ຍັງພົບປໍ້າຂາຍນໍ້າມັນເກີນລາຄາ

0
562

ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2022 ເຈົ້າໜ້າທີ່ກວດກາພະແນກການຄ້າ ໄດ້ລົງຕິດຕາມ, ກວດກາການຈໍາໜ່າຍນໍ້າມັນເຊື້ອໄຟ ພາຍໃນເທດສະບານແຂວງບໍ່ແກ້ວພົບເຫັນ 2 ຫົວໜ່ວຍທຸລະກິດ ມີການຂາຍນໍ້າມັນເກີນລາຄາທີ່ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ.

ສະນັ້ນ, ທາງເຈົ້າໜ້າທີ່ກວດກາຂອງພວກເຮົາຈຶ່ງໄດ້ສ້າງບົດບັນທຶກກັບເຈົ້າຂອງປຳ້ພອ້ມທັງໃສ່ກະແຈ, ລ໋ອກຫົວຈ່າຍນໍ້າມັນ ເພື່ອໃຫ້ຜູ້ກ່ຽວຂາຍຕໍເປັນການປິດການບໍລິການຊົ່ວຄາວ ຈົນກວ່າຈະດໍາເນີນການແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍສໍາເລັດກອ່ນ ຈຶ່ງຈະອະນຸຍາດໃຫ້ເປີດບໍລິການຂາຍຄືນໃຫມ່. ພົບເຫັນການຈໍາໜ່າຍ ຫຼື ຂາຍນໍ້າມັນເຊື້ອໄຟ ເກີນລາຄາທີ່ລັດກໍານົດໃນແຕ່ລະໄລຍະ ໂທແຈ້ງສາຍດ່ວນ 1510 ຫຼື ເຈົ້າໜ້າທີ່ກວດກາການຄ້າ 02055884442, 02059127300.

ຂ່າວ: ໜັງສືພິມບໍ່ແກ້ວ

LEAVE A REPLY

Please enter your comment!
Please enter your name here