ເປີດນໍາໃຊ້ແລ້ວ! ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້

0
596

ຄ່ຽງຄູ່ກັບຕູ້ຄອນເທັນເນີບັນຈຸສິນຄ້າຂ້າມຊາດງວດທຳອິດໄດ້ສຳເລັດການປ່ຽນຖ່າຍຈາກລາງລົດໄຟມາດຕະຖານໄປເຖິງລາງລົດໄຟໜຶ່ງແມັດ ແລະແລ່ນໄປສູ່ທ່າກຳປັ່ນແຫຼມສະບັງຂອງໄທ, ຈຸດເຄື່ອນຖ່າຍສິນຄ້າສະຖານີລົດໄຟວຽງຈັນໃຕ້ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 1 ກໍລະກົດນີ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງລົດໄຟຈີນ-ລາວ-ໄທໄດ້ສໍາເລັດການເຊື່ອມຕໍ່ກັນ.​

ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ສາມາດຂຶ້ນເໜືອເຊື່ອມຕໍ່ສູນລໍາລຽງສິນຄ້ານະຄອນເສີງຕູ່, ຈຸ່ງກິ່ງ ຊີອ່ານ ແລະເຂດອື່ນໆຂອງຈີນແລະເຊື່ອມຕໍ່ລົດໄຟຈີນ-ເອີຣົບ, ລົງໃຕ້ສາມາດເຊື່ອມຕໍ່ນະຄອນຫຼວງບາງກອກ ແລະທ່າກຳປັ່ນແຫຼມສະບັງຂອງໄທ ເຊິ່ງໄດ້ຍົກສູງປະສິດທິພາບໃນການຂົນສົ່ງສິນຄ້າລະຫວ່າງຈີນ-ປະເທດອາຊຽນ, ສົ່ງຜົນເຮັດໃຫ້ເວລາການເດີນທາງແຕ່ ນະຄອນ ຄຸນໝິງ ຂອງຈີນໄປທ່າກຳປັ່ນແຫຼມສະບັງຫຼຸດລົງປະມານ 1 ມື້ເມື່ອທຽງໃສ່ການເຕື່ອນຖ່າຍດ້ວຍລົດ ທັງສາມາດຫຼຸດລົງຕົ້ນທຶນໃນການຂົນສົ່ງ 20% ຂຶ້ນໄປ ເຊິ່ງເປັນສິ່ງຄໍ້າປະກັນທາງດ້ານຄົມມະນາຄົມຂົນສົ່ງໃຫ້ກັບການສ້າງຄູ່ຮ່ວມຊາຕາກໍາຈີນ-ອາຊຽນນໍາອີກ.​

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມຊົມເຊີຍຕໍຜົນສໍາເລັດການຮ່ວມມືລະຫວ່າງສອງພັກສອງລັດຖະບານລາວ-ຈີນກໍ່ຄືບັນດາບໍລິສັດຮັບເໝົາກໍ່ສ້າງ. ທ່ານກ່າວຕື່ມວ່າ, ການເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າດັ່ງກ່າວມີຄວາມໝາຍສໍາຄັນຍິ່ງ ແລະເປັນເຫດການທີ່ບໍ່ເຄີຍມີມາກ່ອນ, ເນື່ອງຈາກວ່າບັນຫາຄົມມະນາຄົມຂົນສົ່ງທີ່ມີຕົ້ນທຶນສູງນັ້ນເປັນອຸປະສັກໜຶ່ງໃນການດຶງດູດການລົງທຶນຂອງລາວ ແລະເຊື່ອມໝັ້ນວ່າການເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າດັ່ງກ່າວຈະເປັນແຮງຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍ່ຄືຊຸກຍູ້ໃຫ້ຂະແໜງການຕ່າງໆໃຫ້ໄດ້ຮັບເງື່ອນໄຂການພັດທະນາທີ່ດີກວ່າເກົ່າ.​

ພາຍຫຼັງທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການເປັນຕົ້ນມາ, ປາກົດເຫັນວ່າການຂົນສົ່ງໂດຍສານແລະຂົນສົ່ງສິນຄ້າລ້ວນແຕ່ມີທ່າອ່ຽງການພັດທະນາດີຂຶ້ນທັງທາງດ້ານປະລະມານແລະຄຸນນະພາບ. ນັບມາຮອດວັນທີ 30 ມິຖຸນາ ໄດ້ສົ່ງຜູ້ໂດຍສານທັງໝົດ 4 ລ້ານເທື່ອຄົນ ໃນນັ້ນຊ່ວງໄລຍະລາວມີ 520,000 ເທື່ອຄົນ, ໄດ້ຂົນສົ່ງສິນຄ້າທັງໝົດ 4,940,000 ໂຕນ, ໃນນັ້ນການຂົນສົ່ງສິນຄ້າຂ້າມຊາດມີ 820,000 ໂຕນ.

ຂ່າວ ແລະ ຮູບພາບຈາກ: CRI

LEAVE A REPLY

Please enter your comment!
Please enter your name here