ກົມງົບປະມານແຫ່ງລັດ ຕີລາຄາວຽກງານຈຸດສຸມ 6 ເດືອນຕົ້ນປີ 2022

0
851

ໃນວັນທີ 30 ມິຖຸນາ 2022 ນີ້, ກົມງົບປະມານແຫ່ງລັດ ກະຊວງການເງິນ, ໄດ້ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຈຸດສຸມ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ໂດຍຊີ້ໃຫ້ເຫັນຄວາມເປັນເຈົ້າການ ເຂົ້າຮ່ວມເຮັດວຽກກັບບັນດາພະແນກ, ຈັດຕັ້ງປະຕິບັດວຽກງານ ວິຊາສະເພາະໃນແຕ່ລະໄລຍະ ໄດ້ຮັບຜົນສຳເລັດ.

ໃນນີ້, 6 ເດືອນຜ່ານມາ ສາມາດປະຕິບັດລາຍຮັບໄດ້ 12.168 ຕື້ກີບ ເທົ່າກັບ 38,51% ຂອງແຜນການປີ (ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 1.448 ຕື້ກີບ ຫລື ເທົ່າກັບ 14%) ເຊິ່ງເປັນລາຍຮັບພາຍໃນ 11.646 ຕື້ກີບ ເທົ່າກັບ 39,98% ຂອງແຜນການປີ ແລະ ລາຍຮັບຈາກການຊ່ວຍເຫລືອລ້າ 512 ຕື້ກີບ ເທົ່າກັບ 20,83% ຂອງແຜນ ການປີ. ຂະນະທີ່ ດ້ານລາຍຈ່າຍປະຕິບັດໄດ້ 10.800 ຕື້ກີບເທົ່າກັບ 31,13% ຂອງແຜນການປີ.

ໃນນີ້, ສູນກາງປະຕິບັດໄດ້ 7.246 ຕື້ກີບ ເທົ່າກັບ 28,10% ຂອງແຜນການປີ ແລະ ທ້ອງຖິ່ນ ປະຕິບັດໄດ້ 3.554 ຕື້ກີບ ເທົ່າກັບ 39,92% ຂອງແຜນການປີ(ໂດຍລວມແມ່ນການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ເງິນບໍລິຫານເປັນສ່ວນໃຫຍ).

ສ່ວນດ້ານການລະດົມທຶນເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 4.198 ຕື້ກີບເທົ່າກັບ 20,99% ຂອງແຜນປີ, ໃນນີ້: ອອກພັນທະບັດພາຍໃນ 1.346 ຕື້ກີບ ແລະ ການກູ້ຢືມເປັນໂຄງການຈາກຕ່າງປະເທດ(ODA) 2.852 ຕື້ກີບ.

ທ່ານ ນາງ ເພັດສະໝອນ ພອນສະຫວັນ ຮອງຫົວໜ້າກົມງົບປະມານ ແຫ່ງລັດ ກ່າວວ່າ: ໃນຕະຫລອດໄລຍະ 6 ເດືອນຜ່ານມາ, ກົມງົບປະມານແຫ່ງລັດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ບັນດາສະມາຊິກພັກ, ຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ,ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ພະນັກງານ-ລັດຖະກອນ ຕາມແຜນການເຄື່ອນໄຫວຂອງກົມ.

ໄດ້ຖືເອົາການລົງຮ່ວມເຮັດວຽກກັບແຕ່ລະພະແນກ, ເພື່ອຮັບຟັງການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດວຽກ ງານວິຊາສະເພາະປະຈຳເດືອນ ແລະ ງວດ, ອັນທີ່ພົ້ນເດັ່ນ: ວຽກວິຊາສະເພາະຄະນະກົມໄດ້ລົງເລິກໃກ້ຊິດ-ຕິດແທດ ໃນການນຳພາ-ຊີ້ນຳແຕ່ລະພະແນກໃນການຈັດຕັ້ງປະຕິບັດວຽກງານຈຸດສຸມ ດ້ວຍຄວາມເປັນເຈົ້າການ ແລະ ສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນຕໍ່ໜ້າໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້.ພ້ອມກັນນັ້ນ, ຍັງໄດ້ຜ່ານແຜນວຽກຈຸດສຸມ 06 ເດືອນທ້າຍປີ 2022 ພ້ອມທັງໄດ້ວາງມາດຕະ ການໃນການ ຈັດຕັ້ງປະຕິບັດເປັນຕົ້ນ:

ເອົາໃຈໃສ່ດ້ານການເມືອງ-ແນວຄິດ, ດ້ານວຽກງານການຈັດຕັ້ງ ແລະ ພະນັກງານ, ດ້ານວຽກງານວິຊາສະເພາະ, ວຽກງານນິຕິກຳວຽກງານສ້າງແຜນ, ວຽກງານຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດລາຍຈ່າຍ, ວຽກງານຫັນເປັນທັນສະໄໝ ແລະ ເອົາໃຈໃສ່ມາດຕະການ ຕິດຕາມກວດກາການເຄື່ອນໄຫວ ຂອງພະນັັກງານ-ລັດຖະກອນ, ເອົາໃຈໃສ່ປະສານສົມທົບກັບບັນດາກົມພາຍໃນກະຊວງ, ຈັດຕັ້ງປະຕິບັດວຽກງານໃຫ້ໄປຕາມແຜນຈຸດສຸມຂອງກົມທີ່ກຳນົດໄວ້, ຕິດຕາມ, ກວດ ກາ,ແນະນຳ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງເປັນປົກກະຕິ.

ພ້ອມນັ້ນ ຍັງໄດ້ສະເໜີບົດຮຽນຈາກການໄປຝຶກອົບຮົມ ໃນຫົວຂໍ້ທັກສະການເປັນຄູຝຶກ, ການສະເໜີວຽກງານການຫລຸດຜ່ອນຂັ້ນຕອນຂອດຂັ້ນ ຂອງການອະນຸມັດງົບປະມານ ສຳລັບຂັ້ນສູນກາງໂດຍໄດ້ກຳນົດເອົາບາງກະຊວງເຮັດທົດລອງ.

ຂ່າວ-ພາບ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here