ປກສ ເມືອງຄົງເຊໂດນ ວາງ 5 ບາດກ້າວແກ້ໄຂບັນຫາຢາເສບຕິດ

0
1583

ແຫຼ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເລີ່ມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ເດືອນກັນຍາ 2021 ຫາ ເດືອນມິຖຸນາ 2022 ເຮັດໃຫ້ວຽກງານດັ່ງກ່າວ ລຸລ່ວງ ແລະ ສຳເລັດໄປແລ້ວຫລາຍດ້ານ ເຊິ່ງສະແດງອອກຄວາມເປັນເຈົ້າການຂອງພໍ່ແມ່ປະຊາຊົນ, ອົງການປົກຄອງບ້ານ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ປະຕິບັດດ້ວຍຄວາມຮັບຜິດຊອບ, ເລັ່ງໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍປະຕິບັດຕາມ 5 ບາດກ້າວ ທີ່ວາງໄວ້ ເຊັ່ນ: ມີການວາງແຜນວຽກຢ່າງຮັດກຸມ, ນຳເອົານິຕິກຳທີ່ສຳຄັນ ລົງເຜີຍແຜ່, ເຊື່ອມຊຶມກຸ່ມເປົ້າໝາຍຢ່າງທົ່ວເຖິງ, ຮັບຮູ້ຢ່າງເລິກເຊິ່ງ ສາມາດກຳໄດ້ເນື້ອໃນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕົວຈິງ ມີຂໍ້ສະດວກ, ວ່ອງໄວ ແລະ ເລີກເຊິ່ງເຖິງຖອງ, ການເກັບກຳຂໍ້ມູນ, ຂຶ້ນບັນຊີເປົ້າໝາຍທີ່ມີການພົວພັນຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ພ້ອມທັງໄດ້ສ້າງບົດບັນທຶກ ເພື່ອການປັບປຸງປ່ຽນແປງພຶດຕິກຳ.

ທ່ານ ພັນໂທ ສີສຸກ ຈັນທະລັງສີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຄົງເຊໂດນ ໄດ້ໃຫ້ຮູ້ວ່າ: ການແກ້ໄຂບັນຫາດັ່ງກ່າວ ປະຕິບັດມາຢ່າງຕໍ່ເນື່ອງ ແລະ ມີຫລາຍດ້ານທີ່ມີຜົນສຳເລັດ, ບາງດ້ານກໍ່ພົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ໂດຍສະເພາະການມີສ່ວນຮ່ວມຂອງສັງຄົມ ບໍ່ເລິກເຊິ່ງ, ກວ້າງຂວາງເທົ່າທີ່ຄວນ, ຍັງມີການປິດບັງເຊື່ອງອຳຂໍ້ມູນ ຕໍ່ກັບເຈົ້າໜ້າທີ່. ສຳລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ວຽກງານດັ່ງກ່າວ ເພີ່ມທະວີຄວາມຮັບຜິດຊອບເປັນຂອງທົ່ວປວງຊົນ ໂດຍມີການປະສານງານ, ຄວາມຮ່ວມມືຢ່າງກົມກຽວ, ໄດ້ຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເຂົ້າສູ່ລວງເລິກຫລາຍຂຶ້ນ, ປະຕິບັດເປັນຈຸດສຸມ ເຮັດໃຫ້ການແກ້ໄຂບັນຫາຢາເສບຕິດ ເປັນຂະບວນການໃຫຍ່, ລຸລ່ວງ ແລະ ສຳເລັດໄປແລ້ວຫລາຍດ້ານ ເປັນຕົ້ນ ສາມາດສັງລວມເປົ້າໝາຍຈຳນວນ 4.033 ຄົນ, ຍິງ 494 ຄົນ, ໃນນັ້ນ ເປົ້າໝາຍຂາຍຢາເສບຕິດ 128 ຄົນ, ຍິງ 7 ຄົນ ແລະ ເປົ້າໝາຍເສບ ຈຳນວນ 2.985 ຄົນ, ຍິງ 14 ຄົນ, ນອກນັ້ນສາມາດຂຶ້ນບັນຊີເປົ້າໝາຍທີ່ເປັນປາກົດການຫຍໍ້ທໍ້ຕ່າງໆ ເຊັ່ນ:

ຫລິ້ນການພະນັນ, ຂາຍເລກເຖື່ອນ, ຂີ້ລັກງັດແງະ, ມີອາວຸດລ່າເນື້ອ, ນັກກເລງອັນຕະພານ ແລະ ບັນຫາອື່ນໆ ໄປພ້ອມໆກັນ ເພື່ອເຮັດໃຫ້ເຂົາເຈົ້າມີການປັບປຸງ, ປ່ຽນແປງ, ດຳລົງຊີວິດຢ່າງຖືກຕ້ອງຕາມລະບຽບ, ກົດໝາຍ ໄດ້ສ້າງບົດບັນທຶກຮ່ວມກັນ ໂດຍຊ້ອງໜ້າພໍ່ແມ່ຜູ້ປົກຄອງ, ອຳນາດການປົກຄອງບ້ານ ແລະ ເປັນບ່ອນອີງໃນການຕິດຕາມ, ກວດກາ, ປະເມີນໃນບາດກ້າວຕໍ່ໄປ.ທ່ານຫົວໜ້າກອງບັນຊາການ ປກສ ເມືອງຄົງເຊໂດນ ຍັງໃຫ້ຮູ້ອີກວ່າ: ການຕະລຸມ ບອນຈັດຕັ້ງປະຕິບັດແກ້ໄຂບັນຫາຢາເສບຕິດ ໃນຄັ້ງນີ້ ສາມາດມ້າງຄະດີຄ້າຂາຍຢາເສບຕິດໄດ້ 46 ເລື່ອງ, ຕ້ອງຫາ 65 ຄົນ, ຍິງ 3 ຄົນ, ຢຶດຂອງກາງ ປະເພດຢາບ້າ 8.011 ເມັດ, ເງິນ 188 ລ້ານກວ່າກີບ, ລົດກະບະວິໂກ້ 1 ຄັນ, ລົດຈັກ 4 ຄັນ ແລະ ວັດຖຸ ອື່ນໆອີກຈຳນວນໜຶ່ງ, ທັງໄດ້ແກ້ໄຂຈຸດມົ້ວສຸມຢາເສບຕິດ 7 ຈຸດ, ສຶກສາອົບຮົມເປົ້າໝາຍດັ່ງກ່າວ ພ້ອມທັງດັດສ້າງຢູ່ຄ້າຍຄຸມຂັງ, ຈຳນວນໜຶ່ງຄອບຄົວສົ່ງເຂົ້າສູນບຳບັດ ແລະ ພວມດຳເນີນຄະດີ 9 ເລື່ອງ.

ຂ່າວຈາກ: ຂປລ

LEAVE A REPLY

Please enter your comment!
Please enter your name here