ຢ້ຽມຢາມຊຸກຍູ້ ແລະ ຊີ້ນໍາ ຜູ້ປະກອບການທຸລະກິດຜະລິດສິນຄ້າ

0
925

ໃນວັນທີ 22 ມິຖຸນາ 2022, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາ ຜູ້ປະກອບການທຸລະກິດຜະລິດສິນຄ້າຂອງບໍລິສັດ ມິດຕະພາບກະສິກຳ ຈຳກັດ ແລະ ບໍລິສັດ ກຣີນຟິດລາວ ຈຳກັດ ຢູ່ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນຫຼວງ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ.

ການລົງເຄື່ອນໄຫວຊຸກຍູ້ການຜະລິດເປັນສິນຄ້າໃນຄັ້ງນີ້, ທ່ານ ປະທານປະເທດ ໄດ້ຮັບຟັງການລາຍງານຜົນການດຳເນີນທຸລະກິດ ຂອງຜູ້ປະກອບການທັງສອງບໍລິສັດ; ສຳລັບ ບໍລິສັດ ມິດຕະ ພາບກະສິກຳ ຈຳກັດ ໄດ້ເລີ່ມດຳເນີນການຜະລິດມາແຕ່ປີ 2017, ຜະລິດຕະພັນສ່ວນໜຶ່ງແມ່ນສົ່ງເຂົ້າສູ່ຕະຫລາດພາຍໃນ ແລະ ຈຳນວນໜຶ່ງແມ່ນສົ່ງອອກຕ່າງປະເທດ ເປັນຕົ້ນແມ່ນ ຜະລິດຕະພັນຈາກໝາກຕາວ, ຜັກທຽມດອງ, ແຈ່ວໝາກເຜັດ ແລະ ປະເພດນ້ຳໝາກໄມ້; ສ່ວນໂຮງງານຜະລິດຫົວ ອາຫານສັດ ຂອງບໍລິສັດ ກຣີນຟິດ ລາວ ຈຳກັດ ມີກຳລັງການຜະລິດ 20 ໂຕນຕໍ່ຊົ່ວໂມງ, ປະມານ 3 ລ້ານໂຕນຕໍ່ປີ. ໃນນັ້ນ, ມີຫົວອາຫານໝູ, ໄກ່, ເປັດ, ປາ, ງົວ, ນົກກະທາ ແລະ ກົບ ເຊິ່ງໄລຍະທຳອິດປີ 2020 ສາມາດຜະລິດໄດ້ 40 ພັນໂຕນ, 2021 ຜະລິດໄດ້ 28 ພັນໂຕນ ແລະ ປີນີ້ ວາງຄາດໝາຍໄວ້ແມ່ນ 40 ພັນໂຕນ, ສ່ວນວັດຖຸດິບທີ່ໃຊ້ເຂົ້າໃນການຜະລິດ 90% ແມ່ນທັນຍາພືດ ຄື: ສາລີ, ເຂົ້າບຣາເລ ແລະ ມັນຕົ້ນ. ຢ່າງໃດກໍຕາມ ທັງສອງບໍລິສັດ ກໍຍັງປະສົບຄວາມຫຍຸ້ງຍາກຕ່າງໆ ເປັນຕົ້ນ ການແຂ່ງຂັນດ້ານລາຄາຈາກສິນຄ້າປະເພດດຽວກັນ, ບັນຫາການເຂົ້າເຖິງແຫລ່ງທຶນ, ການຂາດແຄນເງິນຕາ, ຂາດແຄນນໍ້າມັນຂົນສົ່ງ, ບັນຫາວັດຖຸດິບ ແລະ ອື່ນໆ.ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ແລະ ມີບາງຄຳເຫັນເນັ້ນໜັກ ເພື່ອເປັນທິດຊີ້ນຳແກ່ສອງບໍລິສັດ ເປັນຕົ້ນແມ່ນໃຫ້ທັງສອງບໍລິສັດ ຫັນມາສົ່ງເສີມປະຊາຊົນ ພ້ອມທັງ ແນະນຳເຕັກນິກໃນການຜະລິດ ເພື່ອໃຫ້ໄດ້ວັດຖຸດິບທີ່ມີຄຸນນະພາບເຂົ້າມາປ້ອນໂຮງງານ, ທັງເປັນການຫລຸດຜ່ອນຕົ້ນທຶນຂອງການນຳເຂົ້າວັດຖຸດິບຈາກຕ່າງປະເທດ ເນື່ອງຈາກລາວເຮົາມີທ່າແຮງໃນການຜະລິດວັດຖຸດິບຢູ່ແລ້ວ; ພ້ອມນັ້ນ ໄດ້ເນັ້ນໃຫ້ບໍລິສັດຜະລິດສົ່ງອອກໃຫ້ຫລາຍ ເພາະຈະເປັນການຊຸກຍູ້ສົ່ງເສີມປະຊາຊົນໃຫ້ກ້າວເຂົ້າສູ່ການຜະລິດໃຫ້ຫລາຍຂຶ້ນ.

ການຜະລິດ, ການສ້າງຜະລິດຕະພັນ ຕ້ອງສາມາດແຂ່ງຂັນໄດ້ທັງຄຸນນະພາບ, ລວມທັງການໂຄສະນາ, ການບໍລິການ ແລະ ລາຄາ ຖ້າເຮັດໄດ້ລາວເຮົາກໍຈະຫລຸດຜ່ອນການນຳເຂົ້າໃນອະນາຄົດ, ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ, ສາມາດຕອບສະໜອງການຊົມໃຊ້ ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ເພື່ອດຶງເອົາເງິນຕາເຂົ້າປະເທດ, ປະກອບສ່ວນສໍາຄັນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ-ເງິນຕາ ໃນປັດຈຸບັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ເສດຖະກິດແຫ່ງຊາດໃນຕໍ່ໜ້າ.

ຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here