ້ນຂ້ອຍພະຍາຍາມອະທິຖານໃຫ້ຂ້ອຍລອດເພາະຂ້ອຍຫ່ວງແມ່ ແລະ ຄອບຄົວແຮງໝໍພະຍາຍາມຊ່ວຍເຕັມທີ່ແຍ່ທໍ່ຫາຍໃຈລົງປອດແລະຫຍັງຕໍ່ຫຍັງເຕັມໂຕຂ້ອຍໄປໝົດ.

ຮູບຈາກເຈົ້າຂອງໂພສ

ໃນທີ່ສຸດຂ້ອຍກໍ່ລອດມາໄດ້ແຕ່ຮ່າງກາຍບໍ່ຄືເກົ່າ (ແຕ່ໃນຮູບນີ້ຄືມີສະຕິແລ້ວໝໍເອົາອອກມາໄວ້ສຸກເສີນ) ມື້ຕໍ່ມາໝໍໄດ້ລົມກັບຂ້ອຍວ່າຮ່າງກາຍຂ້ອຍນ໋ອກລະເຮັດໃຫ້ເສັ້ນປະສາດຫຼ່ອຍເຈົ້າໂຊກດີທີ່ພື້ນມາລະປົກກະຕິດີ ເພາະຄົນທີ່ເປັນແນວນີ້ລອດມາໜ່ອຍສຸດຈະປົກກະຕິຄືບໍ່ພິການສະໝອງກະເປັນເຈົ້າຍິງນິທາ ຂ້ອຍຟັງແລ້ວຈົນນ້ຳຕາໄຫຼແລະຍ້ານແຮງ ສາເຫດຫຼັກໆເລີຍຄື

ເກີດຈາກ ພັກຜ່ອນໜ່ອຍແຕ່ລະຄືນຂ້ອຍນອນ3-4ໂມງເຊົ້າທຸກມື້ແລ້ວຕື່ນ9ໂມງບາງມື້ມີວຽກຫຼາຍຕື່ນ 7 – 8ໂມງນອນພຽງແຕ່ 4 – 5 ຊົ່ວໂມງ ເຮັດວຽກໜັກເກີນຮ່າງກາຍ ກີນອາຫານບໍ່ຕົງເວລາ ອອກກຳລັງກາຍໜັກ ກະຍ້ອນຄິດວ່າບໍ່ເປັນຫຍັງ ຈົນເກີດກັບຕົວເອງຈຶ່ງຮູ້ວ່າມັນອັນຕະລາຍຮ້າຍແຮງ ຕອນນີ້ຂ້ອຍຮູ້ສຶກຮັກໂຕເອງແຮງ ແລະ ຈະບໍ່ໃຫ້ມີເຫດການແບບນີ້ເກີດຂື້ນກັບຂ້ອຍອີກຈະປັບປ່ຽນການໃຊ້ຊີວິດໃໝ່ພັກຜ່ອນໃຫ້ຫຼາຍຂື້ນເຮັດວຽກໃຫ້ໜ່ອຍລົງຕາມທີ່ໂຕເອງໄຫວ.

ພ້ອມນີ້ເຈົ້າຂອງໂພສຍັງໄດ້ຝາກ #ເຕືອນເດີ້ທຸກຄົນໃຜທີ່ຫັກໂຫມແບບຂ້ອຍໃຫ້ຢຸດແລ້ວກັບມາເບິ່ງແຍງໂຕເອງດີໆເພາະທຸກຄົນອາດຈະບໍ່ໂຊກດີສະເໝີໄປ (ເພາະຂ້ອຍເສຍໝູ່ທີ່ຂ້ອຍຮັກໄປ2ຄົນແລ້ວຍ້ອນອາການແນວນີ້) ຂ້ອຍຈຶ່ງມາແຊຣບໍ່ຢາກໃຫ້ທຸກຄົນເຈີ້ເຫດການນີ້ເກີດຂື້ນກັບຂ້ອຍແຕ່ວັນທີ່7 ຕອນນີ້ຄືຢູ່ໃນຊ່ວງຟື້ນຟູໂຕເອງເພາະອາການຕອນນີ້ເຮັດຫຍັງກະເມື່ອຍງ່າຍແລະຫອບໄວຫຼັກໆຄືມັກເຈັບຫົວຂ້າງ1.

(ຂໍອະນຸຍາດເຈົ້າຂອງໂພສ ແລະ ຂໍຂອບໃຈເຈົ້າຂອງໂພສທີ່ໄດ້ແຊສປະສົມການໃນຄັ້ງນີ້)

LEAVE A REPLY

Please enter your comment!
Please enter your name here