ກອງປະຊຸມ ພົບປະປຶກສາຫາລືກັບຜູ້ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ

0
1137

ໃນຕອນບ່າຍ ວັນທີ 22 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ໄດ້ເປັນປະທານກອງປະຊຸມ ພົບປະປຶກສາຫາລືກັບຜູ້ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference) ໂດຍມີຜູ້ຕາງໜ້າກະຊວງ, ອົງການປົກຄອງແຂວງ ແລະ ພະແນກການກ່ຽວຂ້ອງ ແຂວງຫຼວງນໍ້າທາ ພ້ອມດ້ວຍ ຄະນະຮັບຜິດຊອບພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນ ເຂົ້າ ຮ່ວມ.

ການປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ໃນການພັດ ທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ກໍ່ຄືຄວາມຄືບໜ້າ ໃນການຈັດຕັ້ງປະ ຕິບັດຜົນກອງປະຊຸມ ຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະກິດພິ ເສດບໍ່ເຕ່ນແດນງາມ ຈາກຜູ້ພັດທະນາເຂດດັ່ງກ່າວ, ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະ ຊຸມ ກໍ່ໄດ້ປະກອບຄຳຄິດເຫັນ ຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຄວາມຮັບຜິດ ຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະ ການປະຕິບັດກົດ ໝາຍ ແລະ ລະບຽບການ ໃນການພັດ ທະນາເຂດ ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ, ການຄຸ້ມຄອງເຂດ, ການກຳນົດຂອບເຂດໂຄງການຄືນໃໝ່, ການລ້ອມຮົ້ວອ້ອມເຂດ, ການອະນຸມັດການລົງທຶນ, ການຜັນຂະຫຍາຍການ ຈັດຕັ້ງປະຕິບັດເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ ແລະ ບໍ່ຫານ ສປ ຈີນ, ການຄຸ້ມຄອງ ແລະ ສົ່ງເສີມແຮງງານລາວ; ການນຳເຂົ້າທຶນ ແລະ ນຳໃຊ້ເງິນຕາຕ່າງປະເທດ, ການເກັບພັນທະອາກອນ ແລະ ການນຳເຂົ້າ-ສົ່ງອອກສິນຄ້າ, ການຄຸ້ມຄອງແຮງ ງານຕ່າງປະເທດ ແລະ ການສ້າງໂຄງການທີ່ມີສ່ວນຮ່ວມກັບປະຊາຊົນ, ການອະ ນຸມັດປຸກສ້າງ ຢູ່ພາຍໃນເຂດ, ການລົບ ລ້າງປ້າຍໂຄສະນາ ແລະ ທະບຽນພາຫະນະ ທີ່ບໍ່ຖືກຕ້ອງ, ກວດກາຄືນ ການນຳໃຊ້ລະບົບໂທລະຄົມມະນາຄົມ, ການຄຸ້ມຄອງທີ່ດິນ ແລະ ສິ່ງແວດລ້ອມ, ການອອກແບບ ແລະ ຈັດສັນຜັງເມືອງ, ການສະເໜີລົງທຶນກິດຈະການໂຮງຮຽນ, ໂຮງໝໍ ແລະ ອື່ນໆ.

ໃນໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງກ່ຽວຂ້ອງ ແຕ່ງຕັ້ງພະນັກງານ ຂະແໜງການຂອງຕົນ ລົງສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັັດຕັ້ງປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຕົນ ໃຫ້ມີຜົນສຳເລັດເປັນກ້າວໆ; ໃຫ້ຂະແໜງການກ່ຽວຂ້ອງ ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍຕ່າງໆ ຕໍ່ການພັດທະນາເຂດ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງຕື່ມ; ໃຫ້ກະຊວງແຜນ ການ ແລະ ການລົງທຶນ ສືບຕໍ່ເປັນໃຈກາງ ຕິດຕາມ, ກວດກາ ແລະ ຊຸກຍູ້ການພັດ ທະນາເຂດ ໃຫ້ສາມາດດຳເນີນແຜນການທີ່ກຳນົດໄວ້; ໃຫ້ຜູ້ພັດທະນາ ສືບຕໍ່ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ມີຄວາມຄືບໜ້າໄວກວ່າເກົ່າ ໃຫ້ກາຍເປັນຕົວເມືອງໃໝ່, ເປັນເຂດທີ່ໜ້າຢູ່, ໜ້າທ່ອງທ່ຽວ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເປັນບ່ອນສ້າງວຽກເຮັດງານທຳ, ເປັນຖານເກັບລາຍຮັບທີ່ສຳຄັນ ເຂົ້າງົບປະມານແຫ່ງລັດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງປະເທດ ກໍ່ຄືແຂວງຫຼວງນໍ້າທາ ໃຫ້ມີການພັດທະນາ ຫຼາຍຂຶ້ນກວ່າເກົ່າ; ໃຫ້ຜູ້ພັດທະນາ ສືບຕໍ່ສະໜັບສະໜູນ, ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາຄົງຄ້າງຕ່າງໆ ທີ່ໄດ້ປຶກສາຫາລືກັນ ໃນກອງປະຊຸມຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໃຫ້ສຳເລັດເປັນກ້າວໆ.

ຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here