ພິທີປະກາດການຈັດຕັ້ງ ມອບ – ຮັບໜ້າທີ່ ປະທານອົງການກວດດສອບແຫ່ງລັດ

0
3922

ພິທີປະກາດການຈັດຕັ້ງ ມອບ – ຮັບໜ້າທີ່ ປະທານອົງການກວດດສອບແຫ່ງລັດ ລະຫວ່າງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບຄົນເກົ່າ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ຮັບການແຕ່ງຕັ້ງເປັນປະທານອົງການກວດສອບຄົນໃໝ່ ໃນວັນທີ 23 ມິຖຸນາ ນີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ເຂົ້າຮ່ວມມີບັນດາສະຫາຍໃນຄະນະນໍາພາຍໃນອົງການກວດສອບ ພ້ອມດ້ວຍບັນດາທ່ານແຂກທີ່ກ່ຽວຂ້ອງ.

ໃນພິທີ, ສະຫາຍ ດວງຕາ ຈູມພາວັນ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານເອກະສານຂໍ້ຕົກລົງການຍົກຍ້າຍ ແລະ ແຕ່ງຕັ້ງປ່ຽນແທນພະນັກງານຮັບໜ້າທີ່ໃໝ່, ຈາກນັ້ນ ສະຫາຍ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ (ຄົນເກົ່າ) ໄດ້ມີຄຳເຫັນ ແລະ ສະຫຼຸບວຽກງານໃນໄລຍະຜ່ານມາທີ່ໄດ້ຮັບຜົນສຳເລັດ ແລະ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ຽດໂອ້ລົມວ່າ: ການສັບປ່ຽນໝູນວຽນໜ້າທີ່ວຽກງານຂອງພະນັກງານການນໍາ ໃນລະບົບການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ແມ່ນເປັນວຽກງານປົກກະຕິທີ່ເຄີຍປະຕິບັດມາ ທັງເປັນຫຼັກການ ແລະ ລະບຽບການໜຶ່ງຂອງພັກໃນວຽກງານພະນັກງານ; ການຍົກຍ້າຍ ສັບປ່ຽນມອບໝາຍໜ້າທີ່ໃຫ້ພະນັກງານການນໍາຂັ້ນສູງຂອງພັກ, ລັດ ແຕ່ລະເທື່ອບໍ່ວ່າຈະຢູ່ບ່ອນໃດກໍຕາມ ແນໃສ່ເພື່ອປັບປຸງການຈັດຕັ້ງ ແລະ ໜ້າທີ່ວຽກງານຢູ່ບ່ອນນັ້ນໃຫ້ດີຂຶ້ນ ທັງເປັນການຍົກລະດັບພະນັກງານການນໍາ ໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງ ຮອບດ້ານຫຼາຍຂຶ້ນ. ນອກນັ້ນ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໜັກໃຫ້ ປະທານອົງການກວດສອບແຫ່ງລັດ (ຄົນໃໝ່) ຈົ່ງນໍາພາ-ຊີ້ນໍາຄະນະພັກ-ຄະນະນໍາແຕ່ລະຂັ້ນ ພາຍໃນອົງການກວດສອບແຫ່ງລັດ ສືບຕໍ່ປະຕິບັດໜ້າທີ່ວຽກງານ ແລະ ແບ່ງວຽກແບ່ງຄວາມຮັບຜິດຊອບ ເພື່ອສຸມໃສ່ປະຕິບັດບັນດາແຜນວຽກທີ່ໄດ້ກຳນົດໄວ້ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນປົກກະຕິ ສືບຕໍ່ເຊື່ອມຊຶມ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ລັດ ໃນແຕ່ລະໄລຍະໃຫ້ໜັກແໜ້ນ ແລະ ທັນກໍານົດເວລາ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ທັນກັບສະພາບການ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ມີທັດສະນະ ແລະ ພຶດຕິກຳທີ່ຖືກຕ້ອງ ໃນສະພາບການທີ່ມີຄວາມຫຍຸ້ງຍາກໃນປັດຈຸບັນ; ເພີ່ມທະວີການນໍາພາຂອງຄະນະພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ ຕາມມະຕິ 04 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ຜົນສໍາເລັດຂອງວຽກງານດັ່ງກ່າວ, ຖ້າຢາກກວດສອບຜູ້ອື່ນໄດ້ ຕົນເອງກໍຕ້ອງມີຄວາມຮູ້ຄວາມສາມາດ ແລະ ມີຈັນຍາບັນທີ່ດີ, ມີຄວາມໂປ່ງໃສກ່ອນ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ພາຍໃນອົງການກວດສອບແຫ່ງລັດຕາມທິດກະທັດຮັດ ແລະ ສົມເຫດສົມຜົນທີ່ລັດຖະບານໄດ້ກຳນົດ, ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ພາວະວິໄສຂອງກົງຈັກການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ເອົາໃຈໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ໃຫ້ເປັນລະບົບຄົບຖ້ວນ ເພື່ອເປັນບ່ອນອີງ ແລະ ເປັນເຄື່ອງມືໃນການເຄື່ອນໄຫວປະຕິບັດ, ສ້າງຄວາມຮັບຮູ້ເຂົ້າໃຈ, ສະຕິເຄົາລົບ ແລະ ການເຂົ້າຮ່ວມປະຕິບັດຢ່າງເຂັ້ມງວດ ໃນທົ່ວອົງການພັກ-ລັດ; ເອົາໃຈໃສ່ ແລະ ຖືສໍາຄັນເປັນວຽກບຸລິມະສິດການສ້າງພະນັກງານ-ນັກກວດສອບ ໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ, ຈັດຕັ້ງປະຕິບັດວຽກງານຂອງທຸກໆຂົງເຂດ, ສໍາຄັນຕ້ອງບຸກທະລຸໃຫ້ໄດ້ການສ້າງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ການສ້າງນັກກວດສອບແຕ່ລະຂັ້ນໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ນໍາພາເຄື່ອນໄຫວວຽກງານກວດສອບ ຕິດພັນກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ອົງການກວດສອບແຫ່ງລັດໃຫ້ແທດເຖິງ ເປັນຕົ້ນແມ່ນການລົງທຶນພັດທະນາໂຄງການຕ່າງໆ, ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເພື່ອຕີລາຄາຜົນສຳເລັດ ແລະ ຂໍ້ຄົງຄ້າງ ສະເໜີຕໍ່ກົມການເມືອງ, ສະພາແຫ່ງຊາດ ແລະ ລັດຖະບານ ຮັບຊາບ ເປັນແຕ່ລະໄລຍະ, ການດໍາເນີນການກວດສອບ ສ້າງແຜນການກວດສອບ, ກຳນົດເປົ້າໝາຍຖືກກວດສອບ ແລະ ດຳເນີນການກວດສອບຢ່າງທ່ຽງທຳ, ໂປ່ງໃສ ແລະ ຜົນການກວດສອບໃຫ້ຖືກຕ້ອງຊັດເຈນ, ຖືກກັບຄວາມເປັນຈິງ ແລະ ກົດໝາຍ, ຍົກໃຫ້ເຫັນບັນຫາທີ່ພົ້ນເດັ່ນ, ບັນຫາທີ່ຄົງຄ້າງ, ບັນຫາທີ່ມີລັກສະນະຊໍ້າເຮື້ອ; ຄົ້ນຄວ້າແນະນໍາຕາມມາດຕະການປັບປຸງແກ້ໄຂຜົນການກວດສອບ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ, ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະອົງການກວດກາແຫ່ງລັດ ແລະ ພາກສ່ວນຕ່າງໆໃຫ້ປົກກະຕິ ເພື່ອຊຸກຍູ້, ຕິດຕາມ ແລະ ກວດສອບຄືນ ການແກ້ໄຂຜົນການກວດສອບ. ຍົກສູງຄວາມຮັບຜິດຊອບໃນການປະສານສົມທົບ ເພື່ອແກ້ໄຂຜົນການກວດສອບໃຫ້ມີຄຸນນະພາບສູງກວ່າເກົ່າ, ເສີມຂະຫຍາຍວຽກງານຮ່ວມມືສາກົນ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ເອົາການພົວພັນຮ່ວມມືກັບຕ່າງປະເທດເປັນປັດໄຈສຳຄັນໜຶ່ງ ເພື່ອຮຽນຮູ້ ແລະ ພັດທະນາວຽກງານກວດສອບໃຫ້ດີຂຶ້ນເລື້ອຍໆ, ຕ້ອງສຸມໃສ່ຄົ້ນຄວ້າຍາດແຍ່ງບົດຮຽນ ແລະ ປະສົບການດ້ານວິຊາການ ທີ່ກ້າວໜ້າ ແລະ ທັນສະໄໝ ຍາດແຍ່ງທຶນຮອນ ເພື່ອພັດທະນາວຽກງານກວດສອບ ແລະ ນັກກວດສອບ ເພື່ອຍົກສູງຖານະບົດບາດຂອງພັກ-ລັດ ແລະ ວຽກງານກວດສອບ ໃນເວທີສາກົນ ແລະ ພາກພື້ນ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here