ກໍ່ສ້າງ ແລະ ສ້ອມແປງຂົວຢູ່ບ້ານປົ່ງແດງ ແລະ ບ້ານຄຳເຕີຍ

0
639

ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງເຊບັ້ງໄຟໄດ້ລົງຊຸກຍູ້ການກໍ່ສ້າງ ແລະ ສ້ອມແປງຂົວຢູ່ບ້ານປົ່ງແດງ ແລະ ບ້ານຄຳເຕີຍ.

ໃນທ້າຍອາທິດຜ່ານມານີ້ ທ່ານ ບຸນທັນ ພິມພົມມາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພ້ອມຄະນະໄດ້ລົງຊຸກຍູ້ຕິດຕາມການກໍ່ສ້າງ ແລະ ສ້ອມແປງຂົວຄືນໃໝ່ເຊິ່ງມີຢູ່ 02 ຈຸດຄື: ຈຸດທີ 01 ກໍ່ສ້າງຂົວໄໝ່ ຂົວຫ້ວຍຫະນຽມສອງ ຢູ່ບ້ານປົ່ງແດງ ເຊິ່ງເປັນຂົວໄມ້ ມີຄວາມຍາວ 15 ແມັດ ທຶນໃນການກໍ່ສ້າງແມ່ນ 15 ລ້ານກີບ, ຂົວດັ່ງກ່າວແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 23 ພຶດສະພາ ຫາ ວັນທີ 07 ມິຖຸນາ 2022.

ຈຸດທີ 02 ສ້ອມແປງຄືນຂົວຫ້ວຍ ດູນສານ ບ້ານຄຳເຕີຍ ເຊິ່ງມີຄວາມຍາວ 20 ແມັດ ທຶນໃນການກໍ່ສ້າງແມ່ນ 3.500.000 ກີບ ເຂົ້າຮ່ວມໃນຂະບວນການກໍ່ສ້າງຂົວ ແລະ ສ້ອມແປງໃນຄັ້ງ ນີ້ມີ ທ່ານ ແກ້ວ ນາຍບ້ານໆ ປົ່ງແດງ ແລະ ທ່ານ ບຸນທັນ ນາຍບ້ານໆ ຄຳເຕີຍ ພ້ອມດ້ວຍການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ, ທຶນໃນການກໍ່ ສ້າງແມ່ນໄດ້ມາຈາກການລະດົມນຳພໍ່ແມ່ປະຊາຊົນພາຍໃນບ້ານພ້ອມດ້ວຍບັນດາພໍ່ຄ້າຊາວຂາຍ ໃນການກໍ່ສ້າງ ແລະ ສ້ອມແປງຂົວໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມສະດວກສະບາຍ ໃນການສັນຈອນໄປມາ ຫາສູ່ກັນລະຫວ່າງບ້ານຕໍ່ບ້ານໃຫ້ດີຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ: Khammouane News

LEAVE A REPLY

Please enter your comment!
Please enter your name here